ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ໄດ້​ມີ​ການ​ສອບ​ຖາມ ເຖິງ​ມາດ​ການ​ກັກ​ກັນ ເມື່ອ​​ຜູ້​ໂດຍ​ສານ ລົງ​ຈາກເຮືອ​ສຳ​ລານ ໄດ້​ຖືກກວດ​ພົບ​ວ່າ ມີ​ເຊື້ອ​ໄວ​ຣັ​ສ ໂຄ​ໂຣ​ນາ


​ລົດ​ເມ​ບັນ​ທຸກ​ຜູ້​ໂດຍ​ສານ ຈາກ​ປະ​ເທດ​ຢູ​ໂຣ​ບ ອອກ​ໄປຈາກ​ເຮືອ​ສຳ​ລານ Diamond Princess ທີ່​ໄດ້​ຖືກ​ກັກ​ກັນ​ໄວ້ ຢູ່​ໃນ​ທ່າ​ເຮືອ ​ໂຍ​ໂກ​ຮາ​ມາ ໃກ້​ກັບ​ນະ​ຄອນຫຼວງ​ໂ​ຕ​ກຽວ, ​ວັນ​ສຸກ ທີ 21 ກຸມ​ພາ 2020.
​ລົດ​ເມ​ບັນ​ທຸກ​ຜູ້​ໂດຍ​ສານ ຈາກ​ປະ​ເທດ​ຢູ​ໂຣ​ບ ອອກ​ໄປຈາກ​ເຮືອ​ສຳ​ລານ Diamond Princess ທີ່​ໄດ້​ຖືກ​ກັກ​ກັນ​ໄວ້ ຢູ່​ໃນ​ທ່າ​ເຮືອ ​ໂຍ​ໂກ​ຮາ​ມາ ໃກ້​ກັບ​ນະ​ຄອນຫຼວງ​ໂ​ຕ​ກຽວ, ​ວັນ​ສຸກ ທີ 21 ກຸມ​ພາ 2020.

ຍີ່​ປຸ່ນ ໃນ​ວັນ​ອາ​ທິດ​ມື້ນີ້ ໄດ້​ຢືນ​ຢັນ​ວ່າ ແມ່​ຍິງ​ຄົນ​ນຶ່ງ ຜູ້​ທີ່​ໄດ້​ຖືກກວດພົບ​ວ່າ ​ບໍ່​ມີ​ເຊື່ອ​ໄວ​ຣັ​ສ ແລ້ວ​ກໍໄດ້​ໃຫ້ລົງ​ອອກ​ຈາກ​ເຮືອ​ສຳ​ລານ Diamond Princess ທີ່​ໄດ້ຖືກ​ກະ​ທົບ​ໂດຍການ​ລະບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ນັ້ນ ຊຶ່ງໃນ​ເວ​ລາ​ຕໍ່​ມາ ຜູ້​ກ່ຽວ​ໄດ້​ຖືກກວດ​ພົບ​ວ່າ ​ມີ​ເຊື້ອ​ໄວ​ຣັ​ສ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີ​ຄຳ​ຖາມຫຼາຍ​ຢ່າງ ກ່ຽວ​ກັບ ປະ​ສິດ​ທິ​ພາບ ຂອງ​ມາດ​ຕະ​ການ​ກັກ​ກັນ​ທັງຫຼາຍ​.

​ລັດ​ຖະ​ມົນ​ຕີກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທ່ານ​ຄັດ​ຊຸ​ໂນ​ບຸ ຄາ​ໂຕ ຍັງ​ໄດ້​ອອກ​ມາ​ຂໍ​ອະ​ໄພ​ຍະ​ໂທດ ຫຼັງ​ຈາກ​ທີ່ ຜູ້​ໂດຍ​ສານ 23 ຄົນ ໄດ້​ຖືກ​ປ່ອຍ​ອອກ​ໄປ ໂດຍ​ປາ​ສະ​ຈາກ ການກວດ​ຢ່າງ​ຖືກ​ຕ້ອງ​ເສ​ຍ​ກ່ອນ.

ແມ່​ຍິງ​ດັ່ງ​ກ່າວ ຜູ້​ຢູ່​ໃນ​ໄວ 60 ປີ ໄດ້​ກັບ​ຄືນ​ເມືອ​ບ້ານ​ເກີດ​ຂອງ​ນາງ ໃນ​ເຂດແຂວງໂຕ​ຈີ​ກີ ຢູ່​ກ້ຳ​ເໜືອ​ຂອງ​ນະ​ຄອນຫຼວງ​ໂຕ​ກຽວ ໂດ​ຍ​ທາງ​ລົດ​ໄຟ ຫຼັງ​ຈາກ​ທີ່​ນາງ​ໄດ້​ລົງ​ຈາກ​ກຳ​ປັ່ນ ເມື່ອ​ວັນ​ພຸດ​ຜ່ານ​ມາ ແຕ່​ນາງ ​ກໍ​ໄດ້ເປັນ​ໄຂ້​ໃນ​ວັນ​ສຸກ ແລະໄດ້​ຖືກກວດ​ພົບ​ວ່າ ມີ​ເຊື້ອ​ໄວ​ຣັ​ສ ໃນ​ວັນ​ເສົາ​ວານນີ້ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ທ່ານ​ນຶ່ງ ທີ່​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP.

ແມ່​ຍິງ​ຄົນ​ນີ້ ໄດ້​ເປັນ​ຜູ້​ໂດຍ​ສານ​ຄົນ​ທຳ​ອິດ ຈ​າກ​ເຮືອ​ສຳ​ລານ​ດັ່ງ​ກ່າວ ທີ່​ກວດ​ພົບ​ວ່າ ມີ​ເຊື້ອ​ໄວ​ຣັ​ສ ໃນ​ຍີ່​ປຸ່ນ ຫຼັງ​ຈາກ​ທີ່​ໄດ້ ຜ່ານ​ການ​ກວດ​ສອບຮຽບ​ຮ້ອຍ ແລະ​ກໍ​ໄດ້ອະ​ນຸ​ຍາດ​ໃຫ້​ລົງ​ຈາກ​ເຮືອ.

ລາຍ​ງານ​ຂ່າວ ອ​ອກ​ມາ​ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ການ​ຕິດ​ແປດ​ຂອງ​ພະ​ຍາດ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ໄດ້​ສອບ​ຖາ​ມ​ເຖິງ​ປະ​ສິດ​ທິ​ພາບ​ຂອງ​ໄລ​ຍະ​ການ​ກັກ​ກັນ​ຢູ່​ເທິງ​ກຳ​ປັ່ນ​ດັ່ງ​ກ່າວ.

ເຈົ້າ​ແຂວງໆ​ໂຕ​ຈີ​ກີ ທ່ານ​ໂຕ​ໂມ​ຄາ​ຊຸ ຟູ​ຄູ​ດາ ໄດ​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ເມື່ອ​ຕອນ​ແລງວັນ​ເສົາ​ວານນີ້ ​ວ່າ “ໄດ້​ມີ​ການ​ພິ​ຈາ​ລະ​ນາ​ຕັດ​ສິນ​ວ່າ ຈຳ​ພວກ​ຜູ້​ທີ່​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ລົງ​ຈາກ​ກຳ​ປັ່ນ ຫຼັງ​ຈາກ​ທີ່​ໄດ້​ກວດບໍ່​ພົບ​ວ່າ ມີ​ເຊື້ອ​ໄວ​ຣັ​ສ ຄົງ​ຈະ​ບໍ່​ມີ​ບັນ​ຫາ ແຕ່​ດຽວນີ້ ມັນ​ໄດ້​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ພວກ​ຄົນ​ເຫຼົ່າ​ນັ້ນ ສາ​ມາດ​ມີ​ເຊື້ອ​ໄວ​ຣັ​ສ​ໄດ້.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG