ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ອິນໂດເນເຊຍ ໂຮມຊຸມນຸມ ເພື່ອ ການຜ່ອນສັ້ນຜ່ອນຍາວ ແລະຄວາມສາມັກຄີ


ປະຊາຊົນ ອິນໂດເນເຊຍ ເຕົ້າໂຮມກັນໃນລະຫວ່າງການຊຸມນຸມ ໃນນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. 4 ທັນວາ, 2016.
ປະຊາຊົນ ອິນໂດເນເຊຍ ເຕົ້າໂຮມກັນໃນລະຫວ່າງການຊຸມນຸມ ໃນນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. 4 ທັນວາ, 2016.

ຈິດໃຈແຫ່ງການໂຮມຊຸມນຸມກັນຄັ້ງນີ້ກໍຄື ການຜ່ອນສັ້ນຜ່ອນຍາວ ແລະ ການເປັນເອກະ ພາບກັນ ສຳລັບຜູ້ຄົນຫຼາຍພັນຄົນໃນນະຄອນຫຼວງຂອງອິນໂດເນເຊຍວັນອາທິດມື້ນີ້. ການໂຮມຊຸມນຸມຢ່າງສັນຕິໄດ້ມີຂຶ້ນລຸນຫຼັງການປະທ້ວງຄັ້ງໃຫຽ່ສອງເທື່ອເມື່ອບໍດົນນີ້ ຢູ່ ໃນນະຄອນ ຈາກາກຕາ ໂດຍພວກອະນຸລັກນິຍົມມຸສລິມ ທີ່ຮຽກຮ້ອງໃຫ້ຜູ້ປົກຄອງນະ ຄອນຊາວ ຄຣິສຕຽນ ຜູ້ທຳອິດໃນຮອບ 50 ປີ ລາອອກ .

ການໂຮມຊຸມນຸມຢ່າງສັນຕິໄດ້ມີຂຶ້ນລຸນຫຼັງພຽງສອງມື້ ຫຼັງຈາກພວກປະທ້ວງຫຼາຍກວ່າ 2 ຮ້ອຍພັນຄົນ ໄດ້ເຕົ້າໂຮມກັນຢູ່ໃນນະຄອນຫຼວງ ຮຽກຮ້ອງໃຫ້ຈັບກຸມ ຜູ້ປົກຄອງ Busuki Tjahaja Purmam ຊຶ່ງເປັນທີ່ຮູ້ກັນວ່າອີກ Ahok ນັ້ນ.

ປະທານາທິບໍດີໂຈໂກ ວີໂດໂດ ໄດ້ຫຼອນໄປຍັງສະຖານທີ່ຊຸມນຸມດັ່ງກ່າວ ໃນວັນສຸກຜ່ານ ມາແລ້ວກໍຊຸກຍູ້ໃຫ້ຝູງຊົນທີ່ໃສ່ເສື້ອຄຸມສີຂາວທັງຫຼາຍ ພາກັນແຍກຍ້າຍອອກໄປຢ່າງສັນ ຕິ.

ທ່ານ ອາຮົກ ໄດ້ຖືກກ່າວຟ້ອງວ່າໝິ່ນປະໝາດ ຍ້ອນຄຳເຫັນຂອງຜູ້ກ່ຽວ ທີ່ກ່າວຕໍ່ຄຳພີ ກູຣ່ານ. ຕໍ່ມາຫຼັງຈາກນັ້ນ ທ່ານກໍໄດ້ຂໍໂທດ ແລະ ເວົ້າວ່າທ່ານບໍ່ມີເຈດຕະນາທີ່ຈະສ້າງ ຄວາມບາດໝາງໃດໆ ທີ່ກໍບໍ່ໄດ້ແກ້ໄຂຫຽັງພໍທໍ່ໃດ ສຳລັບຜູ້ທີ່ສ່ວນໃຫຍ່ເປັນຊາວ ມຸສລິມ ທີ່ບໍລິຫານໂດຍຊາວ ຄຮິສຕຽນ ນັ້ນ.

ໃນທີ່ຊຸມນຸມໃນວັນອາທິດມື້ນີ້ ຊາວອິນໂດເນເຊຽໄດ້ພາກັນແກວ່ງທຸງຊາດໄປມາພ້ອມ ປ້າຍຄຳຂວັນວ່າ “ພວກເຮົາແມ່ນອິນໂດເນເຊຍ”.

ທ່ານ ສຸຣິຍາ ປາໂລ ປະທານຂອງພັກປະຊາທິປະໄຕແຫ່ງຊາດກ່າວວ່າ “ສັດຕູໂຕສຳຄັນ ຂອງພວກເຮົາກໍຄືຄວາມໂງ່ຈ້າແລະຄວາມທຸກຈົນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG