ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກສຶກສາ​ ​ກາ​ນາ​ດາ ເຊື້ອສາຍຝຣັ່ງ ຖືກຟ້ອງ ໃນ​ການ​ໂຈມ​ຕີ ​ທີ່​ ນະຄອນ Quebec


Canada Mosque Shooting
please wait

No media source currently available

0:00 0:01:26 0:00

ຕຳຫຼວດ​ໃນ​ນະຄອນ Quebec ​ໄດ້​ຟ້ອງ​ຕໍ່​ນັກສຶກສາມະຫາວິທະຍາ​ໄລ ທີ່​ເປັນ​ຊາວ​
ກາ​ນາ​ດາ ສັນຊາດຝຣັ່ງ ​ໃນ​ຂໍ້​ຫາຄາດ​ຕະກຳ ຫລັງ​ຈາກ​ການ​ໂຈມ​ຕີ​ທີ່​ຮ້າ​ຍ​ແຮງ​ ໃສ່​ໂບດ​ສາສະໜາ​ອິສລາມ​ໃນ​ເມືອງ​ດັ່ງກ່າວ.

ທ້າວ Alexandre Bissonnette ​ໄວ 27 ປີ ​ໄດ້​ຖືກ​ຟ້ອງ ​ໃນ​ຕອນ​ແລງວັນ​ຈັນ​ວານ​ນີ້
ໃນ​ຄວາມ​ຜິດ 6 ກະ​ໂທ​ງ ​ໃນ​ຂໍ້​ຫາສັງຫານດ້ວຍ​ຄວາມ​ຕັ້ງ​ໃຈ​ແລະ​ອີກ 5 ກະ​ໂທ​ງ ​ໃນຄວາ​ມ
ພະຍາຍາມຂ້າຄົນ ​ໃນ​ການຍິງ​ສັງຫານທີ່​ນາຍົກລັດຖະມົນຕີການາດາ ທ່ານ Justin Trudeau ​ໄດ້​ປະນາມ​ການ​ໂຈມ​ຕີ​ຄັ້ງ​ນີ້ວ່າ “​ເປັນ​ການ​ກໍ່​ການ​ຮ້າຍ ຕໍ່​ຊາວ​ມຸສລິ​ມ.”

​ມີ​ຜູ້​ຄົນຫຼາຍ​ກວ່າ 50 ຄົນ ທີ່​ໄດ້​ໄປ​ສັກກາລະ​ບູຊາ ​ໃນສູນ​ກາງ​ວັດທະນະທຳ ​ແລະ
ສາສະໜາ​ອິສລາມ ທີ່ນະຄອນ Quebec ບ່ອນ​ທີ່​ໄດ້​ມີ​ການ​ຍິງ​ສັງຫານເກີດ​ຂຶ້ນ ​ໃນແລງ​ວັນອາທິດ ຜ່ານ​ມາ​ນີ້. ​ໂຄສົກ​ຂອງ​ຕຳ​ຫຼວດ ທ່ານ​ນາງ Christine Coulombe ​ໄດ້​ກ່າວ​ວ່າ ພວກ​ເຄາະ​ຮ້າຍ 6 ຄົນ ທີ່​ມີ​ອາຍຸ ​ແຕ່ 35 ຫາ 70 ປີ. ອີກ 8 ຄົນ ​ໄດ້​ຮັບ​ບາດ​ເຈັບ​ ຈາກ​ການ​ໂຈມ​ຕີ ຊຶ່ງ​ຮວມມີ 5 ຄົນ ທີ່​ຍັງ​ຢູ່​ໃນອາການ​ສາຫັດ​.

ຄົນທີ 2 ທີ່​ຍັງ​ຖືກ​ຄຸ​ມຂັງ​ໂດຍ​ຕຳຫຼວດ ​ໃນ​ຖານ​ຜູ້​ຕ້ອງ​ສົງ​ໄສ​ ຊຶ່ງ​ປັດຈຸ​ບັນ​ນີ້ ​ແມ່ນຈັດ​ໃຫ້
​ເປັນ​ຜູ້​ເຫັນ​ເຫດການແທນ.

ຕຳຫຼວດຢູ່ໃນໂບດສາສະໜາອິສລາມ ບ່ອນທີ່ເກີດເຫດຍິງກັນ ໃນ ນະຄອນ Quebec, 29 ມັງກອນ, 2017.
ຕຳຫຼວດຢູ່ໃນໂບດສາສະໜາອິສລາມ ບ່ອນທີ່ເກີດເຫດຍິງກັນ ໃນ ນະຄອນ Quebec, 29 ມັງກອນ, 2017.

ຕຳຫຼວດ​ຍັງ​ບໍ່​ທັນ​ໃຫ້ສາ​ເຫດ​ຂອງ​ການ​ໂຈມ​ຕີ​ນີ້​ເທື່ອ ​ແລະ​ມັນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​
ເທື່ອ​ວ່າ ມີ​ຄົນ​ອື່ນ​ອີກ​ຕື່ມ​ບໍ່ ທີ່​ພົວພັນ​ໃນ​ການ​ຍິງ​ກັນ​ຄັ້ງ​ນີ້.

ຜູ້​ບັນຊາ​ການຕຳຫຼວດ Martin Plante ​ໄດ້​ກ່າວ​ວ່າ “ການ​ສືບສວນ ຍັງ​ເປັນ​ການ​ສືບສວນ​ພາຍ​ໃນຢູ່​ໃນ​ປະຈຸ​ບັນ​ນີ້,” ຊຶ່ງ​ທ່ານ​ກ່າວ​ເພີ່ມ​ຕື່ມ​ວ່າ ຕຳຫຼວດ​ຈະ​ເກັບ​ກຳຂໍ້​ມູນ​ ​ແລະ ຫຼັກ​ຖານຕ່າງ​ໆຕື່ມ ​ແລະຫລັງ​ຈາກ​ນັນ ກໍຈະດຳ​ເນີນ​ການ​ຕໍ່​ໄປ.

​ໃນ​ການ​ຖະ​ແຫຼ​ງຕໍ່​ລັດຖະສະພາ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ Trudeau ​ໄດ້​ກ່າວ​ວ່າ ພວກ​ທີ່
​ໄດ້​ຮັບ​ເຄາະນັ້ນ​ ຕົກ​ເປັນ​ເປົ້າ​ໝາຍ​ກໍພຽງແຕ່​ສາສະໜາ ​ທີ່​ພວກ​ເຂົາ​ເຈົ້າ​ນັບຖື​ເທົ່າ​ນັ້ນ ​
ແລະ​ທ່ານ​ຍັງ​ໄດ້​ບອກ​ ກັບພວກ​ມຸສລິ​ມ ໃນ​ກາ​ນາ​ດາ​ວ່າ “ພວກ​ເຮົາ​ຢູ່​ຄຽງ​ຂ້າງພວກ ທ່ານ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG