ສະຖານີກວດກາກຳມັນຕະລັງສີ ທີ່ຕັ້ງຢູ່ໃນຣັດເຊຍ 4 ແຫ່ງ ໄດ້ຍຸຕິການສື່ສານ ໃດໆ
ຫຼັງຈາກທີ່ເກີດເຫດລະເບີດທີ່ລຶກລັບ ຢູ່ສະຖານທີ່ຍິງທົດລອງລູກສອນໄຟ ແຫ່ງນຶ່ງ
ຂອງຣັດເຊຍ ໃນວັນທີ 8 ສິງຫາ ຜ່ານມານີ້ ອີງຕາມອົງການສົນທິສັນຍາ ວ່າດ້ວຍ
ການຫ້າມທົດລອງນິວເຄລຍ ຮອບດ້ານ ຫຼືເອີ້ນຫຍໍ້ວ່າ CTBTO.
ອົງການ CTBTO ເປັນໜ່ວຍງານອິດສະລະທີ່ກຳກັບນຳ ສະຖານີກວດກາກຳມັນ-
ຕະລັງສີດັ່ງກ່າວ ທີ່ເປັນເຄືອຂ່າຍຂອງນານາຊາດ ໄດ້ກ່າວວ່າ ສອງສະຖານີ ຂອງ
ຣັດເຊຍ ທີ່ຕັ້ງຢູ່ໃກ້ຈຸດເກີດເຫດລະເບີດ ໄດ້ຍຸຕິການສື່ສານໄປ ເປັນເວລາສອງວັນ
ຫຼັງຈາກທີ່ເຫດການລະເບີດ ທີ່ບໍ່ສາມາດອະທິບາຍໄດ້ ແລະມີລາຍງານຕ່າງໆ ຂອງ
ກຳມັນຕະລັງສີ ທີ່ສູງຂຶ້ນ. ສ່ວນສະຖານີອີກສອງແຫ່ງ ໄດ້ມິດງຽບໄປ ໃນວັນທີ 13
ສິງຫາ ປີນີ້.
ຍັງບໍ່ທັນເປັນທີ່ຈະແຈ້ງວ່າ ແມ່ນຫຍັງໄດ້ກໍ່ໃຫ້ເກີດການຂາດການສື່ສານໄປນັ້ນ ຫຼືວ່າ
ພວກສະຖານີດັ່ງກ່າວ ໄດ້ຖືກດັດແປງ ໃຫ້ງົດການສື່ສານ ໂດຍຣັດເຊຍ.
ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໄດ້ກ່າວຕໍ່ອົງການ CTBTO ວ່າ ພວກເພິ່ນໄດ້ ປະສົບ
ກັບ “ບັນຫາຕ່າງໆດ້ານການສື່ສານແລະເຄືອຂ່າຍຜິດພາດ” ອີງຕາມຄຳເວົ້າຂອງ
ໂຄສົກຍິງ ຈາກອົງການ CTBTO ທີ່ໄດ້ກ່າວໄປໃນວັນຈັນວານນີ້.
ອົງການນິວເຄລຍ ຂອງທາງການຣັດເຊຍ ໄດ້ຍອມຮັບວ່າ ພະນັກງານດ້ານນິວເຄລຍ
5 ຄົນ ໄດ້ເສຍຊີວິດ ໃນເຫດການລະເບີດດັ່ງກ່າວ ຊຶ່ງໄດ້ເກີດຂຶ້ນ ໃນລະຫວ່າງ ການ
ທົດລອງເຄື່ອງຈັກຂອງລູກຈະຫຼວດ ຢູ່ໃກ້ກັບທະເລຂາວ ໃນພາກເໜືອສຸດຂອງຣັດເຊຍ.
ມົນກູ ໄດ້ໃຫ້ລາຍລະອຽດທີ່ບໍ່ຈະແຈ້ງປານໃດ ກ່ຽວກັບວ່າ ເຫດລະເບີດນັ້ນ ເປັນຍ້ອນ
ການທົດລອງລູກສອນໄຟໃໝ່ທີ່ໃຊ້ພະລັງນິວເຄລຍ ຫຼືບໍ່ຕາມທີ່ບັນ ດານັກວິເຄາະ
ບາງຄົນ ໄດ້ຊີ້ໃຫ້ເຫັນນັ້ນ.