ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຫຼາຍໆຄຳຖາມ ກ່ຽວກັບ ການເສຍຊີວິດ ຂອງເດັກນ້ອຍຜູ້ຍິງ ຊາວກົວເຕມາລາ ໃນຂະນະ ຢູ່ໃນການຄຸມຕົວ ໂດຍ ສຫລ


ພາບນີ້ຖ່າຍໃນວັນທີ 20 ມັງກອນ 2012, ຢູ່ທີ່ ເຂດບຸຕຮິລ ຂອງລັດ ນິວເມັກຊິໂກ ສະແດງໃຫ້ເຫັນພາກສ່ວນນຶ່ງຂອງຟາມ ໄດເມັນ ແລະເປັນເສັ້ນທາງຍາວ 77 ມາຍ ຫ່າງຈາກປ້ອມໜ່ວຍລາດຕະເວນຊາຍແດນ ທີ່ໃກ້ທີ່ສຸດ.
ພາບນີ້ຖ່າຍໃນວັນທີ 20 ມັງກອນ 2012, ຢູ່ທີ່ ເຂດບຸຕຮິລ ຂອງລັດ ນິວເມັກຊິໂກ ສະແດງໃຫ້ເຫັນພາກສ່ວນນຶ່ງຂອງຟາມ ໄດເມັນ ແລະເປັນເສັ້ນທາງຍາວ 77 ມາຍ ຫ່າງຈາກປ້ອມໜ່ວຍລາດຕະເວນຊາຍແດນ ທີ່ໃກ້ທີ່ສຸດ.

ເດັກນ້ອຍຜູ້ຍິງ ຊາວກົວເຕມາລາ ອາຍຸ 7 ປີ ໄດ້ເສຍຊີວິດ ເມື່ອສັບປະດາແລ້ວນີ້ ໃນ
ຂະນະ ຢູ່ໃນການຄຸມຕົວ ໂດຍສະຫະລັດ ຢູ່ທີ່ຊາຍແດນທາງພາກຕາເວັນຕົກສຽງໃຕ້
ຂອງປະເທດ ຈຶ່ງໄດ້ກໍ່ໃຫ້ເກີດມີຄຳຖາມຕ່າງໆ ບໍ່ພຽງແຕ່ເລື່ອງກ່ຽວກັບວ່າ ບັນດາເຈົ້າທີ່
ຊາຍແດນ ເບິ່ງແຍງອາການຕ່າງໆຂອງນາງ ແລະໃຫ້ການຮັກສາປິ່ນປົວ ເມື່ອໃດ ແລະ
ດ້ວຍວິທີໃດ ແລະການຊັກຊ້າໃນການເປີດເຜີຍ ການເສຍຊີວິດຂອງນາງ ຕໍ່ມະຫາຊົນ
ຕໍ່ສື່ມວນຊົນ ແລະຕໍ່ລັດຖະສະພາ.

ໃນວັນສຸກວານນີ້ ການສືບສວນສອບສວນ ໃນການເສຍຊີວິດຂອງນາງ ແຈັກໂກລິນ
ຄາວລ໌ ມາກຸຍນ໌ (Jakelin Caal Maquin) ໄດ້ຂະຫຍາຍອອກໄປ ໂດຍມີສຳນັກງານ
ກວດກາທົ່ວໄປ ຂອງກະຊວງຮັກສາຄວາມປອດໄພພາຍໃນ ຫຼືເອີ້ນຫຍໍ້ວ່າ DHS ກ່າວ
ວ່າ ຕົນຈະກວດກາເບິ່ງວ່າ ອົງການນີ້ ທີ່ເບິ່ງແຍງ ກົມພາສີແລະປົກປ້ອງເຂດຊາຍແດນ
ສະຫະລັດ ຫຼືເອີ້ນຫຍໍ້ວ່າ CBP ປະຕິບັດແນວໃດ ໃນລະຫວ່າງ ປະມານ 27 ຊົ່ວໂມງ
ຈາກເວລາທີ່ເດັກຍິງດັ່ງກ່າວ ໄດ້ຖືກຄວບຄຸມຕົວ ຈົນເຖິງເວລາ ທີ່ນາງໄດ້ເສຍຊີວິດ.

ພາບນີ້ ຖ່າຍໃນວັນທີ່ 4 ມັງກອນ 2016, ສະແດງໃຫ້ເຫັນ ລົດຂອງເຈົ້າໜ້າທີ່ ໜ່ວຍລາດຕະເວນຊາຍແດນ ສະຫະລັດ ຂອງເຂດ ຊັນແລນ ປາຣຄ໌ ຢູ່ລຽບຕາມຊາຍແດນລະຫວ່າງ ສະຫະລັດ ແລະເມັກຊິໂກ ຕິດກັບເຂດ ຊີອຸດາດ ຮົວເຣສ.
ພາບນີ້ ຖ່າຍໃນວັນທີ່ 4 ມັງກອນ 2016, ສະແດງໃຫ້ເຫັນ ລົດຂອງເຈົ້າໜ້າທີ່ ໜ່ວຍລາດຕະເວນຊາຍແດນ ສະຫະລັດ ຂອງເຂດ ຊັນແລນ ປາຣຄ໌ ຢູ່ລຽບຕາມຊາຍແດນລະຫວ່າງ ສະຫະລັດ ແລະເມັກຊິໂກ ຕິດກັບເຂດ ຊີອຸດາດ ຮົວເຣສ.

ກົມ CBP ໃນວັນສຸກວານນີ້ ຍັງໄດ້ຢືນຢັນ ຊື່ຂອງເດັກຍິງ ວ່າແມ່ນ ນາງ ແຈັກໂກລິນ
ຄາວລ໌ ມາກຸຍນ໌ ແທ້. ຊຶ່ງໃນລາຍງານເບື້ອງຕົ້ນ ໂດຍອົງການຂ່າວເອພີ ນັ້ນ ຊື່ແລກ
ຂອງນາງ ໄດ້ຖືກສະກົດຜິດ.

ນາງ ແຈັກໂກລິນ ໄດ້ຂ້າມເຂົ້າມາໃນສະຫະລັດ ພ້ອມກັບ ພໍ່ຂອງນາງ ອາຍຸ 29 ປີ ຊື່ວ່າ
ເນຣີ ຄາວລ໌ ຫຼັງຈາກທີ່ໄດ້ເດີນທາງມາຈາກເມືອງ Raxruha ໃນເທດສະບານ Alta
Verapaz ຢູ່ທາງພາກເໜືອຂອງກົວເຕມາລາ.

ບັນດາເຈົ້າໜ້າທີ່ ຂອງກົມພາສີແລະປົກປ້ອງຊາຍແດນ ສະຫະລັດ ໄດ້ຄວບຄຸມຕົວທັງ
ສອງຄົນນີ້ ເມື່ອຕອນແລງຂອງວັນທີ 6 ທັນວາ ອັນເປັນສ່ວນນຶ່ງ ຂອງກຸ່ມຄົນ 163 ຄົນ
ທີ່ໄດ້ຂ້າມເຂົ້າມາໃນເຂດຊາຍແດນ ແລ້ວຈັບໄປໄວ້ຢູ່ໃນພື້ນທີ່ຫ່າງໄກສອກຫລີກ ທາງ
ພາກໃຕ້ຂອງລັດນິວເມັກຊິໂກ ຢູ່ໃກ້ໆກັບດ່ານເຂົ້າເມືອງ Antelope Wells ອີງຕາມ
ການເລົ່າເລື່ອງຂອງ ກົມ CBP ແລະ ກະຊວງ DHS. ການປະເມີນຜົນຢ່າງວ່ອງໄວ
ຂອງ ເດັກຍິງນັ້ນ ບໍ່ໄດ້ເຮັດໃຫ້ມີຄວາມເປັນຫ່ວງແຕ່ຢ່າງໃດເລີຍ ກ່ຽວກັບສຸຂະພາບ
ຂອງນາງ ອີງຕາມກ່ານກ່າວຂອງອົງການທັງສອງນີ້.

ແຕ່ໃນຕອນເຊົ້າວັນຕໍ່ຕາ ນາງ ແຈັກໂກລິນ ໄດ້ຢູ່ໃນສະພາບລຳບາກ. ແລ້ວນາງກໍໄດ້
ເສຍຊີວິດບໍ່ດົນຫຼັງຈາກນັ້ນ ໃນຕອນກາງຄືນຂອງ ວັນທີ 8 ທັນວາ.ການປະເມີນໃນ
ເບື້ອງຕົ້ນ ຈາກໂຮງໝໍ Providence ສຳລັບເດັກນ້ອຍ ຢູ່ໃນເມືອງ ແອລ ປາໂຊ ໃນ
ລັດເທັກຊັສ ບ່ອນທີ່ນາງໄດ້ຖືກສົ່ງໄປນັ້ນ ໄດ້ບົ່ງບອກວ່າ ນາງໄດ້ເສຍຊີວິດຈາກພາວະ
ຮ່າງ ກາຍຊັອກຍ້ອນການຕິດເຊື້ອໂຣກ. ສ່ວນພໍ່ຂອງນາງ ກໍໄດ້ຢູ່ຄຽງຂ້າງນາງ ອີງຕາມ
ການກ່າວຂອງກົມ CBP.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG