ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍັງ​ບໍ່​ທັນ​ເຫັນ​ການ​ເສັດ​ສິ້ນ​ຂອງການກວດ​ຍາມ​ເຣດາ ທີ່​ຖົກ​ຖຽງ​ກັນ ລະ​ຫວ່າງ​ໂຊ​ລ ກັບ​ຍີ່​ປຸ່ນ​ເທື່ອ


ພວກ​ຜູ້​ຄົນ​ພາ​ກັນ​ເບິ່ງ​ຈໍໂທ​ລະ​ພາບ ​ທີ່​ສະ​ແດງ​ໃຫ້ເຫັນ ​ເຮືອ​ບິນ​ລາດ​ຕະ​ເ​ວນ​ຂອງ​ຍີ່​ປຸ່ນ ໃນ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ, ໂຊ​ລ, ເກົາ​ຫຼີ​ໃຕ້, 23 ມັງ​ກອນ 2019.
ພວກ​ຜູ້​ຄົນ​ພາ​ກັນ​ເບິ່ງ​ຈໍໂທ​ລະ​ພາບ ​ທີ່​ສະ​ແດງ​ໃຫ້ເຫັນ ​ເຮືອ​ບິນ​ລາດ​ຕະ​ເ​ວນ​ຂອງ​ຍີ່​ປຸ່ນ ໃນ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ, ໂຊ​ລ, ເກົາ​ຫຼີ​ໃຕ້, 23 ມັງ​ກອນ 2019.

ໂຊລ ໄດ້​ກ່າວ​ຫາ​ໂຕ​ກຽວ ​ໄດ້​ທຳ​ການບິນ​ ​ໃນ​ລະ​ດັບ​ຕ່ຳ ແບບ​ “ເກາະ​ຜິດ” ເທິງ​ກຳປັ່ນ
ກອງທັບເຮືອ​ຂອງ​ຕົນ. ມັນ​ເປັນ​ສິ່ງ​ທີ່​ທາງ​ລັດ​ຖະ​ບານ​ຍີ່​ປຸ່ນ ໄດ້​ປະ​ຕິ​ເສດແລະ​ທັງ​ສອງ
​ຝ່າຍ​ໄດ້​ຕໍ່​ວ່າ​ກັນ ກັບ​ໄປ ກັບ​ມາ ເປັນ​ເວ​ລາ​ກາຍ​ເດືອນມາ​ແລ້ວ ​ເປັນ​ພາກ​ສ່ວນ​ນຶ່ງ
​ຂອງ​ສາຍ​ພົວ​ພັນ​ທີ່​ກຳ​ລັງ​ຈົມ​ດິ່ງ​ລົງ​.

ທ່ານ​ຊິມ ເຈ​ອຸຄ (Shim Jae-ok) ອາ​ຈານ​ສອນ​ຈາກ​ສະ​ຖາ​ບັນ​ກາ​ນບິນ​ຂອງມະ​ຫາ​
ວິ​ທະ​ຍາ​ໄລ​ຊີ​ຫານ (Sehan) ແລະ​ອະ​ດີດນັກ​ບິນ​ຂອງກອງ​ທັບ​ເຮືອບອກ​ວີ​ໂອ​ເອວ່າ
ເຫດການ​ແບບ​ນີ້ ແມ່ນ​ເກີດ​ຂຶ້ນ​ເປັນປະຈຳ ແລະ “ຕາມ​ປົກ​ກະ​ຕິ​ແມ່ນ​ທັງ​ສອງ​ຝ່າຍ
ຈະ​ພ້ອມ​ທີ່​ຈະ​ແກ້​ໄຂ​ບັນ​ຫາ ໂດຍ​ການ​ໂອ້​ລົມ​ສົນ​ທະ​ນາ​ກັນ ໃນ​ຖາ​ນະເປັນ​ພັນ​ທະ
​ມິດ​ຕໍ່​ກັນ.”

“ເຖິງ​ຢ່າງ​ນັ້ນ ກໍ​ຕາມ, ເວ​ລາ​ນີ້ພວກ​ນັກ​ການ​ເມືອງ​ຊາວ​ຍີ່​ປຸ່ນ ທີ່​ຮວມ​ທັງນາ​ຍົກ​
ລັດ​ຖະ​ມົນ​ຕີ ທ່ານ​ຊິນ​ໂຊ ອາ​ເບ່ (Shinzo) Abe ແລະ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ
ພິ​ເສດ ທີ່​ໄດ້​ກ່າວ​ຕໍ່​ສາ​ທາ​ລະ​ນະ
,” ດັ່ງ​ທ່ານ​ຊິມ ໄດ້​ກ່າວ​ໄປນັ້ນ.

ທ່ານ​ແກ​ຣນ​ຕ໌ ນິວ​ຊາມ (Grant Newsham) ພວກ​ນັກ​ວິ​ໄຈ​ລະ​ດັບ​ສູງ ຂອງຍີ່​ປຸ່ນ
ສຳ​ລັບ​ການ​ສຶກ​ສາ​ດ້ານ​ນະ​ໂຍ​ບາຍ ໃນ​ໂຕ​ກຽວ ຄາດ​ວ່າ ເຫດ​ຜົນ​ສຳ​ລັບ​ທ່ານ​ອາ​ເບ່
ແລະ​ລັດ​ຖະ​ບານ​ຂອງ​ຍີ່​ປຸ່ນ ທີ່​ຈະ​ນຳ​ເອົາ​ການ​ໂຕ້​ຖຽງ​ກັນອັນ​ຫຼ້າ​ສຸດ​ນີ້ ອອກສູ່ສາ​ທາ​
ລະ​ນະ ກໍແມ່ນ​ວ່າເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ລັດ​ຖະ​ບານ ຖື​ວ່າ ໄດ້​ຮັບ “ພໍ” ແລ້ວ
ຈາກ​ທາງ​ເກົາ​ຫຼີ​ໃຕ້ ໂດຍ​ສະ​ເພາະ ​ໃນ​ຄັ້ງ​ຫຼ້າ​ສຸດ​ຂອງ​ສານ ທີ່ໄດ້​ອອກ​ຄຳ​ສັ່ງ
ໃຫ້ບັນ​ດາບໍ​ລິ​ສັດ ​ຊົດ​ເຊີຍ​ການ​ເຮັດ​ວຽກ​ແບບ​ຖືກ​ບັງ​ຄັບຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ນັ້ນ.

ເຖິງ​ຢ່າງ​ນັ້ນ ກໍ​ຕາມ, ທ່ານ​ຍັງ​ໄດ້​ກ່າວ​ວ່າ ສິ່ງ​ທີ່​ຖືກມອງ​ຂ້າມ​ຢູ່​ເລື້ອ​ຍໆ​ນັ້ນ ກໍ​ແມ່ນ​ວ່າ
ກອງ​ທັບເກົາ​ຫຼີ​ໃຕ້ ແລະ​ຍີ່​ປຸ່ນແມ່ນ​ມີ​ການ​ຈົດ​ບັນ​ທຶກ ທີ່​ວ່າ ໄດ້​ປະ​ສານ​ງານ​ນຳ​ກັນ
ຜ່ານ​ມາ​ໃນ​ຮອບ​ຫຼາຍໆ​ປີ.

ຂ່າວສານ Newsham ເວົ້າວ່າ, "ບັນຫາທີ່ແທ້ຈິງຢູ່ນີ້ ກໍຄື ຢູ່ໃນລະລັບສູງມັນ
ບໍ່ແມ່ນຢູ່ໃນລະດັບທະຫານຕໍ່ທະຫານ."


ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG