ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຳ​ຖາມ ຍັງ​ມີ​ຢູ່​ວ່າ ໃຜ​ຢູ່​ເບື້ອງ​ຫຼັງ ຂອງການ​ໂຈມ​ຕີ ພິ​ທີ ສວນ​ສະ​ໜາມ ຢູ່​ອີ​ຣ່ານ


​ຄົນ​ຫາມ​ຫີບ​ສົບ ໃນ​ພິ​ທີ​ສົ່ງ​ສະ​ການ ຜູ້​ເຄາະ​ຮ້າຍ ໃນ​ການ​ໂຈມ​ຕີ ທີ່​ສັງ​ຫານ 20 ກວ່າ​ຄົນ ໃນ​ເຂດ​ອາ​ວາ​ສ ຂອງ​ອີ​ຣ່ານ ທີ່​ປາກ​ພາ​ສາ​ອາ​ຣັບ ເມື່ອ​ວັນ​ທີ 24 ກັນ​ຍາ 2018.
​ຄົນ​ຫາມ​ຫີບ​ສົບ ໃນ​ພິ​ທີ​ສົ່ງ​ສະ​ການ ຜູ້​ເຄາະ​ຮ້າຍ ໃນ​ການ​ໂຈມ​ຕີ ທີ່​ສັງ​ຫານ 20 ກວ່າ​ຄົນ ໃນ​ເຂດ​ອາ​ວາ​ສ ຂອງ​ອີ​ຣ່ານ ທີ່​ປາກ​ພາ​ສາ​ອາ​ຣັບ ເມື່ອ​ວັນ​ທີ 24 ກັນ​ຍາ 2018.

4 ມື້ ຫລັງ​ຈາກ​ການ​ໂຈມ​ຕີ​ຢ່າງນອງ​ເລືອດ ຢູ່​ພິ​ທີ​ສວນ​ສະ​ໜາມ​ ຂອງ ກອງ​ທັບ ທີ່​ເຂດ
​ອາ​ວາ​ສ ຂອງ​ອີ​ຣ່ານ ຊຶ່ງ​ຮູ້​ກັນ ​ໃນ​ອີກ​ຊື່​ນຶ່ງວ່າ ຄູ​ຈິ​ສ​ຕານ ທີ່ປະ​ຊາ​ຊົນ​ສ່ວນ​ໃຫຍ່​ ເປັນ
​ຊາວ​ອາ​ຣັບ​ນັ້ນແລະ​ກໍມີ​ການ​ອ້າງ​ເອົາ​ຄວາມ​ຮັບ​ຊອບ​ທີ່​ຂັດ ​ແຍ້ງ​ກັນ ກ່ຽວ​ກັບ​ວ່າ​ແມ່ນ​
ໃຜ​ແທ້ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ດັ່ງ​ກ່າວ. ເອັດ​ເວີດ ເຢ​ຣາ​ນຽນມີ​ລາຍ​ງານກ່ຽວ​ກັບ​ເລື້ອງ
ນີ້ ຈາກ​ໄຄ​ໂຣ ດັ່ງ​ໄພ​ສານ ຈະ​ນຳ​ເອົາ​ລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຍັງ​ມີ​ຄຳ​ຖາມ ຫຼາຍກວ່າ​ຄຳ​ຕອບ​ໃນ​ມື້​ວັນ​ອັງ​ຄານ​ຜ່ານ​ມາ ຫຼັງ​ຈາກ​ສື່ມວນ​ຊົນ​ຂອງ​ອີ
​ຣ່ານ​ໄດ້​ນຳ​ເອົາ​ວີ​ດີ​ໂອ ຂອງ​ພວກ 20 ກວ່າ​ຄົນ ​ທີ່​ຖືກ​ຈັບ ໃນ​ຂໍ້​ຫາ​ມີ​ສ່ວນພົວ​ພັນ ໃນ​
ການ ​ໂຈມ​ຕີ​ເມື່ອ​ວັນ​ເສົາ​ ອາ​ທິດ​ແລ້ວ ຕໍ່​ພິ​ທີ​ເດີນ​ສວນ​ສະ​ໜາມ ​ໃນ​ເຂດ​ອາ​ວາ​ສ ຊຶ່ງ
​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ອາ​ຣັບ.

ອົງ​ການ​ຂ່າວ​ຟາ​ຣ​ສ໌ ໄດ້​ລະ​ບຸ​ຊື່​ຜູ້​ກໍ່​ການ 5 ຄົນ ຊຶ່ງ​ຫຼາຍໆ​ຄົນ ໃນ​ຈຳ​ນວນ​ດັ່ງ​ກ່າວໄດ້
​ຖືກ​ຂ້າ​ຕາຍ ໂດຍກ່າວ​ອ້າງວ່າ ຜູ້​ຊາຍ 3 ຄົນ​ແມ່ນ​ເປັນ​ອ້າຍ​ນ້ອງ​ກັນ.

