ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຣາຮອຍ ເດີນທາງ ຢ້ຽມຢາມແຄວ້ນ ຄາຕາໂລເນຍ


ນາຍົກລັດຖະມົນຕີ ສະເປນ ທ່ານ ມາຣີອາໂນ ຣາຮອຍ ກ່າວຄຳຖະແຫຼງການ ຫຼັງຈາກກອງປະຊຸມຄະນະລັດຖະມົນ
ຕີພິເສດ ທີ່ທຳນຽບ ມົງຄລົວ ໃນນະຄອນຫຼວງ ມາດຣິດ. 27 ຕຸລາ, 2017.
ນາຍົກລັດຖະມົນຕີ ສະເປນ ທ່ານ ມາຣີອາໂນ ຣາຮອຍ ກ່າວຄຳຖະແຫຼງການ ຫຼັງຈາກກອງປະຊຸມຄະນະລັດຖະມົນ ຕີພິເສດ ທີ່ທຳນຽບ ມົງຄລົວ ໃນນະຄອນຫຼວງ ມາດຣິດ. 27 ຕຸລາ, 2017.

ທ່ານ ມາຣີອາໂນ ຣາຮອຍ ນາຍົກລັດຖະມົນຕີ ສະເປນ ໄດ້ໄປເຖິງແຄວ້ນ ຄາຕາໂລ
ເນຍ ໃນວັນອາທິດມື້ນີ້ ອັນເປັນການຢ້ຽມຢາມຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ລັດຖະ
ບານ ມາດຣິດ ໄດ້ບັງຄັບໃຊ້ການປົກຄອງໂດຍກົງ ຕໍ່ແຄວ້ນດັ່ງກ່າວເປັນຕົ້ນມາ.

ການຢ້ຽມຢາມເມືອງ ບາເຊໂລນາ ຂອງທ່ານໄດ້ມີຂຶ້ນນຶ່ງວັນ ລຸນຫຼັງຂະບວນການປະ
ທ້ວງຢ່າງກວ້າງຂວາງໄດ້ມີຂຶ້ນໃນເມືອງດັ່ງກ່າວ ຍ້ອນຄວາມເປັນເອກະລາດຂອງ
ແຄ້ວນ ຄາຕາໂລເນຍ ຖືກທຳລາຍ ຊຶ່ງການປະທ້ວງດັ່ງກ່າວໄດ້ຮຽກຮ້ອງໃຫ້ປ່ອຍໂຕ
ພວກຜູ້ນຳທີ່ຖືກຈັບຂັງຄຸກ ທັງໃຫ້ຮັບຮູ້ການແຍກໂຕອອກຂອງສາທາລະນະລັດ
ຄາຕາໂລເນຍ ນັ້ນນຳ.

ມີການຄາດກັນວ່າ ທ່ານ ຣາຮອຍ ຈະປາກົດໂຕໃນເມືອງ ບາເຊໂລນາ ເພື່ອໂຄສະນາ
ຫາສຽງສຳລັບພັກ ຈາຮີດນິຍົມຂອງທ່ານ ລ່ວງໜ້າການເລືອກຕັ້ງໃນຂົງເຂດໃນເດືອນ
ໜ້ານີ້.

ລັດຖະບານກາງຂອງ ສະເປນ ໄດ້ບັງຄັບໃຊ້ການປົກຄອງໂດຍກົງຕໍ່ແຄວ້ນ ຄາຕາໂລ
ເນຍທັນທີ ລຸນຫຼັງສະພາຂອງແຄວ້ນດັ່ງກ່າວລົງຄະແນນສຽງແຍກໂຕອອກເປັນເອກະ
ລາດໃນວັນທີ 2 ເດືອນຕຸລານັ້ນ.

ສະເປນ ໄດ້ຈັບກຸມພວກນັກການເມືອງຫົວແບ່ງແຍກຫຼາຍສິບຄົນ ເປັນເຫດເຮັດໃຫ້
ຜູ້ນຳອຳນາດປົກຄອງແຄວ້ນ ຄາຕາໂລເນຍ ທ່ານ ຄາເລສ ປູອິກເດີມັອນ ຕ້ອງໂຕນໜີ
ໄປປະເທດ ແບລຈຽມ.

ສະມາຊິກຂອງອຳນາດປົກຄອງເຂດແຄວ້ນທີ່ຖືກຍຸບ 8 ທ່ານ ລວມທັງນັກເຄື່ອນໄຫວ
ທີ່ມີຊື່ສຽງສອງທ່ານໄດ້ຖືກຈັບເຂົ້າຄຸກ.

ພວກທີ່ຍັງຖືກຄຸມຂັງຢູ່ ໂດຍບໍ່ໃຫ້ມີການປະກັນໂຕມີລວມທັງຮອງປະທານຜູ້ປົກຄອງ
ເຂດທ່ານ ອໍຣິໂອນ ຮຸນເກຣາສ ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG