ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນ ເອົາຕຳແໜ່ງ ເລຂາທິການໃຫຍ່ ສປຊ ກ້າວເຂົ້າສູ່ ຂັ້ນຕັດສິນ


ສັນຍາລັກ ຂອງອົງການສະຫະປະຊາຊາດ ຫຼື United Nations (UN) ປາກົດຢູ່ດ້ານໜ້າຕຶກ ສຳນັກງານໃຫຍ່ ຂອງ UN ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 71 ໃນນະຄອນ Manhattan ຂອງລັດ New York ປະເທດສະຫະລັດ.
ສັນຍາລັກ ຂອງອົງການສະຫະປະຊາຊາດ ຫຼື United Nations (UN) ປາກົດຢູ່ດ້ານໜ້າຕຶກ ສຳນັກງານໃຫຍ່ ຂອງ UN ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 71 ໃນນະຄອນ Manhattan ຂອງລັດ New York ປະເທດສະຫະລັດ.

ການແຂ່ງຂັນເອົາຕຳແໜ່ງເລຂາທິການໃຫຍ່ອົງການສະຫະປະຊາຊາດ ຄົນຕໍ່​ໄປ ກ້າວເຂົ້າສູ່ຂັ້ນຕອນການຕັດສິນໃຈ ໃນວັນພຸດມື້ນີ້ ​ໃນຂະນະທີ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກ້າວເຂົ້າສູ່ລະດັບຕໍ່ໄປ ຂອງການລົງຄະແນນສຽງ.

ສະພາດັ່ງກ່າວທີ່ມີສະມາຊິກ ຈາກ 15 ປະເທດ ມີໜ້າທີ່ສະເໜີແນະ ຜູ້ລົງສະໝັກເອົາ ຕຳແໜ່ງ ເພື່ອການຮັບຮອງເອົາໂດຍສະມາຊິກ 193ປະ​ເທດ ຂອງສະມັດຊາໃຫຍ່ ສະຫະປະຊາຊາດ.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຈັດກອງປະຊຸມ ລະດັບສູງ ກ່ຽວກັບ ເລື່ອງ ຊີເຣຍ ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ Manhattan, ລັດ New York ຂອງ ສະຫະລັດ.
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຈັດກອງປະຊຸມ ລະດັບສູງ ກ່ຽວກັບ ເລື່ອງ ຊີເຣຍ ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ Manhattan, ລັດ New York ຂອງ ສະຫະລັດ.


ນັບຕັ້ງແຕ່ທ້າຍເດືອນກໍລະກົດ ເປັນຕົ້ນມາ ສະພານີ້ ໄດ້ຈັດຕັ້ງການປ່ອນບັດເພື່ອ ຢັ່ງຫາງສຽງ ເບິ່ງຄວາມກະຕືລືລົ້ນຂອງບັນດາສະມາຊິກ ກ່ຽວກັບ ຜູ້ສະໝັກ 10 ທ່ານ ຢ່າງບໍ່ເປັນທາງການແລະແບບບໍ່ເປີດ ເຜີຍທັງໝົດ 5 ຮອບມາແລ້ວ.

ໃນທັງໝົດ 5 ຮອບນັ້ນ ອະດີດນາຍົກລັດຖະມົນຕີ ຂອງປອກຕຸຍກາລ ທ່ານ Antonio Guterres ອາຍຸ 67 ​ປີ ເປັນຜູ້ ມີ​ຄະ​ແນນນຳໜ້າ. ແຕ່ໄຊຊະນະຂອງທ່ານນັ້ນ ກໍ່ບໍ່ ໝາຍຄວາມວ່າ ເປັນການຄ້ຳປະກັນ ເຖິງແມ່ນວ່າ ການລົງຄະແນນສຽງໃນວັນພຸດມື້ນີ້ ຈະເປັນ​ເຄື່ອງ​ບົ່ງ​ບອກ ອັນໜັກແໜ້ນ ກ່ຽວ​ກັບວ່າ ທ່ານສາມາດປະສົບຄວາມສຳເລັດຫຼືບໍ່.

ສະພາຄວາມໝັ້ນຄົງ ຈະໃຊ້ບັດທີ່ໝາຍດ້ວຍສີ ຄື ສີໜຶ່ງສຳລັບສະມາ ຊິກປະຈຳຖາວອນ 5 ປະ​ເທດ ທີ່​ສາມາດໃຊ້ສິດຍັບຍັ້ງ, ອີກສີໜຶ່ງສຳ ລັບ ສະມາຊິກ 10 ປະ​ເທດ ຜູ້ທີ່​ໄດ້ ຖືກເລືອກເຂົ້າ​ໄປ​ນັ່ງ​ໃນ​ສະພາ​ດັ່ງ ກ່າວ.

ການລົງຄະແນນສຽງ ຈະບໍ່ເທົ່າທຽມກັນອີກຕໍ່ໄປ​ແລ້ວ. ຖ້າມີການລົງຄະແນນສຽງ “ບໍ່​ມີ ຄວາມໝັ້ນໃຈ” ຈາກປະເທດໃດໜຶ່ງເຊັ່ນ ອັງກິດ ຈີນ ຝຣັ່ງ ຣັດເຊຍ ຫຼື ສະຫະລັດ​ແລ້ວ ກໍອາດເປັນຜົນເຮັດໃຫ້ຄວາມປາດຖະໜາຂອງຜູ້ສະໝັກຄົນໃດຄົນໜຶ່ງໄດ້ສິ້ນສຸດ​ລົງ.

ໃນຂະນະດຽວກັນ ການລົງຄະແນນສຽງອາດບໍ່ຊີ້ໃຫ້ເຫັນຜູ້ຊະນະເລີດຢ່າງຈະແຈ້ງ ໃນ ທັນທີເທື່ອ ບັນດາຜູ້ລົງສະໝັກ ທີ່ໄດ້ຮັບການ​ໃຊ້​ສິດ ຢັບຢັ້ງໜຶ່ງ ຫຼື ຫຼາຍຄັ້ງ ເບິ່ງຄືວ່າ ຈະເລີ້ມຖອນການແຂ່ງຂັນ ຂອງພວກເຂົາເຈົ້າ.

ໃນເວລາທີ່ມີການບົ່ງບອກຢ່າງຈະແຈ້ງ ກ່ຽວ​ກັບ​ຜູ້​ສະໝັກ​ທີ່ໄດ້​ຮັບ​ຄະ ​ແນນ​ສຽງ​ ຢ່າງ ເປັນເອກກະສັນແລ້ວ ທາງສະພາ ກໍຈະກ້າວໄປສູ່ການລົງຄະແນນສຽງ ຢ່າງເປັນ ທາງ ການ​ໃນ​ທັນທີ.

ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາຊາດ ທ່ານ Vitaly Churkin ຜູ້ເປັນປະທານສະພາຄວາມ​ໝັ້ນຄົງ ສຳລັບເດືອນຕຸລາ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນຜ່ານມາ ວ່າ “ຂ້າພະເຈົ້າໄດ້ມີຄວາມຮູ້ສຶກວ່າ ບັນດາສະມາຊິກສະພາ ແມ່ນອຽງໄປທາງການກ້າວໄປສູ່ການລົງຄະແນນສຽງຢ່າງເປັນທາງການ​ແລ້ວ.”

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າຄຶດວ່າ ມີໂອກາດດີ ບໍ່ເທົ່າໃດມື້ ຫຼັງຈາກມີການປ່ອນບັດ ໃນວັນພຸດມື້ນີ້ທີ່ພວກເຮົາຈະກ້າວໄປສູ່ການລົງຄະແນນ ສຽງຢ່າງເປັນທາງການ ແລະ ຕໍ່ຈາກນັ້ນ ທຸກສິ່ງ ຈະມີຄວາມຈະແຈ້ງຂຶ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

UN Secretary General Vote
please wait

No media source currently available

0:00 0:01:25 0:00

XS
SM
MD
LG