ໄຟປ່າຢູ່ໃນລັດຄາລີຟໍເນຍ ຍັງສືບຕໍ່ເຜົາຜານພື້ນທີ່ໃນພາກໃຕ້ຂອງລັດດັ່ງກ່າວ ໃນວັນ
ສຸກວານນີ້ ໂດຍທີ່ເອີ້ນກັນວ່າ ເປັນ “ໄຟສັກສິດ ຫຼື Holy Fire” ນັ້ນ ເກືອບລາມເຂົ້າໄປ
ໃນພື້ນທີ່ບໍລິເວນເຂດເຮືອນຊານບ້ານຊ່ອງຂອງຊຸມຊົນ ບໍ່ເທົ່າໃດແມັດ ແລະໄດ້ທຳລາຍ
ເນື້ອທີ່ປ່າໄມ້ແຫ່ງຊາດ ຫຼາຍກວ່າ 7,000 ເຮັກຕາ ແລ້ວ.
ໃນຕອນຄ່ຳວັນພະຫັດຜ່ານມານີ້ ຜູ້ປົກຄອງລັດຄາລີຟໍເນຍ ທ່ານ ເຈີຣີ ບຣາວນ໌ ໄດ້
ປະກາດພາວະສຸກເສີນ ຢູ່ໃນເຂດເມືອງ ໂອເຣນຈ໌ ແລະ ຣີເວີຊ້າຍ ບ່ອນທີ່ ໄຟສັກສິດ
ກຳລັງເຜົາໄໝ້ຢູ່ນັ້ນ.
ໂດຍລວມແລ້ວ ໄຟປ່າຫຼາຍສິບແຫ່ງ ກຳລັງເຜົາໄໝ້ ຢູ່ໃນລັດຄາລີຟໍເນຍ. ສິບຄົນ ໄດ້
ເສຍຊີວິດ ອັນເປັນຜົນມາຈາກໄຟປ່ານັ້ນ. ໃນພາກໃຕ້ຂອງລັດຄາລີຟໍເນຍ ມີການຮຽກ
ຮ້ອງ ໃຫ້ປະຊາຊົນປະມານ 20,000 ຄົນ ຍົກຍ້າຍອອກຈາກພື້ນທີ່.
ປະຊາຊົນບາງສ່ວນ ໄດ້ປະຕິເສດທີ່ຈະຍ້າຍອອກ ໂດຍກ່າວວ່າ ພວກເຂົາເຈົ້າຈະປັກ
ຫຼັກຢູ່ຕໍ່ ເພື່ອປົກປ້ອງເຮືອນຊານຂອງພວກເຂົາເຈົ້າ.
ໄດ້ມີການຈັບກຸມ ທ້າວ ຟໍຣເຣັສ ຄຣອກ ໃນເຂດເຫວຊັນ ທຣາບູໂຄ ເມື່ອຕົ້ນສັບປະດາ
ນີ້ ແລະຜູ້ກ່ຽວໄດ້ຖືກຟ້ອງ ໃນວັນພະຫັດຜ່ານມານີ້ ດ້ວຍສາມຂໍ້ຫາ ຖານວາງເພີງ.
ລາຍງານຈາກທ້ອງຖິ່ນ ກ່າວວ່າ ຜູ້ຕ້ອງສົງໄສ ເມື່ອສອງສັບປະດາກ່ອນນີ້ ໄດ້ສົ່ງຂໍ້
ຄວາມທາງອີເມລ ໄປຫາຫົວໜ້າໜ່ວຍດັບໄຟ ອາສາສະໝັກ ໃນພື້ນທີ່ ໂດຍກ່າວວ່າ
“ສະຖານທີ່ແຫ່ງນີ້ ຈະຖືກເຜົາຜານ.”
ຫົວໜ້າໜ່ວຍດັ່ງກ່າວ ທ່ານ ໄມຄ໌ ໂມລລີແກັນ ໄດ້ກ່າວບອກ ອົງການຂ່າວ CNN ວ່າ
ເພິ່ນຮູ້ຈັກ ທ້າວຄຣອກ ດີ ເປັນເວລາຫຼາຍສິບປີແລ້ວ ແລະໄດ້ຖືກເຕືອນໃຫ້ລະມັດລະວັງ
ມາເປັນເວລາດົນນານແລ້ວ ທີ່ວ່າ ທ້າວ ຄຣອກ ຖືວ່າເປັນໄພອັນຕະລາຍຕໍ່ຊຸມຊົນ.