ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Rajoy ອ້າງວ່າ ພັກຂອງທ່ານ ມີສິດທີ່ຈະ ປົກຄອງປະເທດ ສເປນ


ນາຍົກລັດຖະມົນຕີ ວ່າການພາງຂອງ ສເປນ ແລະ ສະມາຊິກຂອງພັກທີ່ໄດ້ຮັບຄວາມນິຍົມ ທ່ານ Mariano Rajoy ຍົກມືທັກທາຍພວກສະໜັບສະໜູນ ໃນຂະນະທີ່ທ່ານ ສະເຫຼີມສະຫຼອງຜົນຄະແນນຂອງພັກໃນລະຫວ່າງການເລືອກຕັ້ງ ແຫ່ງຊາດທີ່ນະຄອນຫຼວງ Madrid, ປະເທດ ສເປນ. 26 ມິຖຸນາ, 2016.
ນາຍົກລັດຖະມົນຕີ ວ່າການພາງຂອງ ສເປນ ແລະ ສະມາຊິກຂອງພັກທີ່ໄດ້ຮັບຄວາມນິຍົມ ທ່ານ Mariano Rajoy ຍົກມືທັກທາຍພວກສະໜັບສະໜູນ ໃນຂະນະທີ່ທ່ານ ສະເຫຼີມສະຫຼອງຜົນຄະແນນຂອງພັກໃນລະຫວ່າງການເລືອກຕັ້ງ ແຫ່ງຊາດທີ່ນະຄອນຫຼວງ Madrid, ປະເທດ ສເປນ. 26 ມິຖຸນາ, 2016.

ນາຍົກລັດຖະມົນຕີວ່າການພາງຂອງ ສເປນ ທ່ານ Mariano Rajoy ກ່າວວ່າ ໃນເມື່ອພັກປະຊາຊົນຂອງທ່ານໄດ້ຮັບໄຊຊະນະດ້ວຍຄະແນນສຽງຫຼາຍທີ່ສຸດ ໃນການເລືອກຕັ້ງຊ້ຳຄືນຂອງລັດຖະສະພາໃນວັນອາທິດວານນີ້, ກໍແມ່ນວ່າ ພວກຕົນໄດ້ຮັບສິດ ເພື່ອປົກຄອງປະເທດ.

ພັກປະຊາຊົນ ໄດ້ຮັບໄຊຊະນະ 137 ບ່ອນນັ່ງ, ເຊິ່ງຫຼາຍຂຶ້ນ 14 ບ່ອນຈາກຄັ້ງ ທີ່ຜ່ານມາ, ແຕ່ຍັງຂາດຈຳນວນທີ່ຕ້ອງການ 176 ບ່ອນນັ່ງສຳລັບການມີ ສຽງສ່ວນຫຼາຍໃນສະພາ 350 ຄົນ.

ທ່ານ Rajoy ໄດ້ກ່່າວໃນວັນອາທິດວານນີ້ວ່າ “ພວກເຮົາໄດ້ອ້າງເອົາສິດທິໃນ ການປົກຄອງປະເທດ, ເຊິ່ງຊັດເຈນແລ້ວ ເພາະວ່າພວກເຮົາໄດ້ຊະນະໃນການ ເລືອກຕັ້ງ, ແຕ່ວ່າຕອນນີ້ຈຸດເພັ່ງເລັງຂອງພວກເຮົາກໍແມ່ນ ສ້າງຕົນໃຫ້ເປັນ ປະໂຫຍດຕໍ່ປະຊາກອນທັງໝົດຂອງປະເທດ.”

ສເປນ ໄດ້ຈັດການເລືອກຕັ້ງລັດຖະສະພາຊ້ຳຄືນໃນວັນອາທິດວານນີ້ ຫຼັງຈາກ ທີ່ໄດ້ຮັບຄະແນນທີ່ບໍ່ສາມາດສະຫຼຸບໄດ້ໃນການເລືອກຕັ້ງເດືອນທັນວາທີ່ຜ່ານມາ, ເຊິ່ງໄດ້ເກີດຂຶ້ນ 6 ເດືອນຈາກການເຈລະຈາທີ່ໄດ້ຮັບຄວາມລົ້ມແຫຼວ.

ພັກສັງຄົມນິຍົມໄດ້ຕາມຫຼັງມາເປັນອັນດັບ 2 ໃນການປ່ອນບັດເລືອກຕັ້ງໃນ ວັນອາທິດວານນີ້ດ້ວຍ 85 ບ່ອນນັ່ງ ເຊິ່ງມີ 5 ບ່ອນນັ່ງໜ້ອຍກວ່າເດືອນ ທັນວາທີ່ຜ່ານມາ.

ພັນທະມິດ Unidos Podemos ທີ່ຕໍ່ຕ້ານຄວາມເຂັ້ມງວດສຸດຂີດ, ເຊິ່ງລວມ ມີພັກ ຄອມມູນິສ ແລະ ພັກການເມືອງສີຂຽວ, ໄດ້ຊະນະ 71 ບ່ອນນັ່ງ. ພັນ ທະມິດດັ່ງກ່າວນັ້ນ ຫວັງວ່າຈະແຊງພັກສັງຄົມນິຍົມ ໃນຄວາມພະຍາຍາມທີ່ ຈະທັບມ້າງປະເພນີການຄວບ ຄຸມການເມືອງທີ່ຄວບຄຸມໂດຍສອງພັກ ໃນປະ ເທດທີ່ມີເສດຖະກິດໃຫຍ່ເປັນອັນດັບ 5 ຂອງ ຢູໂຣບ.

ພັກ Ciudadanos ທີ່ເປັນມິດຕໍ່ທຸລະກິດ ຄັ້ງໜຶ່ງເຄີຍເປັນພັນທະມິດຂອງ ນາຍົກລັດຖະມົນຕີ Rajoy ແລະ ຜູ້ຕິດຕາມທ່ານ, ໄດ້ຈົບລົງເປັນອັນດັບ 4 ພ້ອມດ້ວຍ 32 ບ່ອນນັ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Spain Election
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG