ບັນດາໄອຍະການຂອງລັດຖະບານອາເຈີບາຍຈານ ໄດ້ເຂົ້າໄປ
ກວດຄົ້ນ ຫ້ອງການຕ່າງໆຂອງວິທະຍຸຢູໂຣບເສຣີ ແລະວິທະຍຸ
ອິດສະຫຼະພາບ ຫລື RFE/RL ທີ່ລັດຖະບານສະຫະລັດໃຫ້ທຶນ
ສະໜັບໜຸນນັ້ນ ໂດຍກ່າວວ່າ ພວກເຂົາເຈົ້າໄດ້ຮັບຄຳສັ່ງຈາກ
ສານໃຫ້ປິດຫ້ອງການດັ່ງກ່າວນີ້.
ວິທະຍຸຢູໂຣບເສລີ ແລະວິທະຍຸອິດສະຫຼະພາບ ກ່າວໃນວັນສຸກ
ມື້ນີ້ວ່າ ມີເຈົ້າໜ້າທີ່ຈາກຫ້ອງການໄອຍະການ ຈຳນວນຢ່າງນ້ອຍ
10 ຄົນ ທີ່ ໜຸນຫລັງໂດຍເຈົ້າໜ້າທີ່ຕຳຫລວດຕິດອາວຸດ ໄດ້ເຂົ້າ
ໄປໃນສຳນັກງານຂອງຕົນ ຢູ່ທີ່ນະຄອນຫລວງບາກູ.
ຮູບພາບ ທີ່ນຳອອກເຜີຍແຜ່ທາງອິນເຕີແນັດ ຂອງວິທະຍຸດັ່ງກ່າວ ໄດ້ ສະແດງໃຫ້ເຫັນ
ບັນດາພະນັກງານປະມານ 20 ຄົນ ກຳລັງຖືກກັກຕົວ ໄວ້ໃນຫ້ອງການ ໃນຂະນະທີ່
ບັນດາເຈົ້າໜ້າທີ່ ກວດຄົ້ນສະຖານທີ່ດັ່ງ ກ່າວນັ້ນ.
ວິທະຍຸ RFE/RL ໄດ້ອ້າງຄຳເວົ້າຂອງບັນດາໄອຍະການ ທີ່ກ່າວວ່າ ການສືບສວນສອບ
ສວນ ແມ່ນກ່ຽວພັນເຖິງການສືບສວນທີ່ກຳລັງດຳ ເນີນຢູ່ ກ່ຽວກັບ “ອົງກອນທີ່ຕ່າງຊາດ
ໃຫ້ທຶນສະໜັບສະໜຸນ.”
ຫ້ອງການໄອຍະການ ບອກກັບອົງການຂ່າວ AP ວ່າ ການກວດຄົ້ນໄດ້ມີຂຶ້ນ ເພື່ອການ
ສືບສວນສອບສວນ ໃນອັນທີ່ເອີ້ນວ່າ “ອາຊະຍາກຳ ທີ່ຮ້າຍແຮງ” ແຕ່ບໍ່ໄດ້ໃຫ້ລາຍ
ລະອຽດໃດໆ ຕື່ມອີກ.
ໃນຕົ້ນເດືອນນີ້ ສານອາເຈີບາຍຈານ ໄດ້ອອກຄຳສັ່ງໃຫ້ຄຸມຂັງນັກຂ່າວຂອງວິທະຍຸ RFE
ໄວ້ກ່ອນການດຳເນີນຄະດີ ເປັນເວລາ 2 ເດືອນ ໃນຂໍ້ກ່າວຫາວ່າ ນາງໄດ້ພະຍາຍາມ
ກົດດັນໃຫ້ຊາຍຄົນໜຶ່ງທຳການຂ້າຕົວຕາຍ.
ບັນດາເຈົ້າໜ້າທີ່ສະຫະລັດ ຮຽກຮ້ອງໃຫ້ ປ່ອຍໂຕນາງ Khadija Ismayilova ໂດຍ
ທັນທີ ແລະກ່າວວ່າ ຄະດີນີ້ເປັນຄວາມພະຍາຍາມ ອັນຫຼ້າສຸດ ຂອງລັດຖະບານ
ອາເຈີບາຍຈານ ທີ່ຈະປິດປາກປິດສຽງພວກ ຕຳນິຕິຕຽນຕົນ ແລະຈຳກັດຮັດແຄບສິດ
ເສລີພາບດ້ານການຂ່າວ.