ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວລື ທີ່ແຜ່ລາມອອກໄປ ອາດມີຄວາມຈິງໜ້ອຍ ກ່ຽວກັບສຸຂະພາບ ຂອງທ່ານກິມ


ຮູບພາບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ສະໜອງໂດຍ ລັດຖະບານເກົາຫຼີເໜືອ ເມື່ອວັນທີ 12 ເມສາ 2020.
ຮູບພາບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ສະໜອງໂດຍ ລັດຖະບານເກົາຫຼີເໜືອ ເມື່ອວັນທີ 12 ເມສາ 2020.

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຢູ່ໃສ ແລະເປັນຫຍັງຈຶ່ງຫາຍໂຕໄປຈາກ ສາຍຕາຂອງສາທາລະນະ ຫຼາຍກວ່າສອງອາທິດແລ້ວ? ນີ້ແມ່ນຄຳຖາມທີ່ປາ ກົດວ່າ ທຸກຄົນພາກັນຖາມ. ບັນຫາກໍຄື ທຸກຄົນມີີຄຳຕອບທີ່ແຕກຕ່າງກັນ.

ແລ້ວແຕ່ວ່າຂ່າວລືແນວໃດທີ່ີທ່ານມັກ ທ່ານກິມຫາຍໂຕໄປກໍເພາະວ່າລາວເຈັບ ຂໍ້ຕີນຂອງລາວ ມີບັນຫາໝາກໄຂ່ຫຼັງບໍ່ເຮັດວຽກ ໄດ້ຜ່າຕັດຫົວໃຈທີ່ລົ້ມແຫຼວ ເຂົ້າໄປກັກຕົນເອງເພື່ອຫຼີກລ່ຽງໄວຣັສໂຄໂຣນາ ຫຼືໄດ້ຮັບບາດເຈັບລະຫວ່າງ ການຍິງທົດລອງລູກສອນໄຟ.

ແລະທ່ານກິມເປັນຢ່າງໃດໃນປັດຈຸບັນນີ້ ອີງຕາມຂ່າວລືຕ່າງໆ ທ່ານອາດຢູ່ໃນ ຄວາມບໍ່ຮູ້ສຶກໂຕຫຼຶສະໝອງບໍ່ເຮັດວຽກ ຫຼຶືວ່າຕາຍໄປແລ້ວ ຫຼືວ່າຍັງຍ່າງໄປມາ ຢູ່ເມືອງທ່າວອນຊານ ທາງພາກຕາເວັນອອກຂອງປະເທດ ບ່ອນທີ່ທ່ານມີຫາດ ຊາຍບ່່ອນຕາກອາກາດ. ໃນອາທິດທີ່ຜ່ານມາ ນິຕິຍະສານຊຸບຊິບສັງຄົມ ແລະ ອົງການຂ່າວທີ່ມີຊື່ສຽງຢູ່ໃນທົ່ວໂລກ ໄດ້ພິມເຜີຍແຜ່ເລື້ອງທີ່ຕະຫລົກແຕກຕ່າງ ຢອກລໍ້ທ່ານກິມ ບໍ່ມີເລື້ອງໃດທີ່ຢັ້ງຢືນໄດ້. ເຖິງແມ່ນວ່າມີຂ່າວລືຢ່າງຫຼວງຫຼາຍ ແລະ ເພີ້ມຂຶ້ນໃນແຕ່ລະມື້ ຄວາມຈິງແລ້ວບໍ່ມີຫຍັງເປັນທີ່ຊາບໄດ້ ກ່ຽວກັບສະ ພາບການ ຫຼືວ່າທ່ານກິມນັ້ນຢູ່ໃສກັນແທ້ ຜູ້ທີ່ໄດ້ເຫັນຢູ່ໃນກອງປະຊຸມຂອງພັກ ຢູ່ນະຄອນພຽງຢາງ ເມື່ອວັນທີ 11 ເມສາ.

ຂ່າວຊ່າລືຍັງຄ່ອຍດຳເນີນຢູ່ຕໍ່ມາ ຫຼັງຈາກທ່ານກິມ ຜູ້ທີ່ອ້ວນພີເກີນໄປ ອາຍຸ 36 ປີ ນັກສູບຢາ ມີປະວັດດ້ານສຸຂະພາບ ບໍ່ປາກົດໂຕຢູ່ສາທາລະນະໃນວັນ

ສະຫຼອງວັນຄ້າຍວັນເກີດ ມື້ລາງປູ່ຂອງທ່ານ ຜູ້ກໍ່ຕັ້ງເກົາຫຼີເໜືອ ເມື່ອວັນທີ 15 ເມສາຜ່ານມາ ອັນເປັນມື້ພັກທີ່ສຳຄັນ.

ໂດຍອ້າງແຫຼ່ງຂ່າວທີ່ບໍ່ບອກຊື່ ເວັບໄຊຂ່າວລາຍວັນ NK ທີີ່ມີຫ້ອງການ ຢູ່ນະ ຄອນຫຼວງໂຊລ ໃນວັນຈັນວານນີ້ໄດ້ລາຍງານວ່າ ທ່ານກິມໄດ້ຜ່າຕັດຫົວໃຈ ໃນ ວັນທີ 12 ເມສາ ແລະພວມພັກຟື້ນ ຢູ່ຄຸ້ມບ້ານແຫ່ງນຶ່ງນອກນະຄອນຫຼວງພຽງ ຢາງ. ຂ່າວລືໄດ້ແຜ່ລາມອອກໄປ ຫຼັງຈາກ ໂທລະພາບ CNN ໃນວັນດຽວກັນ ໄດ້ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ສະຫະລັດທີ່ບໍ່ບອກຊື່ ກ່າວວ່າ ເຂົາເຈົ້າໄດ້

“ສັງເກດການເບິ່ງຂ່າວກອງ” ທີ່ສະເໜີແນະວ່າ ທ່ານກິມຕົກຢູ່ໃນ “ອັນຕະລາຍ ທີ່ສຸດ” ຫຼັງຈາກການຜ່າຕັດ. ຕົກມາເຖິງວັນເສົາທີ່ຜ່ານມາ TMZ ຊຶ່ງເວັບໄຊ ຊຸບຊິບຂ່່າວກ່ຽວກັບຜູ້ມີຊື່ສຽງ ລາຍງານວ່າ ທ່ານກິມໄດ້ຕາຍແລ້ວ ທີ່ໄດ້ກໍ່ໃຫ້ ເກີດມີການຕະຫລົກທີ່ນັບບໍ່ໄດ້ ຢູ່ໜ້າເວັບໄຊກ່ຽວກັບຜູ້ນຳໜຸ່ມທ້ອງປຸ້ງທ່ານນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG