ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ R. Kelly ຖືກ​ກ່າວ​ຫາ 10 ກຳ​ໂທງ ​ກ່ຽວ​ກັບ ການລວນ​ລາມ​ ທາງ​ເພດ


ນັກ​ຮ້ອງ ນັກ​ຂຽນ ແລະ​ຜູ້​ສ້າງ ທ້າວ R. Kelly ສະ​ແດງ​ຢູ່ ແຊນ ລູ​ເຊຍ ແຈ​ັ​ສ ວັນ​ທີ 12 ພຶດ​ສ​ະ​ພາ 2013.
ນັກ​ຮ້ອງ ນັກ​ຂຽນ ແລະ​ຜູ້​ສ້າງ ທ້າວ R. Kelly ສະ​ແດງ​ຢູ່ ແຊນ ລູ​ເຊຍ ແຈ​ັ​ສ ວັນ​ທີ 12 ພຶດ​ສ​ະ​ພາ 2013.

ຜູ້​ຊະ​ນະ​ລາງວັນ Grammy ນັກ​ຮ້ອງເພງ R&B ທ້າວ R. Kelly ຜູ້​ທີ່​ໄດ້​ປະ​ເຊີນກັບ
ການກ່າວ​ຫາທຳ​ຮ້າຍ​ທາງ​ເພດຫຼາຍ​ປີ ໄດ້​ຮັບອະ​ນຸ​ຍາດ​ໃຫ້​ວາງ​ຄ່າ​ປະ​ກັນ​ໂຕ 1 ລ້ານ​
ໂດ​ລາ​ໃນ​ວັນ​ເສົາ​ວານ​ນີ້ ໃນ​ຂໍ້​ກ່າວຫາ​ວ່າ ລາວ​ໄດ້​ທຳ​ຮ້າຍ​ທາງ​ເພດ​ກັບ​ເດັກ​ຍິງ​ທີ່​ບໍ່​
ເຖິງ​ກະ​ສຽນ​ສາມ​ຄົນ ແລະ​ແມ່​ຍິງ​ອີກ​ຄົນ​ນຶ່ງ ໃນ​ຂະ​ນະ​ທີ່​ບັນ​ດາ​ໄອ​ຍະ​ການ​ກຳ​ລັງ​
ໃຫ້​ລາຍ​ລະ​ອຽດ​ໃໝ່​ ກ່ຽວກັບ ຄະ​ດີ​ດັ່ງ​ກ່າວ.

ຢູ່​ເມືອງ ​ຄຸກ ​ຄ​າວ​ຕີ້ ໄອ​ຍະ​ການ ທ່ານນ​າງ ​ເຈັນ​ນີ​ເຟີ ກອນ​ຊາ​ເລ​ສ ກ່າວ​ວ່າ ທ້າວ​
ແຄ​ລ​ລີ ໄດ້​ພົບ​ກັບ​ເດັກ​ຍິງ​ທີ່​ເປັນ​ຜູ້ເຄາະ​ຮ້າຍ​ຄົນ​ນຶ່ງ ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ
​ຂອງ​ລ​າວ​ໃນ​ຂໍ້​ກ່າວຫາ ກ່ຽວ​ກັບ ສື່​ລາ​ມົກເດັກ​ນ້ອຍ​ໃນ​ປີ 2008 ເວ​ລາ​ນາງ​ໄດ້​ຊອກ​
ຫາ​ຂໍ​ລ​າຍ​ເຊັ່ນຂອງ​ລາວ ຫຼັງ​ຈາກ​ມື້​ທີ່​ລາວ​ຂື້ນ​ສານ. ທ້າວ ແ​ຄ​ລ​ລີ ​ໄດ້​ຖືກ​ຕັດ​ສິນບໍ່
​ມີ​ຄວາມ​ຜິດ​ໃນ​ຂໍ້​ກ່າວ​ຫາພວກ​ນັ້ນ.

ລາວ​ໄດ້​ພົບ​ກັບ​ຜູ້​ເຄາະ​ຮ້າຍອີກ​ຄົນ​ນຶ່ງ​ຢູ່​ງານ​ສັງ​ສັນ​ວັນ​ເກີດ​ 16 ປີ ທີ່​ທ່ານ​ນາງກອນ
​ຊາ​ເລ​ສ ໄດ້​ກ່າວ ແລະ​ໄດ້​ຮ່ວມ​ເພດ​ກັບ​ນາງ​ຢູ່​ທີ່​ຫ້ອງ​ບັນ​ທຶກ​ສ​ຽງ​ຂອງ​ລາວ. ຂໍ້​ກ່າວ​
ຫາ​ທີ​ສາມ​ໄດ້​ອ້າງ​ອີງ​ໃສ່​ວີ​ດີ​ໂອ​ເທບ ທີ່​ສະ​ແດງ​ໃຫ້​ເຫັນ ທ້າວ​ແຄ​ລ​ລີ ແລະ​ເດັກ​ຍິງ
​ອາ​ຍຸ 14 ປີ ພົວ​ພັນ​ກັບ​ການ​ຮ່ວມ​ເພດ.

ຜູ້​ເຄາະ​ຮ້າຍ​ຄົນ​ທີ​ສີ່​ແມ່ນ​ຄົນ​ເຮັດ​ຜົມ​ໃຫ້​ແກ່​ທ້າວ​ແຄ​ລ​ລີ ອີງ​ຕາມ​ບັນ​ດາ​ໄອ​ຍະ​ການ
ຜູ້ທີ່​ກ່າວ​ວ່າ ທ່າວ​ແຄ​ລ​ລີ ໄດ້​ພະ​ຍາ​ຍາມ​ບັ​ງ​ຄັບ​ໃຫ້​ລາວ​ຮ່ວມ​ເພດ​ທາງ​ປາກ. ການ​ທົດ​
ສອບ​ທາງ DNA ໄດ້​ເຊື່ອມ​ໂຍງ​ໂຕ​ຢ່າງ​ຂອງ​ທ້າວ​ແຄ​ລ​ລີ ທີ່​ໄອ​ຍະ​ການ​ກ່າວ.

ຜູ້​ພິ​ພາກ​ສາ​ສານ​ເມືອງ​ຄຸກ​ຄ​າວ​ຕີ້ ທ່ານ​ຈອນ ລິກ ຜູ້​ຮ້ອງ​ການ​ກ່າວ​ຫາ​ວ່າ “ເປັນ​ທີ່​ລົບ
​ກວນ” ຕັ້ງ​ຄ່າ​ປະ​ກັນ​ໂຕ 1 ລ້ານ​ໂດ​ລາ​ແກ່​ທ້າວ​ແຄ​ລ​ລີ. ນັກ​ຮ້ອງ​ໄດ້​ປາ​ກົດ​ໂຕ​ຢູ່​ໃນ
​ເສື້ອ​ປົກ​ຫົວ​ສີ​ດຳ ແລະ​ຟັງ ກົ້ມ​ໜ້າ​ລົງ ໃນ​ຂະ​ນະ​ທີ່​ບັນ​ດາ​ໄອ​ຍະ​ການ ໃຫ້​ລາຍ​ລະ
​ອຽດ​ຕ້ານ​ຄະ​ດີ​ຂອງ​ລາວ.

ທະ​ນາຍ​ຄວາມ​ປະ​ຈຳ​ລັດ ຂອງ​ເມືອງ​ຄຸກ ຄາວ​ຕ​ີ້ ທ່ານ​ນາງ​ກິມ ຟ້ອກ​ສ໌ ປະ​ກາດ​ຂໍ້​ກ່າວ​ຫາ​ແກ່ ທ້າວ R. Kelly ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ ທີ່ ນະ​ຄອນຊິ​ຄາ​ໂກ ໃນ​ທີ 22 ກຸມ​ພາ 2019.
ທະ​ນາຍ​ຄວາມ​ປະ​ຈຳ​ລັດ ຂອງ​ເມືອງ​ຄຸກ ຄາວ​ຕ​ີ້ ທ່ານ​ນາງ​ກິມ ຟ້ອກ​ສ໌ ປະ​ກາດ​ຂໍ້​ກ່າວ​ຫາ​ແກ່ ທ້າວ R. Kelly ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ ທີ່ ນະ​ຄອນຊິ​ຄາ​ໂກ ໃນ​ທີ 22 ກຸມ​ພາ 2019.

ທ້າວ​ແຄ​ລ​ລີ​ອາ​ຍຸ 52 ປີ ຜູ້​ທີ່​ຊື່​ແທ້​ແມ່ນ ທ້າວ​ໂຣ​ເບີດ ແຄ​ລ​ລີ ໄດ້​ຖືກ​ກ່າວ​ຫາ 10 ກະ​
ໂທງ​ການ​ກຳ​ທຳ​ຜິດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ເກືອບ​ສອງ​ເດືອນ​ຫຼັງ​ຈາກ ລາຍ​ການ​ໂທ​ລະ
​ພາບຊີ​ວິດ ໄດ້​ອອກອ​າ​ກາດ​ບັນ​ທຶກ​ຫົກ​ຊົ່ວ​ໂມງຊື່​ວ່າ “ການ ລອດ​ຊີ​ວິດ R. Kelly” ໃນ​
ອັນ​ທີ່​ແມ່​ຍິງ​ຫຼ​າຍ​ຄົນ​ໄດ້​ກ່າວ​ຫາ​ລາວ​ວ່າ ປະ​ພຶດ​ທາງ​ເພດ​ທີ່​ບໍ່​ເໝາະ​ສົມ ແລະ​ທຳ​ຮ້າຍ.

ຜູ້​ພິ​ພາກ​ສາ​ຍັງ​ໄດ້​ສັ່ງ​ໃຫ້​ທ້າວ​ແຄ​ລ​ລີ ບໍ່​ໃຫ້​ມີ​ການ​ຕິດ​ຕໍ່​ກັບ​ຜູ້​ໃດ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 18
ປີ. ແຕ່​ລະ​ຄວາມ​ຜິດ​ຕິດ​ຄຸກ​ສູງ​ສຸດ 10 ປີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG