ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຊຸມ​ນຸມ​ຢູ່ນອກ​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ໃນ​ນະ​ຄອນ ເຈ​ນີ​ວາ ຮຽກ​ຮ້ອງ​ໃຫ້​ກຸ່ມ ຮາ​ມາ​ສ ປ່ອຍ​ຕົວ​ປະ​ກັນ


ຜູ້​ສະ​ໜັບ​ສະ​ໜູນອິ​ສ​ຣາ​ແອ​ລ, ສະ​ມາ​ຊິກ​ຂອງ​ຊຸມ​ຊົນ​ຊາວ​ຢິວ ແລະ ຄອບ​ຄົວ, ໝູ່​ເພື່ອນ​ຂອງ​ຜູ້​ຖືກ​ຈັບ​ເປັນ​ຕົວ​ປະ​ກັ​ນຮຽກ​ຮ້ອງ​ການ​ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ຮາ​ມາ​ສ, ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຢູ​ໂຣບ ໃນ​ນະ​ຄອນເຈ​ນີ​ວາ, ສວິດ​ເຊີ​ແລນ, 22 ຕຸ​ລາ 2023.
ຜູ້​ສະ​ໜັບ​ສະ​ໜູນອິ​ສ​ຣາ​ແອ​ລ, ສະ​ມາ​ຊິກ​ຂອງ​ຊຸມ​ຊົນ​ຊາວ​ຢິວ ແລະ ຄອບ​ຄົວ, ໝູ່​ເພື່ອນ​ຂອງ​ຜູ້​ຖືກ​ຈັບ​ເປັນ​ຕົວ​ປະ​ກັ​ນຮຽກ​ຮ້ອງ​ການ​ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ຮາ​ມາ​ສ, ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຢູ​ໂຣບ ໃນ​ນະ​ຄອນເຈ​ນີ​ວາ, ສວິດ​ເຊີ​ແລນ, 22 ຕຸ​ລາ 2023.

ຜູ້​ປະ​ທ້ວງຫຼາຍ​ຮ້ອຍ​ຄົນ​ໄດ້​ຊຸມ​ນຸມ​ກັນ​ຢູ່ນອກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ອາ​ທິດ​ວານນີ້​ເພື່ອ​ຮຽກ​ຮ້ອງ​ການ​ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໄປ​ໂດຍ​ກຸ່ມ​ຮາ​ມາ​ສ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ນອງ​ເລືອກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ​ໃນ ອິ​ສ​ຣາ​ແອ​ລ, ອີງ​ຕາ​ອົງ​ການ​ຂ່າວ ເອ​ເອັ​ຟ​ພີ.

ການ​ປະ​ທ້ວງ​ຢູ່​ຈະ​ຕຸ​ລັດ​ຢູ່ນອກ​ສຳ​ນັກ​ງານ​ໃຫຍ່ Palais des Nations ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ ເຈ​ນີ​ວາ ແມ່ນ​ຖືກ​ຈັດ​ຂຶ້ນ​ໂດຍ​ພັນ​ທະ​ມິດ​ສຽງ​ເພື່ອ​ເສ​ລີ​ພາບ, ທີ່​ນຳ​ເອົາ​ການ​ເຕົ້າ​ໂຮມ​ກັນ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ອຳ​ນວຍ​ການ​ຂອງ​ຊາວ ຄ​ຣິ​ສ​ຕຽນ ໄຊ​ອອນ.

ແນວ​ໃດ​ກໍ່​ຕາມ​ການ​ເຕົ້າ​ໂຮມ​ກັນ​ດັ່ງ​ກ່າວ​ແມ່ນ​ມີ​ແນວ​ໂນ້ມ​ໄປ​ທາງ​ສາ​ສະ​ໜາ, ດ້ວຍ​ການ​ຮ້ອງ ແລະ ເວົ້າ​ຄຳ​ຂວັນ​ປະ​ສົມ​ກັບ​ການ​ສູດ​ມົນ ແລະ ເພງ​ສາ​ສະ​ໜາ.

ການ​ປະ​ທ້ວງ​ແມ່ນ​ຈຸດ​ສູງ​ສຸດ​ຂອງ​ການ​ຢ້ຽມ​ຢາມ​ນະ​ຄອນ ເຈ​ນີ​ວາ ໂດຍ​ບັນ​ດາ​ຄອບ​ຄົວ​ຂອງ​ຜູ້​ທີ່​ໄດ້​ຫາຍ​ສາບ​ສູນ​ໄປຫຼາຍ​ຄົນ​ນັບ​ຕັ້ງ​ການ​ໂຈມ​ຕີ​ຂອງ​ກຸ່ມ​ຮາ​ມາ​ສ. ເຂົາ​ເຈົ້າ​ໄດ້​ພົບ​ກັບ​ທ່ານ ເມີ​ຈາ​ນາ ສ​ໂປ​ລ​ຈາ​ຣິກ, ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ, ແລະ ຫົວ​ໜ້າ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ໂວ​ລ​ເກີ ເທີກ.

ຜູ້​ປະ​ທ້ວງຫຼາຍ​ຄົນ​ໄດ້​ຍົກ​ທຸງ​ຊາດ ອິ​ສ​ຣາ​ແອ​ລ ຫຼື ຄຸມ​ມັນ​ອ້ອມ​ບ່າ​ໄຫຼ່​ຂອງ​ເຂົາ​ເຈົ້າ, ຫຼືຍົກ​ປ້າຍ​ທີ່​ມີ​ຮູບ​ຂອງ​ຊາວ ອິ​ສ​ຣາ​ແອ​ລ ທີ່​ໄດ້​ຫາຍ​ສາບ​ສູນ ລວມ​ທັງ​ເດັກ​ນ້ອຍ.

ບາງ​ຄົນ​ໄດ້​ນຸ່ງ​ເສື້ອ​ທີ່​ອ່ານ​ວ່າ “Set them free” ຫຼື ປ່ອຍ​ເຂົາ​ເປັນ​ອິດ​ສະຫຼະ, ແລະ ຖື​ປ້າຍ​ທີ່​ອ່າຍ​ວ່າ “Never again is NOW,” ຫຼື ບໍ່​ມີ​ອີກ​ແລ້ວ​ແມ່ນ​ດຽວນີ້, “ຊີ​ວິດ​ຜູ້​ບໍ​ລິ​ສຸດ​ແມ່ນບໍ່​ສາ​ມາດ​ເຈ​ລະ​ຈາ​ໄດ້” ແລະ ເດັກ​ນ້ອຍບໍ່​ແມ່ນ​ສິ່ງ​ຂອງ​ເພື່ອ​ການ​ຕໍ່​ລອງ.”

ທ່ານ ເລ​ອອນ ເມ​ເຈີ, ປະ​ທານ​ຂອງ​ຊາວ​ຄ​ຣິ​ສ​ຕຽນ​ເພື່ອ​ ອິ​ສ​ຣາ​ແອ​ລ ສາ​ກົນ, ໄດ້​ຮຽກ​ຮ້ອງ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃຫ້​ “ເຮັດ​ວຽກ​ເພື່ອ​ການ​ປ່ອຍ​ຕົວ​ປະ​ກັນ,” ໂດຍ​ກ່າວ​ວ່າ “ຊ່ວຍ​ຊີ​ວິດ​ຂອງ​ຜູ້​ທີ່ຍັງ​ສາ​ມາດ​ຖືກ​ຊ່ວຍ​ໄດ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG