ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະລາຊີນີ ເອລີຊາເບດ ແຫ່ງອັງກິດ ສະຫລອງວັນ ຂຶ້ນຄອງບັນລັງ (ເບິ່ງສະໄລດ໌)


ພະລາຊີນີ Elizabeth ແຫ່ງອັງກິດ, ວັນທີ 6 ກຸມພາ 2012.
ພະລາຊີນີ Elizabeth ແຫ່ງອັງກິດ, ວັນທີ 6 ກຸມພາ 2012.



















ພະລາຊີ​ນີ Elizabeth ​ແຫ່ງ​ອັງກິດ​ ຊົງສະຫລອງ​ວັນ​ຂີດ​ໝາຍທີ່​ສໍາຄັນຄັ້ງ​ປະວັດ​ສາດ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ວັນເລີ້ມຕົ້ນ​ເທດສະການສະ​ເຫ​ລີ​ມ​ສະຫລອງ​ຄົບຮອບ 60 ປີ​ ແຫ່ງ​ການ​ຂຶ້ນ​ຄອງ​ລາດ​ຊະ​ບັນລັງ​ຂອງ​ພະນາງ.

ພະລາຊີ​ນີຊຶ່ງ​ມີ​ພະ​ຊົນ​ມາ​ຍຸ 85 ພັນ​ສາ​ເລີ້ມຕົ້ນ​ເທດສະການ​ສະ​ເຫລີ​ມສະຫລອງ​ດັ່ງກ່າວ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ສະ​ເດັດ​ໄປ​ຢ້ຽມຢາມ​ແບບ​ບໍ່​ອອກ​ໜ້າ​ອອກ​ຕາ​ ໃນພາກ​ຕາ​ເວັນ​ອອກ​ຂອງ​ອັງກິດ. ການ​ສະຫລອງຈະ​ດໍາ​ເນີນ​ໄປ​ເຖິງ​ຈຸດ​ສູງ​ສຸດ ​ຊຶ່ງ​ຈະເປັນການສະຫລອງໃຫຍ່​ເປັນ​ເວລາ 4 ມື້​ ໃນ​ເດືອນ​ມິຖຸນາ ຮວມທັງ​ການສະ​ແດງ​ຂະ​ບວນ​ເຮືອ​ ​ຈໍານວນ 1 ພັນລໍາ​ທີ່​ຈະແລ່ນ​ຂຶ້ນ​ໄປ​ຕາມ​ແມ່​ນໍ້າ Thames ນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້ ພະລາຊີ​ນີ Elizabeth ພ້ອມ​ດ້ວຍ​ພະສາມີ ຄື ​ເຈົ້າ​ຊາຍ Philip ​ໄດ້ຜ່ານ​ຜ່າ​ດິນ​ຟ້າ​ອາກາດ​ທີ່​ມີ​ຫິມະ​ຕົກ ​ໄປ​ຮ່ວມ​ພິທີ​ທາງ​ສາສະໜາ​ຢູ່​ໂບ​ດ​ແຫ່ງ​ນຶ່ງ. ​ເຈົ້າ​ຊາຍ Philip ​ຊົງມີ​ພະ​ຊົນ​ມາ​ຍຸ 90 ພັນ​ສາ ​ແລະ​ໄດ້​ຊົງ​ຮັບ​ການຜ່າຕັດ​ຫົວ​ໃຈໃນ​ເດືອນ​ທັນວາ​ຜ່ານ​ມາ.

ບັນດາ​ສະມາຊິກລາຊະວົງ​ອັງກິດມີ​ໝາຍ​ກໍານົດ​ທີ່​ຈະ​ໄປ​ຮ່ວມ​ພິທີສະ​ເຫລີ​ມສະຫລອງ​ໂອກາດ​ດັ່ງກ່າວ​ໃນ​ຕ່າງປະ​ເທດ ທີ່​ເປັນ​ສະມາຊິກ​ຂອງ​ເຄືອ​ຈັກກະ​ພົບອັງກິດ. 16 ປະ​ເທດໃນ​ນັ້ນ ​ແມ່ນມີ​ພະລາຊີ​ນີ Elizabeth ​ເປັນ​ກະສັດ​ຂອງ​ພວກ​ເຂົາ​ເຈົ້າ​ເຊ່ນ​ກັນ. ​ແຕ່ພະລາຊີ​ນີ Elizabeth ​ແລະ​ເຈົ້າ​ຊາຍ Philip ຈະ​ຈໍາກັດ​ການ​ເດີນທາງ​ຂອງ​ພວກ​ພະອົງ​ຢູ່ແຕ່​ໃນ​ອັງກິດ​.

ພະ​ລາຊີນີ Elizabeth ​ຊົງ​ໄດ້​ຂຶ້ນ​ຄອງ​ບັນລັງ ຕັ້ງ​ແຕ່​ຍັງ​ເປັນເຈົ້າ​ຟ້າຍິງຢູ່ ​ໃນ​ວັນ​ທີ 6
ກຸມພາ ປີ 1952 ​ເວລາ​ພະບິດາ ຄື King George ທີ 6 ຊົງສິ້ນ​ພະຊົນ​ ຫລັງ​ຈາກມີ​
ສຸຂະພາບ​ບໍ່​ດີ​ມາ​ເປັນ ​ເວລາ​ຫລາຍ​ປີ.

XS
SM
MD
LG