ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລັ່ງຫາ ນາຍົກລັດຖະມົນຕີຄົນຕໍ່ໄປ ຂອງມາເລເຊຍ ຮ້ອນແຮງຂຶ້ນ ໃນຂະນະທີ່ເສັ້ນຕາຍ ໃກ້ເຂົ້າມາ


ນາຍົກລັດຖະມົນຕີຂອງມາເລເຊຍ ທ່ານມູຢີດດີນ ຢາສຊີນ ເດີນທາງໄປເຖິງພະຣາຊະວັງແຫ່ງຊາດ ໃນນະຄອນຫຼວງກົວລາລຳເປີ.
ນາຍົກລັດຖະມົນຕີຂອງມາເລເຊຍ ທ່ານມູຢີດດີນ ຢາສຊີນ ເດີນທາງໄປເຖິງພະຣາຊະວັງແຫ່ງຊາດ ໃນນະຄອນຫຼວງກົວລາລຳເປີ.

ການແຂ່ງຂັນເພື່ອເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງມາເລເຊຍໄດ້ຮຸນແຮງຂຶ້ນໃນວັນພຸດມື້ນີ້ ກ່ອນໜ້າວັນເສັ້ນຕາຍ ທີ່ກະສັດຂອງປະເທດໄດ້ກຳນົດໄວ້ ໃຫ້ບັນດາສະມາຊິກສະພາສະເໜີຊື່ ຜູ້ທີ່ພວກເຂົາເຈົ້າປະສົງໃຫ້ເປັນຕົວແທນ ອີງຕາມລາຍງານຂອງອົງການຂ່າວເອພີ ຈາກນະຄອນຫຼວງກົວລາລຳເປີ.

ຊູລຕານ ອັບດູລລາ ຊູລຕານ ອາມາດ ຊາ ຊົງໄດ້ມີພະຣາຊະດຳຣັດ ຈະບໍ່ມີການເລືອກຕັ້ງໃໝ່ ເພາະວ່າ ຫຼາຍເຂດຂອງປະເທດແມ່ນຕົກຢູ່ໃນການແຜ່ລະ ບາດຂອງພະຍາດໂຄວິດ-19 ໃນລະດັບສີແດງແລະສະຖານທີ່ຮັກສາສຸຂະພາບ ທັງຫຼາຍແມ່ນບໍ່ພຽງພໍ. ທ່ານມູຢີດດີນ ຢາສຊີນ ຜູ້ທີ່ໄດ້ລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ໃນວັນຈັນທີ່ຜ່ານມານີ້ ກໍໄດ້ຖືກແຕ່ງຕັ້ງ ໃຫ້ເປັນຜູ້ຮັກສາການຊົ່ວຄາວ ຈົນກວ່າວ່າຈະໄດ້ຜູ້ຮັບຕຳແໜ່ງຄົນຕໍ່ໄປ.

ທ່ານມູຢີດດີນ ໄດ້ອອກຈາກຕຳແໜ່ງຫຼັງຈາກທີ່ໄດ້ປະຕິບັດໜ້າທີ່ມາໜ້ອຍກວ່າ 18 ເດືອນ ທ່າມກາງບັນຫາຂັດແຍ້ງກັນພາຍໃນກຸ່ມພັນທະມິດຂອງທ່ານ ແລະເຮັດໃຫ້ມະຫາຊົນໂມໂຫເພີ້ມຂຶ້ນກ່ຽວກັບສິ່ງທີ່ເຂົ້າໃຈກັນຢ່າງແຜ່ຫຼາຍວ່າ ເປັນການຮັບມືກັບການແຜ່ລະບາດຂອງລັດຖະບານທ່ານທີ່ຂີ້ຮ້າຍນັ້ນ. ມາເລເຊຍ ເປັນປະເທດນຶ່ງທີ່ມີອັດຕາຜູ້ຕິດເຊື້ອແລະເສຍຊີວິດຕໍ່ຫົວຄົນທີ່ສູງສຸດຂອງໂລກ ເຖິງແມ່ນຈະມີມາດຕະການພາວະສຸກເສີນແລະປິດພື້ນທີ່ໄລຍະເຈັດເດືອນ ນັບຕັ້ງແຕ່ເດືອນມິຖຸນາ ມາແລ້ວກໍຕາມ.

ບົດບາດຂອງກະສັດຢູ່ໃນມາເລເຊຍໂດຍສ່ວນໃຫຍ່ແລ້ວ ເປັນພິທີການເທົ່ານັ້ນ ແຕ່ພະອົງແຕ່ງຕັ້ງບຸກຄົນຜູ້ທີ່ພະອົງຊົງເຊື່ອວ່າ ໄດ້ຮັບການສະໜັບສະໜຸນສ່ວນຫຼາຍໃນສະພາ ໃຫ້ເປັນນາຍົກລັດຖະມົນຕີ.

ຊູລຕານ ອັບດູລລາ ຊົງໄດ້ພົບກັບບັນດາຫົວໜ້າພັກການເມືອງທັງຫຼາຍໃນວັນອັງຄານວານນີ້ ແລະໄດ້ຊົງອອກພະຣາຊະດຳຣັດ ໃຫ້ບັນດາສະມາຊິກສະພາທັງໝົດ ແຕ່ລະຄົນຕ້ອງຍື່ນຊື່ ຂອງຜູ້ທີ່ຕົນປະສົງໃຫ້ເຂົ້າຮັບຕຳແໜ່ງໜ້າທີ່ອັນສູງສຸດ ເຖິງພະຣາຊະວັງ ພາຍໃນເວລາ 4 ໂມງແລງ ຂອງວັນພຸດມື້ນີ້ ຕາມເວລາໃນທ້ອງຖິ່ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG