ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ ​ທີ 2 ແຫ່ງ​ອັງ​ກິດ ທີ່​ຄອງ​ຣາດ​ມາ​ໄດ້ 70 ປີ ສະ​ເດັດ​ສະ​ຫວັນ​ນະ​ຄົດແລ້ວ


​ແຟ້ມ - ພະ​ຣາ​ຊີ​ນິ​ເອ​ລີ​ຊາ​ແບັດ​ທີ 2 ຖ່າຍ​ຮູບ​ທີ່​ອາ​ສ​ຄອດ ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 21 ກໍ​ລະ​ກົດ 2018. ພະ​ຣາ​ຊີ​ນີ​ທີ່​ຄອງ​ຣາດ​ດົນ​ນານ​ທີ່​ສຸດ​ຂອງ​ອັງ​ກິດ ສິ້ນ​ພະ​ຊົນເມື່ອນ​ວັນ​ທີ 8 ກັນ​ຍາ 2022 ຮວມ​ພະ​ຊົນ​ມາ​ຍູ​ໄດ້ 96 ປີ.
​ແຟ້ມ - ພະ​ຣາ​ຊີ​ນິ​ເອ​ລີ​ຊາ​ແບັດ​ທີ 2 ຖ່າຍ​ຮູບ​ທີ່​ອາ​ສ​ຄອດ ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 21 ກໍ​ລະ​ກົດ 2018. ພະ​ຣາ​ຊີ​ນີ​ທີ່​ຄອງ​ຣາດ​ດົນ​ນານ​ທີ່​ສຸດ​ຂອງ​ອັງ​ກິດ ສິ້ນ​ພະ​ຊົນເມື່ອນ​ວັນ​ທີ 8 ກັນ​ຍາ 2022 ຮວມ​ພະ​ຊົນ​ມາ​ຍູ​ໄດ້ 96 ປີ.

ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ​ທີ 2 ສະ​ເດັດ​ສະ​ຫວັນ​ນະ​ຄົດ​ແລ້ວ ຮວມ​ພະ​ຊົນ​ມາ​ຍຸ​ໄດ້ 96 ປີ ທີ່​ປາ​ສາດແບ​ລ​ມໍ​ຣານ ​ຊຶ່ງ​ເປັນ​ບ່ອນ​ປະ​ທັບ​ຂອງ​ພະ​ນາງ ຢູ່​ສ​ກັອດ​ແລນ. ພະ​ນາງ​ເປັນ​ພະ​ຣາ​ຊີ​ນີ​ທີ່​ຄອງ​ຣາ​ຊະ​ສົມ​ບັດ​ດົນ​ນານ​ທີ່​ສຸດ​ຂອງ​ອັງ​ກິດ​ແລະ​ປີນີ້ ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງ​ການ​ຂຶ້ນ​ຄອງ​ຣາດ​ຄົບ​ຮອບ 70 ປີ.

ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ ເປັນ​ພະ​ຣາ​ຊີ​ນີ​ພຽງ​ອົງ​ດຽວ​ຂອງ​ອັງ​ກິດ ທີ່​ຊາວ​ອັງ​ກິດ​ໄດ້​ຮູ້​ຈັກ ຊຶ່ງ​ເປັນ​ທັງ​ສັນ​ຍາ​ລັກຂອງ​ປະ​ເທດ ມະ​ຫາ​ອາ​ນາ​ຈັກ ແລະ​ເຄືອ​ຈັກ​ກະ​ພົບ.

ພະ​ນາງໃນ​ຊຸມ​ປີ​ທີ່​ຍັ​ງ​ຊົງ​ເຍົາ​ໄວ​ຢູ່ນັ້ນ ໄດ້​ຖືກ​ບົດ​ບັງ​ໂດຍ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ​ຊຶ່ງ​ພະ​ນາງ​ແລະພະ​ກະ​ນິດ​ຖາ​ ​ໄດ້​ໃຊ້​ເວ​ລາ​ສ່ວນ​ໃຫຍ່​ຢູ່​ທີ່​ພະ​ຣາ​ຊະ​ວັງ​ວິນ​ເຊີ ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອ​ງ​ນະ​ຄອນ​ຫຼວງ​ລອນດອນ.

ພະ​ນາງ​ໄດ້​ເປັນ​ແບບ​ຢ່າງ​ໃນ​ຄວາມ​ເຂັ້ມ​ແຂງ​ແລະ​ຄຸນ​ສົມ​ບັດຂອງ​ອັງ​ກິດມາ​ໄດ້​ດົນ​ນານແມ່ນ​ກະ​ທັງ​ກ່ອນ​ທີ່ພະ​ນາງຮູ້​ຈັກວ່າ​ພະ​ນາງ​ຈະ​ໄດ້​ເປັນ​ພະ​ຣາ​ຊີ​ນີ.

ໃນ​ປີ 1947 ຊຶ່ງ​ເປັນ​ວັນ​ປະ​ສູດ​ຄົບ​ຮອບ 21 ປີ ຊຶ່ງ​ພວມ​ກ້າວ​ເຂົ້າ​ສູ່​ການ​ເປັນ​ຜູ້​ໃຫຍ່ ພະ​ນາງ​ໄດ້​ຊົງ​ໃຫ້​ພະ​ຣາ​ຊະ​ໂອ​ກາດ​ທີ່​ມີ​ຊື່​ສຽງ​ທາງ​ໂທ​ລະ​ພາບ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ພົ້ນ​ທະ​ເລ​ຄັ້ງ​ທຳ​ອິດ​ທີ່​ອາ​ຟ​ຣິ​ກາ​ໃຕ້. ພະ​ນາງ​ຊົງ​ຕັດ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ຕໍ່​ໜ້າ​ພວກ​ທ່ານທັງ​ຫຼາຍ​ວ່າ ຊີ​ວິດ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ ບໍ່​ວ່າ​ມັນ​ຈະ​ຍາວ​ຫຼື​ສັ້ນ ຈະ​ໄດ້​ອຸ​ທິດ​ໃຫ້​ການ​ຮັບ​ໃຊ້​ພວກ​ທ່ານ ແລະ​ການ​ຮັບ​ໃຊ້​ຄອບ​ຄົວ​ຂອງ​ຈັກ​ກະ​ພັດ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ ຊຶ່ງ​ພວກ​ເຮົາ​ທັງ​ໝົດ​ຕ່າງ​ກໍ​ຢູ່​ໃນ​ນັ້ນ.”

ໃນ​ປີ​ດຽວ​ກັນ​ນັ້ນ ພະ​ນາງ​ໄດ້​ຊົງ​ແຕ່ງ​ງານ​ກັບ​ພະ​ເຈົ້າ​ຊາຍ​ຟີ​ລິບ​ແຫ່ງກ​ຣີ​ສ. ພະ​ອົງ​ຊົງ​ເປັນ​ຍາດ​ຫ່າງໆ ຂອງ​ເຈົ້າ​ຊາຍ​ແອນດ​ຣູ​ແຫ່ງກ​ຣີ​ສ ແລະ​ເປັນຫລ້ອນ​ຂອງ​ພະ​ຣາ​ຊີ​ນີ​ວິກ​ຕໍ​ເຣຍ​ແຫ່ງ​ອັງ​ກິດ.

ໃນ​ປີ 1952 ເຈົ້າ​ຍິງ​ເອ​ລີ​ຊາ​ແບັດ ແລະ​ພະ​ສາ​ມີ ຊົງ​ສະ​ເດັດ​ປະ​ພ​າດ​ປະ​ເທດ​ເຄັນ​ຢາ ບ່ອນ​ທີ່ພະ​ນາງ​ໄດ້​ຮັບຂ່າວ​ການ​ສິ້ນ​ພະ​ຊົນພະຣາ​ຊະບິ​ດາ​ຂອງ​ພະ​ນາງ ກະ​ສັດ​ຈອ​ຣ​ຈ ທີ 11. ພະ​ນາງ​ສະ​ເດັດ​ກັບ​ຄືນ​ລອນດອນ ໃນ​ຖາ​ນະ​ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ​ທີ 2. ພະ​ນາງ​ຊົງ​ຣາ​ຊາ​ພິ​ເສກ​ໃນຂະ​ນະ​ທີ່​ພະ​ນາງ​ມີ​ພະ​ຊົນ​ມາ​ຍຸ 27 ປີ ທີ່​ພະ​ວິ​ຫານເວ​ສ​ມິນ​ເຕີ ອາບ​ບີ.

Britain’s Queen Elizabeth Dies Aged 96
please wait

No media source currently available

0:00 0:04:28 0:00

ພະ​ນາງ​ໄດ້​ຊົງ​ພົບ​ເຫັນ​ການ​ປ່ຽນ​ແປງ​ຂອງ​ສັງ​ຄົມ​ແລະ​ເທັກ​ໂນ​ໂລ​ຈີ ໃນ​ລະ​ຫວ່າງ​ການ​ປົກ​ຄອງ​ເປັນ​ເວ​ລາ 7 ທົດ​ສະ​ວັດ​ກວ່າໆ ຊຶ່ງ​ເປັນ​ຍຸກ​ສະ​ໄໝ​ທີ່​ພະ​ນາງ​ຊົງ​ໄດ້​ເຕືອນ​ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍໃນ​ການ​ປະ​ຖິ້ມ​ແນວ​ຄິດ​ທີ່​ເປັນ​ອຳ​ມະ​ຕະ ໃນ​ຂະ​ນະ​ທີ່​ຮັບ​ເອົາ​ຄວາມ​ກ້າວ​ໜ້າ​ໃນ​ການ​ປະ​ດິດ​ຄິດ​ສ້າງ​ໃໝ່ໆ. ພະ​ນາງ​ໄດ້​ໃຊ້​ທວີດ​ເຕີ້​ເທື່ອ​ທຳ​ອິດ​ໃນ​ປີ 2014.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG