ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸໄຕ້​ຝຸ່ນ Nida ນຳທັງຝົນແລະລົມແຮງ ໄປປິດບ້ານເຮືອນແລະກິດຈະການ​ເກາະ​ຮົງ​ກົງ​ລົງ


China Typhoon
please wait
Embed

No media source currently available

0:00 0:01:01 0:00

ໄຕ້​ຝຸ່ນ Nida ​ໄດ້​ອ່ອນ​ຕົວ​ລົງສູ່​ລະດັບ​ພາຍຸ​ລະດູ​ຮ້ອນ​ທຳ​ມະ​ດາ​ໃນ​ວັນ​ອັງຄານ​ມື້​ນີ້ ແຕ່​ວ່າ ຍັງ​ມີ​ລົມ​ແຮງ ​ແລະ​ຝົນຕົກ​ໜັກ​ຢູ່ ​ໃນ​ຂະນະ​ທີ່​ມັນ​ເຄື່ອນ​ຍ້າຍ​ຈາກ ຮົງ​ກົງ ສູ່​ທາງ​ພາກ​ໃຕ້​ຂອງ​ຈີນ.

ພະຍາກອນ​ອາກາດ ​ໄດ້​ກ່າວ​ວ່າ ລົມ​ມີ​ຄວາມ​ແຮງ​ສະ​ເລ່ຍ 40 ຫາ 60 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງໂດຍສູນ​ກາງຂອງ​ພະຍຸ​ນັ້ນ​ແມ່ນ ຢູ່​ໃນແຂວງກວາງຕຸ້ງ ​ແລະ​ກຳ​ລັງ​ເຄື່ອນ​ຍ້າຍ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ ​ແລະ ພາກ​ຕາ​ເວັນ​ຕົກສຽງ​ເໜືອ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ອັງຄານ​ມື້​ນີ້.

ພາຍຸ ​ໄດ້​ປິດ​ເກາະ​ຮົງ​ກົງ​ລົງ ​ໃນ​ຂະນະ​ທີ່​ໄດ້​ພັດ​ຜ່ານ ​ແລງ​ວັນ​ຈັນ​ແລະເຊົ້າ​ວັນ​ອັງຄານ​ມື້​ນີ້ ບັງຄັບ​ໃຫ້ ຖ້ຽວ​ບິນ​ຫຼາຍ​ຮ້ອຍ​ຖ້ຽວຍົກ​ເລີກ​ໄປ ຕະຫຼາດ​ຮຸ້ນ ​ໄດ້​ປິດ​ລົງ ​ແລະ​ພາ​ໃຫ້ພວກ​ຜູ້​ຄົນຢູ່​ໃນ​ບ້ານ​ ບໍ່​ອອກ​ໄປເຮັດ​ວຽກ​ຂ້າງ​ນອກ​ແລະ​ໂຮງຮຽນ.

ໜ່ວຍ​ສຳຫ​ລວດ​ຂອງ​ຮົງ​ກົງ ​ໄດ້​ກ່າວ​ວ່າ ຝົນຕົກ​ຫຼາຍ​ກວ່າ 100 ມິນ​ລີ​ແມັດ ​ໃນສ່ວນ​ໃຫຍ່ຂອງ​ຮົງ​ກົງ ​ໃນ​ຂະນະ​ທີ່ ​ເກາະ Landua ມີ​ຝົນຕົກ ຫຼາຍ​ກວ່າ 200 ມິນ​ລີ​ແມັດ.

ພະຍາກອນ​ອາກາດ ຄາດ​ວ່າ ພາຍຸ​ດັ່ງກ່າວ​ຈະ​ອ່ອນ​ຕົວ​ລົງ​ໃນ​ຕໍ່ໜ້າ ຕອນ​ທີ່​ມັນ​ເຄື່ອນ​ຍ້າຍ ​ໄປ​ສູ່ ​ແຂວງ Guangxi ​ໃນ​ຕອນ​ບ່າຍ​ຂອງ​ວັນ​ພຸດ​ມື້​ອື່ນ​ນີ້ ​ແລະ​ໃກ້ໆ​ກັບ​ແຂວງ Yunan ​ໃນ​ວັນ​ພະຫັດ​ຈະ​ມາ​ເຖິງ​ນີ້.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG