ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ເຈົ້າ​ໜ້າ​ທີ່ ແລະ ປະຊາ​ຊົນ ​​ພົບ​ຄວາມ​ລຳ​ບາກ​ ໃນ​ການ​ຊອກ​ຫາຄົນ​ ​ຫາຍສາບ​ສູນຢູ່ ​ຍ້ອນ​ເຫດ ໄຟ​ໄໝ້ປ່າ ຢູ່ລັດຄາ​ລິ​ຟໍ​ເນຍ


ພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ພາ​ກັນ​ຍົກ​ຊາກ​ຫັກ​ພັງ​ອອກ ເພື່ອ​ຊອກ​ຫາ​ຊາກ​ສົບ​ຂອງ​ຄົນ ຢູ່​ໃນ​ເຮືອນລົດ​ທີ່ຖືກ​ໄຟ​ໄໝ້ ຢູ່​ເມືອງ​ພາ​ຣາ​ດາຍ​ສ໌, ລັດ​ຄາ​ລິ​ຟໍ​ເນຍ​ໃນ​ວັນ​ທີ 17 ພະ​ຈິກ, 2018.
ພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ພາ​ກັນ​ຍົກ​ຊາກ​ຫັກ​ພັງ​ອອກ ເພື່ອ​ຊອກ​ຫາ​ຊາກ​ສົບ​ຂອງ​ຄົນ ຢູ່​ໃນ​ເຮືອນລົດ​ທີ່ຖືກ​ໄຟ​ໄໝ້ ຢູ່​ເມືອງ​ພາ​ຣາ​ດາຍ​ສ໌, ລັດ​ຄາ​ລິ​ຟໍ​ເນຍ​ໃນ​ວັນ​ທີ 17 ພະ​ຈິກ, 2018.

ໃນ​ຂະ​ນະ​ທີ່​ໄຟ​ປ່າ​ທີ່​ເກີດ​ຢູ່​ໃນ​ເຂດ​ພາກ​ເໜືອ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ທີ່ເຮັດ​ໃຫ້ 81 ຄົນ
​ເສຍ​ຊີ​ວິດໄປ​ແລ້ວນັ້ນ ກຳ​ລັງ​ອ່ອນແຮງເຜົາ​ຜານ​ລົງ ພວກ​ເຈົ້າ​ໜ້າ​ທີ່ ແລະ​ປະຊາ​ຊົນ
​ໃນ​ທ້ອງ​ຖິ່ນ ພາ​ກັນ​ປະ​ເຊີນ​ກັບ​ຄວາມ​ລຳ​ບາກ​ໃນ​ການ​ຊອກ​ຫາ​ຄົນ​ໃນ ຄອບ​ຄົວ, ​ໝູ່
​ເພື່ອນ ແລະ​ເພື່ອນ​ບ້ານ​ ຂອງ​ພວກ​ເຂົາ​ເຈົ້າ ທີ່​ຢູ່​ໃນ​ຈຳ​ນວນຄົນ ​ເກືອບຮອດ 900 ຄົນ
ທີ່​ພວກ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ຍັງ​ຫາຍ​ສາບ​ສູນ​ຢູ່.

ບັນ​ຊີ​ລາຍ​ຊື່​ທາງ​ການຂອງ​ຄົນ​ທີ່​ຫາຍ​ສາບ​ສູນ ໄດ້ເຮັດ​ໃຫ້​ມີ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ແບບ
ເປັນ​ການ​ສົງ​ໄສ ​ຂອງ​ພວກ​ສັງ​ເກດ​ການ ທີ່ບໍ່​ເຂົ້າ​ໃຈ​ ເຖິງ​ໂຕ​ເລກຂອງຈຳ​ນວນ​ຄົນ ຫລື
ບໍ່​ຮູ້​ວ່າເຫດ​ຜົນ​ວ່າ ເປັນ​ຫຍັງ​ແຕ່​ລະ​ມື້​ຈຶ່ ງ​ມີ​ຈຳ​ນວນປ່ຽນ​ໄປ​ເປັນ​ຮ້ອຍໆ​ຄົນ. ຢູ່​ໃນຊ່ວງ
​ທ້າຍ​ອາ​ທິດຜ່ານ​ມາ ຈຳ​ນວນ​ຄົນ​ແມ່ນ​ມີ​ຫລາຍກວ່າ 1,200 ຄົນ ກ່ອນ​ມັນ​ຈະ​ຫລຸດ​ລົງ
​ມາ​ສູ່​ໂຕ​ເລກ​ໃນປັດ​ຈຸ​ບັນ​ນີ້.

ທ່ານ Lane Walker ແລະ​ພັນ​ລະ​ຍາ​ພາ​ກັນ ​ອ່ານລາຍ​ຊື່​ຄົນ​ຫາຍ​ສາບ​ສູນ ພາຍ​ຫລັງ​ທີ່​ໄຟ​ໄໝ້​ປ່າ​ຢູ່​ເມືອງ ຈຊີ​ໂກ, ລັດ​ຄາ​ລິ​ຟໍ​ເນຍ ອ່ອນ​ຄວາມ​ແຮງ​ລົງ ໃນ​ວັນ​ທີ 15 ພະ​ຈິກ 2018
ທ່ານ Lane Walker ແລະ​ພັນ​ລະ​ຍາ​ພາ​ກັນ ​ອ່ານລາຍ​ຊື່​ຄົນ​ຫາຍ​ສາບ​ສູນ ພາຍ​ຫລັງ​ທີ່​ໄຟ​ໄໝ້​ປ່າ​ຢູ່​ເມືອງ ຈຊີ​ໂກ, ລັດ​ຄາ​ລິ​ຟໍ​ເນຍ ອ່ອນ​ຄວາມ​ແຮງ​ລົງ ໃນ​ວັນ​ທີ 15 ພະ​ຈິກ 2018

ເຫດ​ຜົນ​ສ່ວນ​ນຶ່ງ​ຂອງ​ຈຳ​ນວນ​ຄົນ​ທີ່​ຫາຍ​ສາບ​ສູນ​ໄດ້​ເພີ້ມ​ຂຶ້ນ ແລະ​ຫລຸດ​ລົງ​ຢ່າງ​
ຫລວງ​ຫລາຍ​ກໍ​ຍ້ອນ​ວ່າ ບັນ​ຊີ​ລາຍ​ຊື່ນັ້ນ​ແມ່ນ​ຈົດ​ຕາມ​ການ​ຄາດ​ຄະ​ເນ​ໃນ​ເວ​ລາດຳ
​ເນີນ​ວຽກ​ໄປ​ເອົາ ຫລາຍກວ່າການ​ນັບ​ຫົວ​ຄົນ​ຢ່າງ​ເປັນ​ທາງ​ການ. ມັນ​ຖືກ​ລວບ​ລວມ
​ໂດຍ​ຫ້ອງ​ການ​ຕຳ​ຫລວດ​ໃນ​ທ້ອງ​ຖິ່ນ ທີ່ກວດ​ເບິ່ງ​ຕາມ​ບັນ​ທຶກ​ການ​ໂທ​ລະ​ສັບ​ຫາເບີ
ໂທ 911 ໃນ​ທຸກໆ​ຄັ້ງ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ນັບ​ຕັ້ງແຕ່​ເລີ້ມ​ມີ​ໄຟ​ໄໝ້ເປັນ​ຕົ້ນ​ມາ
ທີ່​ໄດ້ກ່າວ​ເຖິງ​ຄົນ​ຫາຍໄປ. ​ຜູ້​ບັນ​ຊາ​ການຕຳ​ຫລວດ ໂຄ​ຣີ ແອ​ລ ຮອນ​ເນຍ (Kory L.
Honea) ​ກ່າວ​ວ່າ ທ່ານ​ໄດ້​ເອົາ​ຂໍ້​ມູນ​ໃໝ່​ມີ​ໄວ້ໃຫ້ ຄົນ​ເບິ່ງທັນທີ ທີ່ທ່ານ​ໄດ້​ຮັບ​ມັນນັ້ນ
​ໂລດ, ຍ້ອນ​ສະ​ພາບ​ສຸກ​ເສີນ​ຂອງວິ​ກິດ​ການ ນີ້. ນັ້ນ​ກໍ​ໝາຍ​ຄວາມ​ວ່າ ຂໍ້​ມູນ​ທີ່​ມີ​ຢູ່ນັ້ນ
​ມີ​ປະ​ໂຫຍດ ແຕ່​ວ່າ​ມັນ​ກໍ​ບໍ່​ສົມ​ບູນ​ແບບ.

ພຽງ​ແຕ່ໃນ​ວັນ​ອງ​ຄານ​ວານນີ້​ເທົ່າ​ນັ້ນ ຫ້ອງ​ການ​ຂອງ​ທ່ານ ຮອນ​ເນຍ​ ເວົ້າ​ວ່າ ມັນ​ມີ
​ 195 ຄົນ​ຖືກ​ຈົດ​ເຂົ້າ​ໃນ​ບັນ​ຊີ ແຕ່​ວ່າກໍ​ຍັງ​ພົບ​ວ່າ ຍັງ​ອີກ​ 171 ຄົນ​ທີ່​ຖືກ​ແຈ້ງຢູ່​ໃນການ
​ຝາກ​ຂໍ້​ຄ​ວາມ​ທາງ​ໂທ​ລະ​ສັບ ທີ່​ຍັງ​ບໍ່​ທັນ​ໄດ້​ຈົດ​ຊື່​ໃສ່​ບັນ​ຊີ​ຂອງ​ຄົນ​ຫາຍ​ສາບ​ສູນເທື່ອ.

​ບາງ​ຄົນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ໃຫ້​ຫລົບໜີ​ໄດ້​ຢ່າງ​ປອດ​ໄພ ກໍ​ມີ​ຊື່​ຢູ່​ໃນ​ບັນ​ຊີ ນັ້ນ.
ການ​ຈົດ​ບັນ​ຊີ​ຂອງ​ຄົນຄັ້ງ​ອື່ນໆ ກໍ​ບໍ່​ມີ​ຊື່​ເຕັມ ໂດຍ​ທີ່​ໃຊ້​ຄຳ​ເວົ້າ​ທີ່ບອກວ່າ​ແມ່ນ "ລຸງ,
ສາ​ມີ​ເກົ່າ," ຫລື "ລຸງ, ພີ່​ນ້ອງ, ເມືອງ​ພາ​ຣາ​ດາຍ​ສ໌" ເອົາ.

ສ່ວນ​ຄົນ​ອື່ນໆ​ ຢ້ານ​ວ່າ ໂຕ​ເລກ​ຂອງ​ຈຳ​ນວນຄົນໃນ​ນັ້ນ​ສູງ ກໍ​ຍ້ອນ​ວ່າ ຫລາຍ​ຄົນ​ທີ່​ມີ
​ຊື່​ຢູ່​ໃນ​ບັນ​ຊີນັ້ນ ທີ່​ຈິງ​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ. ພວກ​ເຈົ້າ​ໜ້າ​ທີ່ ບໍ່​ປະ​ກາດ​ຄວາມ​ສົງ​ໄສ
ກ່ຽວ​ກັບ​ວ່າ ໃນ​ຈຳ​ນວນ​ພວກ​ທີ່​ຫາຍ​ສາບ​ສູນນັ້ນວ່າ ແມ່ນມີ​ຈັກ​ຄົນ​ທີ່​ເສຍ​ຊີ​ວິດ​ໄປ
​ແລ້ວ, ແຕ່​ວ່າ ພວກ​ທີ່​ມີ​ຊີ​ວິດ​ລອດ ຈາກ​ການ​ຜ່ານ​ແປວ​ໄຟມາ ບາງ​ຄົນ​ກໍ​ເວົ້າ​ວ່າ ຈະ​ມີ
​ຈໍ​ານວນຄົນ​ທີ່ເສ​ຍ​ຊີ​ວິດ ເພີ້ມ​ຂຶ້ນໄປ​ເລື້ອຍໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG