ທ່ານ ໂກຕາບາຢາ ຣາຈາປັກຊາ ໄດ້ສາບານຕົນເປັນປະທານາທິບໍດີຄົນໃໝ່ຂອງປະເທດ ສຣີລັງກາ.
ໃນການກ່າວຄຳປາໄສເຂົ້າຮັບຕຳແໜ່ງຂອງທ່ານໃນວັນຈັນມື້ນີ້ ຢູ່ທີ່ວັດ ຣູວານແວລ ເຊຢາ ໃນພາກພື້ນທີ່ຕັ້ງຢູ່ພາກເໜືອຕອນກາງ, ທ່ານ ຣາຈາປັກຊາ ໄດ້ຮຽກຮ້ອງຊົນກຸ່ມນ້ອຍ ຕາມິລ ແລະ ຊຸມຊົນຊາວມຸສລິມ ຜູ້ທີ່ໄດ້ລົງຄະແນນສຽງຄັດຄ້ານທ່ານນັ້ນໃຫ້ເຮັດວຽກຮ່ວມກັບທ່ານ.
ແຕ່ທັງສອງຊຸມຊົນນັ້ນໄດ້ສະແດງຄວາມເປັນຫ່ວງຂອງເຂົາເຈົ້າໃນລະຫວ່າງການໂຄສະນາຫາງສຽງປະທານາທິບໍດີ ກ່ຽວກັບໄຊຊະນະສຳລັບທ່ານ ຣາຈາປັກຊາ, ອະດີດເຈົ້າໜ້າທີ່ປ້ອງກັນປະເທດຫົວຈັດ ພາຍໃຕ້ອ້າຍຂອງທ່ານ, ອະດີດປະທານາທິບໍດີ ມາຮິນດາ ຣາຈາປັກຊາ.
ປະທານາທິບໍດີທີ່ຫາກໍໄດ້ເຂົ້າຮັບຕຳແໜ່ງໃໝ່ນັ້ນ ໄດ້ສັນຍາໃນການກ່າວຄຳປາໄສຂອງທ່ານໃນວັນຈັນມື້ນີ້ວ່າ ການຮັກສາຄວາມປອດໄພແຫ່ງຊາດຈະເປັນບູລິມະສິດສູງສຸດຂອງລັດຖະບານຂອງທ່ານ. ປະເທດ ສຣີລັງກາ ໄດ້ຖືກກະທົບໂດຍການໂຈມຕີລະເບີດສະຫຼະຊີບທີ່ໄດ້ແຮງບັນດານໃຈຈາກກຸ່ມລັດອິສລາມ ໃນວັນອີສເຕີ ທີ່ຜ່ານມາ, ສັງຫານປະຊາຊົນ 269 ຄົນ.
ຜູ້ນຳຄົນໃໝ່, ຜູ້ທີ່ມີອາຍຸ 70 ປີນັ້ນ, ໄດ້ຄວບຄຸມກອງທັບທີ່ເອົາຊະນະກຸ່ມແບ່ງແຍກດິນແດນ ຕາມິລ ເມື່ອສິບປີທີ່ຜ່ານມາ.
ຄູ່ແຂ່ງຂອງທ່ານ ຣາຈາປັກຊາ ໃນການລົງຄະແນນສຽງເມື່ອວັນເສົາທີ່ຜ່ານມາ ແມ່ນທ່ານ ຊາຈິດ ເປຣມາດາຊາ, ອາຍຸ 52 ປີລູກຊາຍຂອງອະດີດປະທານາທິບໍດີ ທີ່ຖືກລອບສັງຫານ ທ່ານ ຣານາຊິງ ເປຣມາດາຊາ.