ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນ​ຕົກ​ໜັກ ໃນຍີ່ປຸ່ນ ພາໃຫ້​ເກີດ ໄພນ້ຳ​ຖ້ວມ ຮ້າຍແຮງ


Asia Storm
please wait
Embed

No media source currently available

0:00 0:00:53 0:00

ຝົນ​ຕົກ​ໜັກໃສ່ເຂດທີ່ປຽກຊຸ່ມຢູ່ແລ້ວໃນພາກ​ກາງ​ແລະ​ພາກເໜືອ​
ຂອງ​ຍີ່ປຸ່ນ ພາໃຫ້​ເກີດນ້ຳ​ຖ້ວມຮ້າຍແຮງ​ ໃນ​ວັນ​ພະຫັດ​ມື້​ນີ້ ບັງ​ຄັບ
​ໃຫ້ມີການ​ຍົກຍ້າຍ​ຜູ້​ຄົນ​ຈຳນວນ​ຫຼາຍສິບ​ພັນ​ຄົນ ອອກ​ຈາກ​ບ້ານ
​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ ​ແລະເຮັດໃຫ້ມີ​ການ​ຊ່ອຍ​ກູ້​ໄພ ​ພວກ​ທີ່
​ບໍ່​ສາມາດ​ ໜີອອກ​ມາ​ໄດ້​ທ່ວງທັນ​ນັ້ນ.

​ເມືອງ Joso ​ແມ່ນ​ບ່ອນ​ທີ່​ໄດ້ຮັບຜົນກະທົບແຮງ​ທີ່​ສຸດ ຊຶ່ງ​ຕັ້ງ​ຢູ່​ປະມານ 50 ຫຼັກກິໂລແມັດ ​ໄປ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນຫຼວງໂຕ​ກຽວ ບ່ອນ​ທີ່​ແມ່​ນ້ຳ Kinugawa
ໄດ້ລົ້ນຝັ່ງຂຶ້ນມາຖ້ວມ​ໝູ່ຊຸມຊົນ​ໃນ​ເຂດ​ອ້ອມ​ແອ້ມ​.


ກະ​ແສນ້ຳ ​ໄດ້​ພັດຊຸ​ເອົາ​ເຮືອນ​ຊານ​ບ້ານ​ຊ່ອງ​ໄປ ​ແລະ​ໃນ​ຕຶກ​ອາຄານ​ທີ່​ຍັງ​ຫຼົງ​ເຫຼືອ​ຢູ່​ນັ້ນ
ຜູ້​ຄົນ​ແມ່ນ​ໄດ້​ປີນຂຶ້ນ​ໄປ​ຢູ່​ຕາມ​ລະບຽງ ​ແລະ​ຫຼັງຄາ​ ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫຼືອ. ​ໂທລະພາບ​
ໄດ້​ເກັບ​ກຳ​ເອົາ​ຮູບ​ພາບ​ຂອງ​ການ​ຊ່ອຍ​ກູ້​ໄພ​ຫຼາຍໆ​ຄັ້ງ​ໃນ​ຂະນະ ​ທີ່​ເຮືອບິນ​ເຮ​ລິ​ຄອບ​ເຕີ
ທະຫານ ​ໄດ້​ບິນ​ເວີ່ນ​ເພື່ອ​ຊ່ອຍ​ກູ້​ເອົາ​ຜູ້​ຄົນ​ທີ່​ຕົກຄ້າງ​ຢູ່​ນັ້ນ ໄປ​ສູ່​ຄວາມ​ປອດ​ໄພ.

ຊາຍຜູ້ນຶ່ງ ທີ່ກວາດຜ່ານ້ຳຖ້ວມໃນໝູ່ບ້ານ ເຂດແມ່ນ້ຳ Kinugawa ທີ່ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນ Etau ໃນເມືອງ Joso, ຍີ່ປຸ່ນ, 10 ກັນຍາ 2015.
ຊາຍຜູ້ນຶ່ງ ທີ່ກວາດຜ່ານ້ຳຖ້ວມໃນໝູ່ບ້ານ ເຂດແມ່ນ້ຳ Kinugawa ທີ່ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນ Etau ໃນເມືອງ Joso, ຍີ່ປຸ່ນ, 10 ກັນຍາ 2015.


ມີ​ຊາຍ​ຜູ້​ນຶ່ງ ​ໄດ້ຢືນຢູ່ເທິງ​ທ່ອນ​ໄມ້ ​ແລະ​ຈ່ອງ​ເສົາ​ໄຟຟ້າໄວ້ ​ໃນ​ຂະ​ນະ​ທີ່​ນ້ຳ​ໄຫລຜ່ານອ້ອມ​ຮອບ​ຕົວລາວ ​ແລະ​ຕໍ່​ມາລາ​ວກໍ​ຖືກ​ຊ່ອຍ​ໄວ້​ໄດ້.

ຍີ່ປຸ່ນ​ ໄດ້ມີ​ຝົນຕົກ​ໜັກໃນ​ສັບປະດາ​ນີ້ ຈາກ​ພາຍຸ​ໄຕ້​ຝຸ່ນ Etau ຊຶ່ງ​ພາ​ໃຫ້​ມີ​ຝົນຕົກ​ແຮງໃນ​ບາງ​ເຂດ ກາຍ 50 ຊັງ​ຕີ​ແມັ​ດ.

ກົມ ​ອຸຕຸນິຍົມ​ຂອງ​ຍີ່ປຸ່ນ ​ໄດ້​ປະກາດ​ເຕືອນ​ໄພ​ຢ່າງ​ກ້ວາງ​ຂວາງ ​ຮຽກຮ້ອງໃຫ້​ຜູ້​ຄົນ​ຕຽມ​ພ້ອມ​ທີ່​ຈະ​ຍົກຍ້າຍ ໃນຂະນະທີ່ເກີດໄພ​ນ້ຳ​ຖ້ວມ​ແລະ​ດິນ​ເຈື່ອນຕື່ມອີກ. ມີ​ລາຍ​ງານ​ແຈ້ງວ່າ​ ​ດິນ​ໄດ້​ເຈື່ອນຖົມ​ບ້ານເຮືອນຫຼາຍຫລັງ ​ແລະ​ຍັງ​ຜົນ​ໃຫ້​ມີ​ແມ່ຍິງ​ຜູ້​ນຶ່ງ​ຫາຍ​ສາບ​ສູນ. ນາຍົກລັດ
ຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ປະຕິຍານໃນ​ວັນ​ພະຫັດ​ມື້​ນີ້ວ່າ ຈະ​ເພັ່ງ​ເລັງ​ໃສ່​ຂົງເຂດ​ທີ່​ໄດ້ຮັບຜົນກະທົບ​ຮ້າຍ​ແຮງ​ສຸດ ​“ແລະ​ຖືເອົາຄວາມປອດ​ໄພ​ຂອງປະຊາຊົນເປັນ​
ບູລິມມະ​ສິດ.”

Extreme Flooding Hits Japan
please wait

No media source currently available

0:00 0:00:29 0:00

XS
SM
MD
LG