ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະລາຊິນີ ອັງກິດ ກ່າວຄຳປາໄສ ກ່ຽວກັບ ສິ່ງທ້າທາຍ ຂອງການລະບາດ COVID-19


ຮູບນີ້ໄດ້ມາຈາກວິດີຂອງພະລາຊະວັງ ບັກຄິງແຮມ, ພະລາຊິນີ ເອລິຊາເບັດ ທີສອງ ຂອງ ອັງກິດ ກ່າວຄຳປາໄສຕໍ່ປະເທດຊາດ ແລະ ເຄືອຈັກກະພົບຈາກຫໍປະສາດ ວິນເຊີ, ປະເທດ ອັງກິດ. 5 ມີນາ, 2020.
ຮູບນີ້ໄດ້ມາຈາກວິດີຂອງພະລາຊະວັງ ບັກຄິງແຮມ, ພະລາຊິນີ ເອລິຊາເບັດ ທີສອງ ຂອງ ອັງກິດ ກ່າວຄຳປາໄສຕໍ່ປະເທດຊາດ ແລະ ເຄືອຈັກກະພົບຈາກຫໍປະສາດ ວິນເຊີ, ປະເທດ ອັງກິດ. 5 ມີນາ, 2020.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ເຂົ້າໂຮງໝໍເປັນເວລາ 10​ ວັນຫຼັງຈາກຖືກກວດພົບວ່າ ຕິດເຊື້ອໄວຮັສໂຄໂຣນາ.

ໂຄສົກນາຍົກລັດຖະມົນຕີຄົນນຶ່ງ ໄດ້ກ່າວໃນຕອນແລງວັນອາທິດວານນີ້ວ່າ, ທ່ານ ຈອນສັນ ໄດ້ເຂົ້າໂຮງໝໍເພື່ອການກວດໂຣກເພີ່ມເຕີມ, ໂດຍເອີ້ນການ ເຂົ້າໂຮງໝໍຂອງທ່ານວ່າເປັນ “ການເອົາບາດກ້າວທີ່ລະມັດລະວັງ.”

ໂຄສົກໄດ້ກ່າວວ່າ “ທ່ານນາຍົກລັດຖະມົນຕີຂໍຂອບໃຈພະນັກງານໜ່ວຍບໍລິການ ດ້ານສຸຂະພາບແຫ່ງຊາດ ສຳລັບການເຮັດວຽກໜັກຢ່າງໜ້າເຫຼືອເຊື່ອຂອງເຂົາ ເຈົ້າ ແລະ ໄດ້ຮຽກຮ້ອງໃຫ້ສາທາ ລະນະສືບຕໍ່ປະຕິບັດຕາມຄຳແນະນຳ ຂອງ ລັດຖະບານ ເພື່ອຢູ່ບ້ານ, ປົກປ້ອງໜ່ວຍງານບໍລິການດ້ານສຸຂະພາບແຫ່ງຊາດ ແລະ ຮັກສາຊີວິດຂອງຄົນໄວ້.”

ມາຮອດດຽວນີ້, ທ່ານ ຈອນສັນ ແມ່ນໄດ້ແຍກປ່ຽວຕົນເອງໃນຫ້ອງພັກຂອງ ທ່ານ ຢູ່ທາງຂ້າງຫ້ອງ ການນາຍົກລັດຖະມົນຕີ. ບັນດາເຈົ້າໜ້າທີ່ເວົ້າວ່າ ທ່ານຍັງຄວບ ຄຸມລັດຖະບານ ອັງກິດ ຢ່າງເຕັມ ທີ່ ເຖິງແມ່ນວ່າ ລັດຖະມົນຕີ ການຕ່າງປະເທດ ທ່ານ ໂດມິນິກ ຣາບ ຈະເປັນປະທານຂອງກອງປະຊຸມລາຍ ງານປົກກະຕິຂອງວັນຈັນມື້ນີ້ກໍຕາມ.

ຄູ່ໝັ້ນທີ່ຖືພາຂອງທ່ານ, ທ່ານນາງ ແຄຣີ ຊາຍມອນສ໌ ໄດ້ກ່າວວ່າ ລາວກຳລັງ ຟື້ນຕົວຈາກອາການຂອງໄວຣັສໂຄໂຣນາ, ແຕ່ໄດ້ກ່າວວ່າ ລາວບໍ່ໄດ້ຖືກກວດ

ສຳລັບໄວຣັສດັ່ງກ່າວ. ລາວໄດ້ແຍກຕົວປ່ຽວຈາກທ່ານ ຈອນສັນ ຕ່າງຫາກ.

ທ່ານນາງໄດ້ຂຽນຂໍ້ຄວາມໃນ ທວິດເຕີ ວ່າ “ການຖືພາກກັບ COVID-19 ແມ່ນ ໜ້າເປັນຫ່ວງຢ່າງເຫັນໄດ້ຊັດ. ສຳລັບແມ່ຍິງທີ່ຖືພາຄົນອື່ນໆນັ້ນ, ກະລຸນາອ່ານ ແລະ ປະຕິບັດຕາມການຊີ້ນຳຫຼ້າສຸດ ເຊິ່ງຂ້າພະເຈົ້າພົບວ່າ ມັນເຮັດໃຫ້ອຸ່ນໃຈ.”

ອີງຕາມສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະບສດຂອງ ສະຫະລັດ ນັ້ນ, ມັນບໍ່ມີລາຍງານການຫຼຸລູກ ຫຼື ຄວາມບໍ່ສົມປະກອບຂອງລູກໃນທ້ອງ ຂອງແມ່ຍິງທີ່ຖືພາ ຜູ້ທີ່ຖືກກວດພົບວ່າຕິດເຊື້ອ COVID-19.

ໃນຕອນເຊົ້າຂອງວັນອາທິດວານນີ້, ພະລາຊິນີ ເອລິຊາເບັດ ຂອງ ອັງກິດ ໄດ້ ທຳການກ່າວຄຳປາໄສອອກໂທລະພາບທີ່ບໍ່ຄ່ອຍເກີດຂຶ້ນຕໍ່ປະຊາຊົນໃນ ຣາຊະ ອານາຈັກ ອັງກິດ. ໃນຄຳປາໄວຊຶ່ງໄດ້ເຕືອນໃຫ້ນຶກເຖິງຊີວິດຂອງຄົນ ໃນລະ ຫວ່າງສົງຄາມໂລກຄັ້ງທີສອງນັ້ນ, ພະລາຊິນີ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນ ຮັບມືກັບ ໂຣກລະບາດດ້ວຍຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນ.

ພະລາຊິນີ ໄດ້ກ່າວໃນຄຳປາໄສທີ່ຖືກອັດໄວ້ຂອງເພິ່ນວ່າ “ຂ້າພະເຈົ້າເວົ້າກັບ ບັນດາທ່ານໃນສິ່ງທີ່ພວກເຮົາຮູ້ວ່າເປັນຊ່ວງເວລາທີ່ທ້າທາຍຍິ່ງຂຶ້ນ. ເປັນຊ່ວງ ເວລາທີ່ມີຄວາມວຸ້ນວາຍໃນຊີວິດຂອງປະເທດຂອງພວກເຮົາ. ຄວາມວຸ້ນວາຍທີ່ ໄດ້ນຳເອົາຄວາມໂສກເສົ້າເສຍໃຈມາສູ່ບາງຄົນ, ຄວາມຍຸ້ງຍາກທາງການເງິນ ຕໍ່ຫຼາຍໆຄົນ ແລະ ການປ່ຽນແປງຢ່າງໃຫຍ່ຫຼວງໃນຊີວິດປະຈຳວັນຂອງພວກ ເຮົາທຸກຄົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG