ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໐ ພຶດສະພາ ໒໐໒໕

ຄຸນນະພາບ ຊີວິດການເປັນຢູ່ ຂອງເດັກນ້ອຍ ໃນລາວ ຍັງຢູ່ໃນລະດັບຕ່ຳສຸດ ໃນອາຊຽນ


ຊີວິດການເປັນຢູ່ຂອງເດັກນ້ອຍລາວ ໃນເຂດຊົນນະບົດ ຫ່າງໄກສອກຫລີກ ຍັງຢູ່ໃນລະດັບຕ່ຳສຸດ ໃນບັນດາ ປະເທດອາຊຽນ ດ້ວຍກັນ ໂດຍສາເຫດສ່ວນໃຫຍ່ ແມ່ນຄອບຄົວຂອງພວກເຂົາເຈົ້າ ມີຖານະຍາກຈົນ.
ຊີວິດການເປັນຢູ່ຂອງເດັກນ້ອຍລາວ ໃນເຂດຊົນນະບົດ ຫ່າງໄກສອກຫລີກ ຍັງຢູ່ໃນລະດັບຕ່ຳສຸດ ໃນບັນດາ ປະເທດອາຊຽນ ດ້ວຍກັນ ໂດຍສາເຫດສ່ວນໃຫຍ່ ແມ່ນຄອບຄົວຂອງພວກເຂົາເຈົ້າ ມີຖານະຍາກຈົນ.

ຄຸນນະພາບຊີວິດການເປັນຢູ່ຂອງເດັກນ້ອຍໃນລາວ ຍັງຖືກຈັດໃຫ້ຢູ່ໃນອັນດັບຕ່ຳສຸດ
ໃນອາຊຽນ ຊຶ່ງໃນນີ້ ກໍຮວມເຖິງບັນຫາການໃຊ້ ຄວາມຮຸນແຮງຕໍ່ເດັກ ການຄ້າແຮງ
ງານ ແລະໂສເພນີເດັກ ນຳດ້ວຍ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ການຈັດ
ຕັ້ງປະຕິບັດແຜນການພັດທະນາ ເພື່ອຍົກລະດັບຄຸນນະພາບ ຊີວິດການເປັນຢູ່
ຂອງແມ່ ແລະເດັກໃນລາວ ຍັງບໍ່ສາມາດບັນລຸຜົນ ຕາມເປົ້າໝາຍທີ່ວາງໄວ້ໃນ
ຫຼາຍດ້ານ ໂດຍສະເພາະ ແມ່ນລະດັບຄຸນນະພາບຊີວິດຄວາມເປັນຢູ່ຂອງເດັກ
ນ້ອຍລາວ ນັ້ນ ກໍຍັງຖືກຈັດໃຫ້ຢູ່ໃນອັນດັບຕ່ຳສຸດ ໃນອາຊຽນດ້ວຍກັນ ຊຶ່ງເຮັດໃຫ້ ລັດຖະບານລາວ ຈະຕ້ອງເພີ້ມງົບປະມານ ເຂົ້າໃນວຽກງານພັດທະນາແມ່ແລະເດັກ
ໃຫ້ຫລາຍຂຶ້ນ ທັງຍັງຈະຕ້ອງມີການພັດທະນາປັບປຸງ ລະບົບການບໍລິຫານງານ
ໃນທຸກພາກສ່ວນທີ່ກ່ຽວຂ້ອງ ໃນວຽກງານແມ່ແລະເດັກ ໃຫ້ມີປະສິດທິພາບສູງຂຶ້ນ
ຢ່າງເປັນຮູບປະທຳອີກດ້ວຍ ດັ່ງທີ່ ທ່ານສອນໄຊ ໃຫ້ການຢືນຢັນວ່າ:

“ພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການ ທີ່ຈະຕ້ອງສືບຕໍ່
ປັບປຸງແກ້ໄຂ ເປັນຕົ້ນແມ່ນບັນຫາໂພຊະນາການ ອັດຕາການສັກຢາກັນ
ພະຍາດ ອັດຕາການຕາຍຂອງແມ່ແລະເດັກ ອັດຕາການເຂົ້າຮຽນຂອງ
ເດັກໃນຊັ້ນຕ່າງໆ ສະພາບການໃຊ້ຄວາມຮຸນແຮງຕໍ່ເດັກ ການຄ້າໂສ
ເພນີເດັກ ການໃຊ້ແຮງງານເດັກ ຮວມທັງຄວາມເຂົ້າໃຈຂອງຄົນ ໃນ
ສັງຄົມ ແລະຮີດຄອງປະເພນີຂອງເຜົ່າຕ່າງໆ ຢູ່ເຂດທຸກຍາກຫ່າງໄກ
ສອກຫລີກ ຊຶ່ງຕ້ອງໄດ້ເອົາໃຈໃສ່ເປັນພິເສດ ແລະຕ້ອງເພີ້ມການລົງທຶນ
ໃສ່ວຽກງານ ພັດທະນາເດັກນ້ອຍ ຕິດພັນກັບການປຸງແຕ່ງ ຂອດປະສານ
ງານ ການຕິດຕາມກວດກາ ຢ່າງເປັນປົກກະຕິ.”

ເຈົ້າໜ້າທີ່ການແພດ ຈາກກະຊວງສາທາລະນະສຸກ ຂອງລາວ ສັກຢາປ້ອງກັນພະຍາດ ໃຫ້ແກ່ເດັກນ້ອຍ ຢູ່ໃນເຂດຊົນນະບົດ.
ເຈົ້າໜ້າທີ່ການແພດ ຈາກກະຊວງສາທາລະນະສຸກ ຂອງລາວ ສັກຢາປ້ອງກັນພະຍາດ ໃຫ້ແກ່ເດັກນ້ອຍ ຢູ່ໃນເຂດຊົນນະບົດ.

ທາງດ້ານທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ກໍ
ໃຫ້ການຢືນຢັນວ່າ ເປົ້າໝາຍສຳຄັນທີ່ຈະຈັດຕັ້ງປະຕິບັດ ໃຫ້ໄດ້ໃນປີ 2018 ນີ້ ຄື
ການລົດອັດຕາການຕາຍຂອງແມ່ຍິງຂະນະຖືພາ ຫຼືຄອດລູກ ລົງຈາກ 182 ເປັນ
175 ຕໍ່ 1 ແສນຄົນ ພ້ອມກັນນີ້ ຍັງຈະລົດອັດຕາການຕາຍຂອງເດັກທີ່ອາຍຸຕ່ຳກວ່າ
5 ປີ ລົງຈາກ 56 ເປັນ 51 ຕໍ່ 1,000 ຄົນ ແລະລົດອັດຕາການຕາຍຂອງເດັກທີ່ອາຍຸ
ຕ່ຳກວ່າ 1 ປີ ລົງຈາກ 43 ເປັນ 38 ຕໍ່ 1,000 ຄົນ ໃຫ້ໄດ້ຢ່າງເປັນຮູບປະທຳ.

ສ່ວນທ່ານລັດທິພອນ ອຸລາ ນັກໂພຊະນາການຂອງກະຊວງສາທາລະນະສຸກ ໃຫ້
ການຢືນຢັນວ່າ ຍັງມີເດັກນ້ອຍລາວ ທີ່ອາຍຸຕ່ຳກວ່າ 5 ປີ ຄິດເປັນອັດຕາສະເລ່ຍ
ເຖິງ 44 ເປີເຊັນ ໃນທົ່ວປະເທດ ທີ່ຍັງຕ້ອງປະເຊີນກັບບັນຫາຂາດແຄນດ້ານ
ໂພຊະນາການຢ່າງໜັກ ຊຶ່ງກໍເຮັດໃຫ້ເດັກນ້ອຍເຫຼົ່ານີ້ ມີສ່ວນສູງ ແລະນ້ຳໜັກຕ່ຳ
ກວ່າເກນ ທັງຍັງມີການຈະເລີນເຕີບໂຕທາງດ້ານສະໝອງ ແລະການຮຽນຮູ້ ໃນ
ລະດັບທີ່ຕ່ຳກວ່າເກນມາດຕະຖານສາກົນອີກດ້ວຍ.

ຍັງມີເດັກນ້ອຍລາວ ທີ່ອາຍຸຕ່ຳກວ່າ 5 ປີ ຄິດເປັນອັດຕາສະເລ່ຍ ເຖິງ 44 ເປີເຊັນ ໃນທົ່ວປະເທດ ທີ່ຍັງຕ້ອງປະເຊີນກັບບັນຫາຂາດແຄນດ້ານ ໂພຊະນາການຢ່າງໜັກ.
ຍັງມີເດັກນ້ອຍລາວ ທີ່ອາຍຸຕ່ຳກວ່າ 5 ປີ ຄິດເປັນອັດຕາສະເລ່ຍ ເຖິງ 44 ເປີເຊັນ ໃນທົ່ວປະເທດ ທີ່ຍັງຕ້ອງປະເຊີນກັບບັນຫາຂາດແຄນດ້ານ ໂພຊະນາການຢ່າງໜັກ.

ໂດຍເດັກນ້ອຍທີ່ປະເຊີນກັບບັນຫາດັ່ງກ່າວນີ້ ສ່ວນໃຫຍ່ກໍແມ່ນເດັກນ້ອຍ ທີ່ຢູ່ໃນ
ເຂດຊົນນະບົດທີ່ຄອບຄົວມີຖານະຍາກຈົນ ແລະບັນຫາຍິ່ງຮຸນແຮງຂຶ້ນເມື່ອປາກົດ
ວ່າພໍ່-ແມ່ ແລະຜູ້ປົກຄອງຂອງເດັກນ້ອຍເຫຼົ່ານີ້ ບໍ່ມີຄວາມຮູ້ ແລະຄວາມເຂົ້າໃຈດ້ານ
ສາທາລະນະສຸກ ແລະໂພຊະນາການ ສຳລັບເດັກເລີຍ ຮວມເຖິງການຂາດແຄນ
ງົບປະມານ ຂອງລັດຖະບານລາວດ້ວຍນັ້ນ ກໍຍິ່ງເຮັດໃຫ້ຍາກ ຕໍ່ການແກ້ໄຂບັນຫາ
ທັງຍັງເຮັດໃຫ້ລາວ ເປັນປະເທດທີ່ມີອັດຕາການເສຍຊີວິດຂອງແມ່ຍິງ ຂະນະຄອດ
ລູກ ແລະການເສຍຊີວິດຂອງເດັກເກີດໃໝ່ ມີອັດຕາສູງທີ່ສຸດໃນອາຊຽນອີກດ້ວຍ.

ທັງນີ້ ລະບົບການບໍລິການດ້ານສາທາລະນະສຸກ ຂອງລັດຖະຍານລາວ ຍັງບໍ່ສາ
ມາດຕອບສະໜອງ ຄວາມຕ້ອງການຂັ້ນພື້ນຖານ ຂອງແມ່ຍິງທີ່ຖືພາໄດ້ ຢ່າງທົ່ວ
ເຖິງ ໂດຍສະເພາະແມ່ນຂໍ້ຈຳກັດທາງດ້ານບຸກຄະລາກອນ ແລະເຄື່ອງມືທາງການ
ແພດ ສຳລັບໃຫ້ການຊ່ວຍເຫຼືອແກ່ແມ່ຍິງລາວ ໃນການເກີດລູກນັ້ນ ຍັງຖືເປັນ
ບັນຫາທີ່ຫຍຸ້ງຍາກ ແລະຂາດເຂີນທີ່ສຸດ ໃນປັດຈຸບັນນີ້.

ສ່ວນອົງການປະຊາຊາດເພື່ອການພັດທະນາ ລາຍງານວ່າ ລັດຖະບານລາວ ບໍ່
ສາມາດບັນລຸເປົ້າໝາຍໃນ 6 ດ້ານ ຄືເດັກອາຍຸຕ່ຳກວ່າ 5 ປີ ຍັງມີສ່ວນສູງຕ່ຳກວ່າ
ເກນເຖິງ 38 ເປີເຊັນ ສ່ວນເດັກທີ່ມີນ້ຳໜັກຕ່ຳກວ່າເກນ ຍັງມີເຖິງ 27 ເປີເຊັນ ຂະນະ
ທີ່ການຮຽນຈົບຊັ້ນປະຖົມປີ ທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ ສ່ວນອັດຕາການຕາຍ ຂອງ
ເດັກອາຍຸຕ່ຳກວ່າ 1 ປີ ຍັງສູງເຖິງ 43 ຄົນ ຕໍ່ 1,000 ຄົນ ອັດຕາການຕາຍຂອງແມ່
ຂະນະຖືພາ ຫຼືຄອດລູກຍັງສູງເຖິງ 182 ຄົນຕໍ່ 1 ແສນຄົນ ແລະແມ່ຍິງລາວທີ່ເກີດລູກ
ໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ-ພະຍາບານ ກໍມີພຽງແຕ່ 60 ເປີເຊັນເທົ່ານັ້ນ.

XS
SM
MD
LG