ທ່ານ​ມັກ​ມຸດ ອາ​ລາ​ວີ ຫົວ​ໜ້າ​ສືບ​ລັບ​ຂອງ​ອີ​ຣ່ານ ໄດ້​ປະ​ກາດ​ວ່າ ຈະ​ເອົາ​ມາດຕະ​ການ​
ຕອບ​ໂຕ້​ຢ່າງ​ແຮງ​ຕໍ່​ການ​ໂຈມ​ຕີນີ້ ແລະ​ຢືນ​ຢັດ​ວ່າ ກຳ​ລັງ​ຮັກ​ສາ​ຄວາມສະ​ຫງົບ​ທັງ​ໝົດ
​ຂອງ​ປະ​ເທດ ກຳ​ລັງ​ຊອກ​ຫາ​ຂໍ້​ມູນກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວແລະ​ແມ່ນ​ພວກ​ໃດ​ເປັນ​
ຜູ້​ຢູ່​ເບື້ອງ​ຫຼັງ.

ທ່ານ​ມັກ​ມຸດ ກ່າວ​ວ່າ ພວກ​ທະ​ຫານ ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ພ້ອມ​ກັບ​ກຳ​ລັງ
​ພິ​ທັກ​ປະ​ຕິ​ວັດ​ແລະ​ຕຳ​ຫຼວດ ຈະ​ເຮັດ​ວຽກ​ຕໍ່​ໄປ ຈົນ​ກວ່າ​ພວກ​ເຂົາ​ເຈົ້າຈະ​ສາ​ມາດ​ລະ​ບຸ​
ໂຕ ​ພວກ​ກໍ່​ການ​ທັງ​ໝົດ ທີ່​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ ແລະ​ຫຼັງ​ຈາກນັ້ນ​ກໍ​ລົງ​ໂທດ​ພວກ​ເຂົາ
ເພື່ອ​ເປັນ​ການ​ສົ່ງ​ຂ່າວ​ໃຫ້​ໂລກ​ຮູ້​ວ່າ ຕົນ​ຈະ​ຕ້ອບ​ໂຕ້​ຕໍ່​ໜ້າ​ຂອງ​ອັນ​ທີ່​ເອີ້ນ​ວ່າ ການ​ກໍ່​ອາ​
ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ.

ສ່ວນ​ຜູ້​ນຳ​ຂອງ​ສູງ​ສຸດ​ຂອງ​ປະ​ເທດ ອາ​ຢາ​ໂທ​ລາ​ຄາ​ເມ​ນີພ້ອມ​ກັບ​ຜູ້​ບັນ​ຊາ​ການກຳ​ລັງ
​ພິ​ທັກ ​ປະ​ຕິ​ວັດ​ຫຼາຍໆ​ທ່ານ ໄດ້​ກ່າວ​ຫາ​ຊາ​ອຸ​ດີ ອາ​ຣາ​ເບຍ ສະ​ຫະ​ລັດອາ​ຣັບ​ເອ​ເມີ​ເຮັ​ສ
ພ້ອມໆ​ກັບ​ສະ​ຫະ​ລັດ.

ຮູບ​ພາບ ຈາກ​ອົງ​ການ​ຂ່າວ Mehr ສະ​ແດງ​ໃຫ້​ເຫັນ​ວ່າ ພົນ​ລະ​ເຮືອນ ພວມ​ແລ່ນ​ໄປ​ຫາ​ບ່ອນ​ລີ້ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ ຕໍ່​ພິ​ທີ​ສວນ​ສະ​ໜາມ ຂອງກອງ​ທັບ ທີ່​ເຂດ​ອາ​ວາ​ສ ເມື່ອ​ວັນ​ທີ 22 ກັນ​ຍາ 2018.
ຮູບ​ພາບ ຈາກ​ອົງ​ການ​ຂ່າວ Mehr ສະ​ແດງ​ໃຫ້​ເຫັນ​ວ່າ ພົນ​ລະ​ເຮືອນ ພວມ​ແລ່ນ​ໄປ​ຫາ​ບ່ອນ​ລີ້ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ ຕໍ່​ພິ​ທີ​ສວນ​ສະ​ໜາມ ຂອງກອງ​ທັບ ທີ່​ເຂດ​ອາ​ວາ​ສ ເມື່ອ​ວັນ​ທີ 22 ກັນ​ຍາ 2018.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຈິມ ແມັດ​ຕິ​ສ ເອີ້ນ​ການ​ກ່າວ​ຫາ
ນີ້​ວ່າ “ເປັນ​ຕາ​ຢາກ​ຫົວ” ໃນ​ຂະ​ນະ​ທີ່​ ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ສະຫະ​ລັດ
ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ປະ​ຕິ​ເສດ​ວ່າ ສະ​ຫະ​ລັດ​ ບໍ່​ມີ​ບົດ​ບາດ​ໃດໆ​ ໃນການ​ໂຈມ​ຕີ​ດັ່ງ
​ກ່າວ. ທ່ານ​ພອມ​ພຽວ ກ່າວ​ຕໍ່​ອົງ​ການ​ຂ່າວ​ຟັອກ​ສ໌​ນິວວ່າ ມັນ​ເປັນຄວາມ​ຜິດ​ພາດ ຢ່າງ
​ໃຫຍ່​ຫຼວງ ທີ່​ຈະ​ຖິ້ມ​ໂທດ​ໃສ່​ປະ​ເທດ​ອື່ນເວ​ລາ​ເຂົາ​ເຈົ້າ​ເກີດ​ບັນ​ຫາ​ທາງ​ດ້ານ​ຄວາມ​ໝັ້ນ
​ຄົງ​ຢູ່​ພາຍ​ໃນ​ປະ​ເທດ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣ່ານ ທ່ານ​ອາ​ໂບ​ຮັ​ສ​ສັນ ບາ​ນີ ຊາ​ເດີ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ
​ກໍ່​ການ​ຮ້າຍ​ແມ່ນ​ພວມ​ກາຍ​ເປັນ​ປາ​ກົດ​ການ​ລະ​ຫວ່າງ​ປະ​ເທດ​ທີ່​ເພີ້ມ​ທະວີ​ຂຶ້ນ ດັ່ງ​ນັ້ນ​
ໃນ​ເມື່ອ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ກຸ່ມ​ໃດ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ຢູ່​ເຂດ​ອາ
​ວາ​ສ ທ່ານ​ມີ​ຄວາມ​ສົງ​ໄສວ່າ ມັນ​ຈະ​ເກີດ​ຂຶ້ນ​ບໍ່​ໄດ້​ໂດຍ​ປາສະ​ຈາກ​ການ​ຊ່ອຍ​ເຫຼືອ​ຂອງ​
ຕ່າງ​ປະ​ເທດ.

ທ່ານ​ກ່າວ​ວ່າ ນອກ​ຈາກ​ປະ​ເທດອື່ນໆ​ຫຼື​ມະ​ຫາ​ອຳ​ນາດ​ຕ່າງ​ປະ​ເທດ ໃຫ້​ການ​ສະ​ໜັບ​ສະ
​ໜຸນ ຕໍ່​ການ​ກໍ່​ຄວາມ​ຮຸນ​ແຮງແລ້ວ ​ຈະ​ບໍ່​ມີ​ອົງ​ການ​ອິດ​ສະ​ຫຼະ​ໃດໆ ບໍ່​ສ​ຳ​ຄັນ​ວ່າ ​ມັນ​ເອີ້ນ​
ຫຍັງ ສາ​ມາດ​ໃຊ້​ຄວາມ​ຮຸນ​ແຮງ ເປັນ​ເວ​ລາ​ດົນ​ນານ​ໄດ້.

ທ່ານ​ບາ​ນີ ຊາ​ເດີ ກ່າວ​ຕື່ມ​ວ່າ ໃນ​ທຸກມື້ນີ້ທຸກ​ຢ່າງ​ໄດ້​ກາຍ​ເປັນ​ບັນ​ຫາ​ລະ​ຫວ່າງປະ​ເທດ.
ມັນ​ເປັນ​ການ​ງ່າຍ​ຫຼາຍ​ທີ່​ຈະ​ສົ່ງ​ຜູ້​ຄົນ ໄປ​ກໍ່​ການ​ຮ້າຍ ຢູ່​ແຫ່ງ​ໃດ​ກໍ​ໄດ້ໃນ​ໂລກ ຮວມ​ທັງ​ອີ
​ຣ່ານຫຼື​ຢູ່​ໃນ​ສະ​ຫະ​ລັດ. ທ່ານ​ກ່າວ​ວ່າ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ບາງ​ກຸ່ມ “ກຳ​ລັງ​ຫາ​ທາງ​ສ້າງ​
ຄວາມ​ບໍ່​ທຸ່ນ​ທ່ຽງ” ເພື່ອ​ “ຈະ​ປ້ອງ​ກັນການ​ດຳ​ເນີນການ​ທີ່​ອາດ​ມີ​ຂຶ້ນລະ​ຫວ່າງ​ອີ​ຣ່ານ​ແລະ
​ປະ​ເທດ​ຕາ​ເວັນ​ຕົກ.”

ຜູ້​ນຳ​ຂອງ​ອີ​ຣ່ານ ອາ​ຢາ​ໂທ​ລາ​ຄາ​ເມ​ນີ ໄປ​ຮ່ວມ​ປະ​ຊຸມ ພວກ​ເຈົ້າ​ໜ້າ​ທີ່​ຕຸ​ລາ​ການ
ຜູ້​ນຳ​ຂອງ​ອີ​ຣ່ານ ອາ​ຢາ​ໂທ​ລາ​ຄາ​ເມ​ນີ ໄປ​ຮ່ວມ​ປະ​ຊຸມ ພວກ​ເຈົ້າ​ໜ້າ​ທີ່​ຕຸ​ລາ​ການ

ທ່ານ​ຄັດ​ຕາ ອາ​ບູ ດີ​ອາບ ທີ່​ສອນ​ວິ​ຊາ​ລັດ​ຖະ​ສາດ​ການ​ເມືອງ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປາ​ຣີ
ເອີ້ນ​ການ​ໂຈມ​ຕີ​ຢູ່​ທີ່​ເຂດ​ອາ​ວາ​ສວ່າ ເປັນ “ປິດ​ສະ​ໜາ” ໂດຍ​ໂຕ້​ຖຽງ​ວ່າ ທັງ​ກຳ​ລັງ​ພາຍ​
ໃນ​ຫຼື​ພາຍນອກ ແມ່ນ​ສາ​ມາດ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ໄດ້.

ທ່ານ​ກ່າວ​ວ່າ ມັນ​ເປັນ​ໄປ​ໄດ້​ທີ່​ວ່າ​ກຸ່ມ​ແບ່ງ​ແຍກ​ດິນ​ແດນ​ໃໝ່ ພວມ​ມີ​ກຳ​ລັງ​ແຮງ​ຂຶ້ນ​ຢູ່​ໃນ
​ອີ​ຣ່ານ ແລະ​ອາດ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີນີ້ ແລະ​ການ​ກ່າວ​ຫາຕໍ່​ສະ​ຫະ​ລັດ​ ອາ​
ຣັບ ເອ​ເມີ​ເຣັ​ສ ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ ບໍ່​ແມ່ນ​ເລື້ອງ​ໃໝ່.

ທ່ານ​ກ່າວ​ວ່າ ອຳ​ນາດ​ການ​ປົກ​ຄອງ​ອີ​ຣ່ານ ໃນ​ເວ​ລານີ້ ​ກຳ​ລັງ​ປະ​ເຊີນ ​ກັບ​ບັນ​ຫາຫຼາຍ
​ຢ່າງ ເຊັ່ນ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີທ່າ​ທາງວ່າ
ອາ​ຢາ​ໂທ​ລາ​ຄາ​ເມ​ນີ ອາດ​ຈະ​ພະ​ຍາ​ຍາມ​ຫັນ​ເຫ​ຄວາມ​ສົນ​ໃຈໂດຍທຳ​ການ​ກ່າວ​ຫາ​ຕໍ່
​ສະ​ຫະ​ລັດ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ສະ​ຫະ​ລັດ​ ອາ​ຣັບ ເອ​ເມີ​ເຮັ​ສ. ທ່ານ​ຄິດ​ວ່າ ອີ​ຣ່ານ
ແມ່ນ​ຢູ່​ໃນ​ທ່າ​ທີ ບ່ອນ​ທີ່​ຕົນ​ຕ້ອງ​ການ​ໃຫ້​ເບິ່ງ​ຄື​ວ່າຕົນ​ເປັນ​ຜູ້​ເຄາະ​ຮ້າຍ.

ແນວ​ໃດ​ກໍ​ຕາມ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີບາ​ນີ ຊາ​ເດີ ຄິດ​ວ່າ ປະ​ຊາ​ຊົນ​ອີ​ຣ່ານໄດ້ສະແດງ​
ປະ​ຕິ​ກິ​ລິ​ຍາ​ໃຫ້​ເຫັນ​ເຖິງ​ການ​ປະ​ຕິ​ເສດ​ຕໍ່ ​ການ​ກໍ່​ຄວາມ​ຮຸນ​ແຮງ. ທ່ານ​ກ່າວ​ວ່າ ທຸກ​ພັກ
​ຝ່​າຍ​ການ​ເມືອງ​ຂອງ​ອີ​ຣ່ານ​ທັງ​ໝົດ ແມ່​ນ​ຄັດ​ຄ້ານ​ຕໍ່​ການ​ກໍ່​ຄວາມຮຸນ​ແຮງ ​ບໍ່​ວ່າ​ຊະ​ນິດ​
ໃດຮວມ​ທັງ​ການ​ຕອບ​ໂຕ້ໂດຍ​ອາ​ຢາ​ໂທ​ລາ​ຄາ​ເມ​ນີ​ນຳ​ດ້ວຍ.

ອ່ານລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG