ປະຊາຊົນສາທາລະນະລັດປະຊາທິປະໄຕຄອງໂກ ຫຼາຍລ້ານຄົນ ໄດ້ໄປປ່ອນບັດລົງ
ຄະແນນສຽງໃນວັນອາທິດວານນີ້ ທີ່ມີການຂັດແຍ້ງ ໃນການເລືອກຕັ້ງແຫ່ງຊາດທີ່ວຸ້ນ
ວາຍລ້າຊ້າຊ້ຳແລ້ວຊໍ້າອີກ ແລະໄດ້ຮັບຄວາມເສຍຫາຍຍ້ອນການກ່າວຫາວ່າສໍ້ໂກງ.
ໃນຂະນະທີ່ມື້ປ່ອນບັດ ເຊັ່ນດຽວກັນ ໄດ້ເປັນຂີດໝາຍແຫ່ງຄວາມວຸ້ນວາຍ ສັບສົນ
ແລະໂກດແຄ້ນ ຫຼາຍລ້ານຄົນທີ່ຮ່ວມຢູ່ໃນບັນຊີບັນດາຜູ້ປ່ອນບັດ 40 ລ້ານຄົນທີ່ເຂົ້າ
ຮ່ວມໃນອັນທີ່ອາດເປັນການຢັ່ງສຽງທີ່ສຳຄັນໃນປະຫວັດສາດຄວາມເປັນເອກກະລາດ
ຂອງປະເທດ.
ການຢັ່ງສຽງເທື່ອນີ້ເປັນຂີດໝາຍຂອງປະເທດເທື່ອທຳອິດ ໃນການໂອນອຳນາດຢ່າງ
ສັນຕິ ໃນເກືອບ 60 ປີ ໃນນາມປະເທດທີ່ເປັນເອກກະລາດ.
ບັນດາຜູ້ສັງເກດການສ່ວນຫຼາຍ ກ່ຽວກັບຊາວຄອງໂກ ໄດ້ທຳນາຍວ່າ ຄວາມວຸ້ນວາຍ
ຈະແຜ່ລາມໄປເວລາມີການລົງຄະແນນສຽງແຫ່ງຊາດທົ່ວໄປໃນວັນອາທິດ ທີ່ໄດ້ລ້າຊ້າ
ມາ ເປັນເວລານານ ແລະຄຳເວົ້ານັ້ນແມ່ນຖືກຕ້ອງ. ບາງທີ່ບໍ່ມີບ່ອນໃດທີ່ໄດ້ແຈ້ງຂາວ
ໄປກວ່ານະຄອນຫຼວງກິນຊາຊາ ບ່ອນທີ່ບັນດາໜ່ວຍປ່ອນບັດເຮັດໃຫ້ຫຼາຍຮ້ອຍຄົນ
ໂກດແຄ້ນ ຕ້ອນຮັບຫົວໜ້າຄະນະກຳມາທິການເລືອກຕັ້ງໃນຕອນເຊົ້າວັນອາທິດວານ
ນີ້ ດ້ວຍການຮ້ອງໂຮຮຽກຮ້ອງໃຫ້ທ່ານລາອອກ. ເມື່ອເຖິງຕາເວັນຕົກ ເວລາໜ່ວຍປ່ອນ
ບັດປິດລົງແລ້ວ ບາງບ່ອນກໍຍັງເປີດຢູ່ຕໍ່ໄປຈົນພວກລໍຢູ່ແຖວໄດ້ປ່ອນບັດໝົດທຸກຄົນ
ເສຍກ່ອນ. ນັກວິເຄາະ ທ່ານນາງສະແຕັຟຟານີ ໂວນເຕີຣສ໌ ຈາກສະຖາບັນການສຶກ
ສາຄວາມປອດໄພກ່າວວ່າ ມັນໄດ້ເປັນພາບທີ່ໜ້າເປັນຫ່ວງ.