ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ການ​ແບ່ງ​ແຍກ ​ດ້ານຜິວ​ພັນ ກີດກັ້ນ ບໍ່ໃຫ້ ສຫລ ປະຕິບັດ ຫຼັ​ກອຸດົມ​ການ ​ຂອງ​ຕົນໄດ້


ນາງ Desiree Griffiths ຖືປ້າຍກ່າວວ່າ "Black Lives Matter" ພ້ອມດ້ວຍຊື່ຂອງທ້າວ Michael Brown ແລະ Eric Garner ຜູ້ຊາຍຜິວດຳ ທີ່ຖືກຕຳຫລວດຍິງຕາຍ.

ຜູ້​ຊ່ຽວຊາ​ນດ້ານ​ສິດທິມະນຸດສະຫະ​ປະຊາ​ຊາດ​ຄົນ​ນຶ່ງ ​ກ່າວ​ວ່າ ການ​ແບ່ງ​ແຍກ ທາງ​ດ້ານເຊື້ອຊາດ​ຜິວ​ພັນ ​ແລະຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ສັງຄົມແລະເສດ ຖະກິດ​ເຮັດ​ໃຫ້ສະຫະລັດບໍ່​ສາມາດ​ປະຕິບັດ​ຕາມ​ຫຼັກອຸດົມ​ການ​ຂອງ​ຕົນ ຮວມທັງ​ສິດທິ​ເສລີພາບ​ໃນ​ການ​ໂຮມຊຸມນຸມ​ ​ແລະ​ຄົບ​ຄ້າສະມາຄົມ.

ຜູ້​ຂຽນ​ລາຍ​ງານ​ພິ​ເສດ ທ່ານ​ Maina Kiai ​ໄດ້ອອກລາຍງານ ​ກ່ຽວ​ກັບ​ການ​ຢ້ຽມຢາມ​ສະຫະລັດເປັນ​ເວລາ 17 ມື້ຂອງ​ທ່ານ ​ໃນວັນ​ພະຫັດ​ວານ​ນີ້ ບ່ອນ​ທີ່​ທ່ານ​ໄດ້​ຢ້ຽມຢາ​ມ​ຫລາຍໆ​ເມືອງ ຮວມທັງເມືອງ Baltimore, Washington, New York ​ແລະ Philadelphia.

ທ່ານ Kiai ກ່າວ​ວ່າ “ຜູ້ຄົນ​ມີ​ເຫດຜົນ​ດີ ​ທີ່ພາກັນ​ໂກ​ດ​ແຄ້ນ ​ແລະ​ໃຈ​ຮ້າຍ​ຢູ່​ໃນ​ຂະນະ​ນີ້.”

ທ່ານ​ກ່າວ​ວ່າ ​ໃນ​ຂະນະ​ການ​ປະຕິບັດ​ງານຊອກ​ຫາຄວາມຈິງຂອງ​ທ່ານ ​ບໍ່​ຄວນ​ທີ່ຈະຮວ​ມ​ເອົາ​ບັນຫາ​ໃນ​ດ້ານ​ເຊື້ອຊາດ​ຜິວ​ພັນ ມັນ​ເປັນ​ໄປ​ບໍ່​ໄດ້​ ທີ່ຈະທຳການ​ທ່ອງ​ທ່ຽວ​ສະຫະລັດ ​ໂດຍປາດ​ສະ​ຈາກການ​ໂອ້​ລົມ​ກັນ​ໃນ​ດ້ານ​ເຊື້ອຂ່ດຜິວ​ພັນ.

ທ່ານ Kiai ກ່າວ​ວ່າ ​ເພື່ອ​ເຂົ້າ​ໃຈ​ເຖິງການຈຳ​ແນ​ກ​ເຊື້ອຊາດຜິວ​ພັນໝາຍ​ຄວາມ ວ່າ ​ຕ້ອງ​ເບິ່ງ​ຄືນ​ຫລັງ​ໄປ 400 ປີໃນ​ປະຫວັດສາດ​ສະຫະລັດທີ່​ຮວມທັງການ​ຄ້າ​ທາດ ​ແລ​ະ​ການ​ແບ່ງ​ແຍກທີ່​ຖືກຕ້ອງ​ບຕາມ​ຜິດ​ກົດໝາຍ ທີ່​ມີຂອບ​ເຂດ​ສຳລັບ ຊາວ​ອາ​ເມຣິກັນ​ເຊື້ອສາຍອາ​ຟຣິກາ ທີ່ເຮັດ​ໃຫ້​ຫລາຍ​ລ້ານ​ຄົນ ​ຢູ່​ດ້ວຍ “ຄວາມ​ທຸກທໍລະມານ ທຸກ​ຈົນ ​ແລະ​ຖືກລົງ​ໂທດ.”

ນັບ​ແຕ່ເລື້ອງຂ້າ​ທາດ​ໄດ້​ສິ້ນສຸດ​ລົງເປັນ​ເວລາ​ນານ ​ແລະ​ການ​ແບ່ງ​ແຍກ​ຜິ​ວພັນ ​ເປັນ​ເລືອງຜິດ​ກົດໝາຍ ທ່ານ Kiai ກ່າວ​ວ່າ ການ​ຈຳ​ແນ​ກກີດ​ກັນຢູ່​ໃນ​ສະຫະ ລັດບັດ​ນີ້​ໄດ້​ຍັງ​ລີ້​ຢູ່​ໃນ​ຫລາຍ​ຄຳ​ສັບ ​ເຊັ່ນ​ວ່າ “ສົງຄາມ​ຕ້ານ​ຢາ​ເສບ​ຕິດ” ​ແລະ ນະ​ໂຍບາຍ “ທຳ​ຄວາມ​ຜິດ​ສາມ​ເທື່ອ” ​ແລ້ວ​ຖືກ​ລົງ​ໂທດ ​ທີ່​ຮວມ​ທັງການ​ຕິດ​ຄຸກ​ເປັນ​ເວລາ​ນານ ​ແມ່ນ​ແຕ່​ເປັນ​ການ​ກະທຳ​ຜິດ​ເລັກ​ນ້ອຍກໍ​ຕາມ.

ຜູ້ປະທ້ວງ Black Lives Matter ຄົນນຶ່ງກ່າວຕໍ່ບັນດາເພື່ອນເຂົ້າຮ່ວມປະທ້ວງ.
ຜູ້ປະທ້ວງ Black Lives Matter ຄົນນຶ່ງກ່າວຕໍ່ບັນດາເພື່ອນເຂົ້າຮ່ວມປະທ້ວງ.

ທ່ານ​ກ່າວ​ວ່າ ມັນ​ເຮັດ​ໃຫ້ການ​ຊອກ​ຫາວຽກ​ທີ່​ດີໆ ​ແລະເຮືອນ​ຊານ​ບ້ານ​ຊ່ອງ​ທີ່​ມີຄຸນ​ນະພາ​ບ ​ເປັນ​ການຍາກລຳບາກ​ແກ່​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ຫລາຍໆ​ຄົນ.

ທ່ານ Kiai ກ່າວ​ວ່າ “ການ​ໃຫ້ເຫດຜົນ ​ແລະຄວາມ​ໂກດ​ຮ້າຍທີ່ສາມາດຮູ້ສຶກໄດ້​ຢູ່​ໃນ ​ປະຊາຄົມ​ຊາວຜິວດຳກ່ຽວ​ກັບເລື້ອງບໍ່​ຍຸຕິ​ທຳ​ເຫລົ່າ​ນີ້” ​ໄດ້​ເຮັດໃຫ້ເກີດການ​ເຄື່ອນ​ໄຫວ Black Lives Matter ທີ່​ໄດ້​ເຕີບ​ໂຕ ຫລັງ​ຈາກ​ໄດ້​ມີ​ການ​ຍິງ​ສັງຫານ​ຂອງ​ຕຳ​ຫຼວດ​ໃສ່​ພວກຊາວໜຸ່ມ ​ແລະ​ຜູ້​ຊາຍຜິວ​ດຳ.

ທ່ານ​ຍັງ​ໄດ້​ຕິຕຽນ​ສະພາບ​ແຮງງານຕ່າງ​ດ້າວ​ຢູ່​ໃນ​ສະຫະລັດ ​ໂດຍກ່າວ​ວ່າ​ເຂົາ​ເຈົ້າ​ໄດ້ ສວຍໃຊ້​ ​ແລະ​ຢ້ານ​ວ່າຈະມີການເອົາ​ເອົາ​ບາດກ້າວ ເພື່ອປັບປຸງສະພາບ​ການ​ເຮັດ​ວຽກ ​ໃຫ້​ດີ​ຂຶ້ນ ​ເພາະວ່າ​ອາດຈະ​ມີ​ການ​ແກ້​ແຄ້ນຄືນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG