ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທະ​ນາຍ​ຄວາມດ້ານ​ສິ​ດ​ທິ ​ຜູ້​ທີ່​ມີ​ຊື່​ສຽງຂອງ​ຈີນ ໄດ້​ຖືກ​ຄະ​ດີ​ຕິດ​ຄຸກ 4 ປີ ເຄິ່ງ


ຊາຍ​ຄົນ​ນຶ່ງ​ເດີນ​ຜ່ານ​ສານ ບ່ອນ​ທີ່​ທະ​ນາຍ​ຄວາມດ້ານ​ສິ​ດ​ທິ ​ຜູ້​ທີ່​ມີ​ຊື່​ສຽງ ທ່ານ Wang Quanzhang ທີ່​ໄດ້​ນຳ​ຂຶ້ນ​ສານ ໃນ​ເມືອງ​ທຽນ​ຈິ້ນ, ​ຈີນ, 26 ທັນ​ວາ 2018.
ຊາຍ​ຄົນ​ນຶ່ງ​ເດີນ​ຜ່ານ​ສານ ບ່ອນ​ທີ່​ທະ​ນາຍ​ຄວາມດ້ານ​ສິ​ດ​ທິ ​ຜູ້​ທີ່​ມີ​ຊື່​ສຽງ ທ່ານ Wang Quanzhang ທີ່​ໄດ້​ນຳ​ຂຶ້ນ​ສານ ໃນ​ເມືອງ​ທຽນ​ຈິ້ນ, ​ຈີນ, 26 ທັນ​ວາ 2018.

ສານ​ຈີນ​ແຫ່ງ​ນຶ່ງ ໄດ້​ຕັດ​ສິນ​ໂທດຈຳ​ຄຸກ 4 ປີ​ເຄິ່ງ ຕໍ່ ທ່ານ Wang Quanzhang
ທະນາຍ​ຜູ້​ທີ່​ມີ​ຊື່​ສຽງດ້ານສິດທິ ໃນ​ຄະ​ດີ​ພຽງ​ນຶ່ງ​ກະ​ໂທງ​ທີ່​ວ່າ ທ່ານ​ຈະໂຄ່ນ​ລົ້ມ​ອຳ​ນາດ​
ຂອງ​ລັດ​.

ສານ​ປະ​ຊາ​ຊົນ​ອັນດັບ​ 2 ​ຂອງ​ເມືອງ​ທຽນ​ຈິ້ນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​
ປະ​ເທດ ໄດ້​ປະ​ກາດ​ທາງ​ອິນ​ເຕີ​ເເນັ​ຕ ພຽງ​ໜ້ອຍ​ດຽວໃນ​ຖະ​ແຫຼງ​ການ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ນອກນັ້ນທ່ານ​ຫວັງ ຍັງ​ຈະໝົດ​ສິດ​ທາງ​ການ​ເມືອງ​ເປັນເວລາ​ຫ້າ​ປີ​ຕໍ່​ໜ້ານຳ.ທ່ານ​ຫວັງ ຜູ້ປົກປ້ອງນັກ​ເຄື່ອນ​ໄຫວທາງ​ການ​ເມືອງ, ພວກຜູ້​ເຄາະ​ຮ້າຍ​ຍ້ອນ​ການຖືກ​ຍຶດ​ຊັບ​ສິນ
​ທີ່​ດິນ ແລະພວກສະ​ມາ​ຊິກ​ຂອງ​ຂະ​ບວນ​ການ​ຂອງ​ສະ​ສະ​ໜາ ນິ​ກາຍຟ່າ​ລຸນ ກົງ
(Falun Gong) ທີ່​ເກືອດ​ຫ້າມ​ນັ້ນ. ທ່ານ​ຫວັງ ແມ່ນ​ນຶ່ງ​ໃນຈຳນວນພວກ​ຜູ້​ຄົນ​ທີ່ຫຼາຍ
ກວ່າ 200 ຄົນ ຖືກ​ຈັບ​ກຸມ ໃນ​ອັນ​ທີ່​ເອີ້ນ​ວ່າ“​ການ​ທັບມ້າງ 709” ຕໍ່​ ​ພວກທະ​ນາຍ​
ຄວາມ​ເພື່ອ​ສິດ​ທິ​ແລະພ​ວກ​ນັກເຄື່ອນ​ໄຫວໃນ​ປີ 2015 ນັ້ນ. ທ່ານ​ໄດ້​ໃຊ້​ເວ​ລາ 3 ປີ
ໃນ​ຄຸກ ແລະ​ຖືກ​ປະ​ຕິ​ເສດ ບໍ່ໃຫ້​ຕິດ​ກັບ​ພັນ​ລະ​ຍາ​ຂອງ​ທ່ານ ທ່ານນາງ ລີ ເວັນ​ຊູ
(Li Wenzu) ແລະ​ທະນາຍ​ຄວາມ​ຂອງ​ທ່ານ ທີ່​ພັນ​ລະ​ຍາ​ ໄດ້​ຈັດ​ຫາໃຫ້​ນັ້ນ, ຈົ​ນກວ່າ
ມື້​ຂຶ້ນ​ສານ ເປັນເວ​ລານຶ່ງ​ມື້​ ໃນວັນ​ທີ 26 ເ​ດືອນທັນ​ວາ ປີ​ກາຍ​ນີ້ ທີ່​ຖືກ​ປິດ​ ບໍ່​ສາ​ທາ
​ລະ​ນະໄດ້ເຫັນ.

ທ່ານນາງ ລີ ເວັນ​ຊູ ແຖ​ຫົວ​ຂອງ​ທ່ານ ເພື່ອ​ປະ​ທ້ວງ​ຕໍ່​ການ​ທີ່ ສາ​ມີ​ຂອງ​ທ່ານ​ນາງ ​ທີ່​ເປັນ​ທັງ​ທະ​ນາຍ​ຄວາມ​ດ້ານ​ສິ​ທິ ທ່ານ Wang Quanzhang ທີ່​ຖືກ​ຈັບ​ກຸມ ໃນ​ຂະ​ບວນ​ການ "ການທັບມ້າງ 709", ໃນ​ປັກ​ກິ່ງ, 17 ທັນ​ວາ 2018.
ທ່ານນາງ ລີ ເວັນ​ຊູ ແຖ​ຫົວ​ຂອງ​ທ່ານ ເພື່ອ​ປະ​ທ້ວງ​ຕໍ່​ການ​ທີ່ ສາ​ມີ​ຂອງ​ທ່ານ​ນາງ ​ທີ່​ເປັນ​ທັງ​ທະ​ນາຍ​ຄວາມ​ດ້ານ​ສິ​ທິ ທ່ານ Wang Quanzhang ທີ່​ຖືກ​ຈັບ​ກຸມ ໃນ​ຂະ​ບວນ​ການ "ການທັບມ້າງ 709", ໃນ​ປັກ​ກິ່ງ, 17 ທັນ​ວາ 2018.

ທ່ານນາງ ລີ ໄດ້ທໍາ​ການ​ປະ​ທ້ວງ​ການ​ຈຳ​ຄຸກ​ຂອງ​ສາ​ມີທ່ານນາງໂດຍບໍ່​ປະຕິບັດຕາມ
ຄຳສັ່ງຂອງ​ເຈົ້າ​ໜ້າ​ທີ່​ຈີນ. ທ່ານ​ນາງ ຄັ້ງ​ນຶ່ງ​ໄດ້​ຍ່າງ​ສວນ​ສະ​ໜາມໃນ ​ໄລ​ຍະທາງ 100
ຫຼັກ​ກິ​ໂລ​ແມັດ ຈາກ​ປັກ​ກິ່ງ ຈົນ​ເຖິງ​ຄຸກ ທີ່​ເມືອງ​ທຽນ​ຈິ້ນ ບ່ອນ​ທີ່​ທ່ານ​ຫວັງ ໄດ້​ຖືກ​ກັກ​ຂັງ
ໄວ້ນັ້ນ ພ້ອມ​ນີ້ ທ່ານ​ນາງ​ຍັງ​ໄດ້​ແຖ​ຫົວ ພ້ອມ​ກັບ​ແມ່​ຍິງ​ອີກ 3 ຄົນ ຊຶ່ງ​ເປັນ​ພາກ​ສ່ວນ​ນຶ່ງ​
ຂອງ​ການ​ປະ​ທ້ວງ​ໃນ​ສາ​ທາ​ລະ​ນະ.

ທ່ານ​ນາງ ໄດ້​ຖືກ​ເກືອດ​ຫ້າມ ບໍ່​ໃຫ້ເຂົ້າ​ຮ່ວມ​ຮັບ​ຟັງ​ການດຳ​ເນີນ​ຄະ​ດີຂອງ​ສານໂດຍ​ເຈົ້າ​
ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ໂດຍບໍ່​ໃຫ້​ທ່ານ​ນາງ​ອອກ​ຈາກ​ບ້ານ​ເຮືອນ.

ມີ​ພວກ​ທະ​ນາຍ​ຄວາມ​ຫຼາຍໆ​ຄົນ ໄດ້​ຖືກ​ຈັບ​ກຸມ ໃນ​ອັນ​ທີ່​ເອີ້ນ​ວ່າ "ການທັບມ້າງ709"
ທີ່​ໄດ້​ປະ​ເຊີນ​ກັບ​ຄະ​ດີ​ຄວາມ​ທີ່​ຄ້າຍ​ຄື​ກັນ​ນີ້​ວ່າຈະທັບມ້າງ​ລັດແລະຖືກ​ປະ​ຕິ​ເສດບໍ່ໃຫ້
ໄດ້ຮັບການຕໍ່ສູ້​ທາງ​ກົດ​ໝາຍ​ດ້ວຍມືອາຊີບ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG