ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

6 ຄົນ ຖືກຍິງຕາຍ ໃນວັດມຸສລິມ ແຫ່ງນຶ່ງ ຢູ່ໃນເມືອງ Quebec City ຂອງການາດາ


ບັນດາເຈົ້າໜ້າທີ່ຕຳຫຼວດ ລາດຕະເວນພື້ນທີ່ວົງລ້ອມ ຢູ່ໃກ້ໆ ວັດມຸນລິມ ໃນເມືອງ Quebec City, ວັນທີ 29 ມັງກອນ 2017.
ບັນດາເຈົ້າໜ້າທີ່ຕຳຫຼວດ ລາດຕະເວນພື້ນທີ່ວົງລ້ອມ ຢູ່ໃກ້ໆ ວັດມຸນລິມ ໃນເມືອງ Quebec City, ວັນທີ 29 ມັງກອນ 2017.

ພວກມືປືນ ໄດ້ໂຈມຕີ ວັດມຸສລິມແຫ່ງນຶ່ງ ຢູ່ໃນເມືອງ Quebec ຂອງການາດາ ເມື່ອ ຕອນແລງວັນອາທິດວານນີ້ ຊຶ່ງໄດ້ສັງຫານ 6 ຄົນ ແລະ ອີກ 8 ຄົນໄດ້ຮັບບາດເຈັບ.

ໂຄສົກຂອງກົມຕຳຫຼວດ ກ່າວວ່າ ຜູ້ຕ້ອງສົງໄສສອງຄົນ ຖືກຈັບກຸມ ແຕ່ບໍ່ໄດ້ໃຫ້ຂໍ້ມູນ ໃດໆຕື່ມອີກ ກ່ຽວກັບຊື່ສຽງ ຫຼື ເຈດຕະນາ ຂອງພວກເຂົາ.

ລົດກູ້ໄພ ຈອດຢູ່ບ່ອນເກີດເຫດ ຂອງການຍິງສັງຫານ ຢູ່ໃນສູນວັດທະນະທຳ ອິສລາມ ຂອງ Quebec ໃນເມືອງ Quebec City ຂອງການາດາ, ວັນທີ 29 ມັງກອນ 2017.
ລົດກູ້ໄພ ຈອດຢູ່ບ່ອນເກີດເຫດ ຂອງການຍິງສັງຫານ ຢູ່ໃນສູນວັດທະນະທຳ ອິສລາມ ຂອງ Quebec ໃນເມືອງ Quebec City ຂອງການາດາ, ວັນທີ 29 ມັງກອນ 2017.

ຫົວໜ້າຂອງສູນວັດທະນະທຳ ຂອງຊາວມຸສລິມໃນ Quebec ກ່າວວ່າ ພວກຜູ້ຄົນໄດ້ ເຕົ້າໂຮມກັນ ເພື່ອການໄຫວ້ພະພາວະນາ ໃນຢາມແລງ ຊຶ່ງໃນເວລານັ້ນ ເຫດການ ຍິງສັງຫານໄດ້ເກີດຂຶ້ນ. 53 ຄົນ ແມ່ນຢູ່ໃນສະຖານທີ່ແຫ່ງນັ້ນ ອີງຕາມເຈົ້າໜ້າທີ່ ຕຳຫຼວດດັ່ງກ່າວ.

ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ໄດ້ປະນາມການຍິງສັງຫານ
ນັ້ນ ວ່າເປັນ “ການໂຈມຕີກໍ່ການຮ້າຍ ຕໍ່ຊາວມຸສລິມ” ແລະ ໄດ້ເນັ້ນຢ້ຳ ຢູ່ໃນ ຖະແຫລງການ ວ່າ ປະເທດຂອງທ່ານ ເຫັນໃນຄຸນຄ່າ ຂອງຄວາມແຕກຕ່າງທີ່ຫລາກ ຫລາຍ ແລະການຜອ່ນສັ້ນຜ່ອນຍາວຕໍ່ສາສະໜາອື່ນໆ.

ທ່ານ Trudeau ກ່າວວ່າ “ຊາວການາດາ ມຸສລິມ ແມ່ນເປັນສ່ວນນຶ່ງ ຂອງສາຍ
ໃຍໂຄງສ້າງ ທີ່ສຳຄັນຂອງປະເທດພວກເຮົາ ແລະ ການກະທຳທີ່ໄຮ້ຈິດສຳນຶກ
ເຫຼົ່ານີ້ ບໍ່ຄວນມີຢູ່ໃນ ບັນດາປະຊາຄົມ ໃນຕົວເມືອງຕ່າງໆ ແລະ ໃນປະເທດ
ຂອງພວກເຮົາ.”

ໃນເດືອນມິຖຸນາ ປີ 2016 ຜ່ານມາ ຫົວໝູ ໄດ້ຖືກນຳໄປປະໄວ້ ຢູ່ຕໍ່ໜ້າປະຕູທາງເຂົ້າ ວັດມຸສລິມ ແຫ່ງດຽວກັນນີ້.

ຫຼັງຈາກການຍິງສັງຫານໃນວັນອາທິດໄດ້ເກີດຂຶ້ນ ຜູ້ປົກຄອງລັດ New York ທ່ານ
Bill de Blasio ໄດ້ກ່າວວ່າ ກົມຕຳຫຼວດຂອງທ່ານ ໄດ້ສະໜອງການປົກປ້ອງເພີ້ມ
ເຕີມໃຫ້ແກ່ວັດມຸສລິມຕ່າງໆ ຢູ່ໃນຕົວເມືອງຂອງຕົນ.

ທ່ານໄດ້ຂຽນລົງທາງ Twitter ວ່າ “ເຖິງພົນລະເມືອງ ຊາວນິວຢອກ ຂອງຂ້າພະເຈົ້າ ຜູ້ທີ່ເປັນມຸສລິມ: ນະຄອນນິວຢອກຊີຕີ ຈະປົກປ້ອງທ່ານ. ເຈົ້າໜ້າທີ່ຕຳຫຼວດ ຂອງ ນິວຢອກ ຈະປົກປ້ອງທ່ານ. ພວກເຮົາຈະຕໍ່ສູ້ກັບຄວາມກຽດຊັງ ແລະ ຄວາມບ່າຍ
ບ່ຽງແບບບໍ່ຍຸຕິທຳ.”

Canada Mosque Shooting
please wait

No media source currently available

0:00 0:01:20 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG