ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຸນນະພາບຂອງ ຢາວັກຊີນ COVID-19 ທີ່ຖືກບໍລິຈາກໃຫ້ ອາຟຣິກາ ຕ້ອງຖືກປັບປຸງໃຫ້ດີຂຶ້ນ


ກ່ອງຢາວັກຊີນ COVID-19 ທີ່ຖືກສະໜອງໃຫ້ຜ່ານໂຄງການ COVAX ຖືກຂົນລົງຢູ່ສະໜາມບິນ ໂມກາດິຊູ, ປະເທດ ໂຊມາເລຍ. 15 ມີນາ, 2021.
ກ່ອງຢາວັກຊີນ COVID-19 ທີ່ຖືກສະໜອງໃຫ້ຜ່ານໂຄງການ COVAX ຖືກຂົນລົງຢູ່ສະໜາມບິນ ໂມກາດິຊູ, ປະເທດ ໂຊມາເລຍ. 15 ມີນາ, 2021.

ບັນດາອົງການຈັດຕັ້ງຕ່າງໆ ທີ່ກຳລັງປະສານງານ ການແຈກ​ຢາຍຢາວັກຊີນ COVID-19 ທີ່ຖືກບໍລິຈາກໃນ ອາຟຣິກາ ໄດ້ກ່າວໃນວັນຈັນວານນີ້ວ່າ ຄຸນນະພາບຂອງການບໍລິຈາກ “ຕ້ອງຖືກປັບ ປຸງໃຫ້ດີຂຶ້ນ.”

ກຸ່ມຜູກຂາດການຈັດຊື້ຢາວັກຊີນ ອາຟຣິກາ ຫຼື AVAT, ອົງການຄວບຄຸມແລະ ປ້ອງກັນໂຣກ ອາຟຣິກາ ແລະ ໂຄງການ COVAX ໄດ້ກ່າວໃນຖະແຫຼງການຮ່ວມສະບັບນຶ່ງວ່າ, “ຈຳນວນຢາສ່ວນຫຼາຍໃນການບໍລິຈາກທຸກມື້ນີ້ແມ່ນກະທັນ ຫັນ, ຖືກສະໜອງໃຫ້ໂດຍແຈ້ງໃຫ້ຮູ້ໃນໄລຍະສັ້ນ ແລະ ບໍ່ສາມາດເກັບໄວ້ດົນ,” ເຮັດໃຫ້ມັນ “ເປັນສິ່ງທ້າທາຍຢ່າງຍິ່ງສຳລັບປະເທດຕ່າງໆທີ່ຈະວາງແຜນການປຸກ​ລະ​ດົມ​ການສັກຢາວັກຊີນ ແລະ ຂະຫຍາຍຄວາມສາມາດທີ່ຈະໄດ້ຮັບມັນ.”

ໂຄງການ COVAX ແມ່ນໂຄງການລິເລີ່ມໂລກ ທີ່ຖືກໜູນຫຼັງໂດຍອົງການສະ ຫະປະຊາຊາດ ເພື່ອແຈກຢາຍຢາວັກຊີນໃຫ້ບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງ.

ກຸ່ມດັ່ງກ່າວໄດ້ເວົ້າວ່າ “ແນວໂນ້ມທີ່ວ່ານັ້ນຕ້ອງມີການປ່ຽນແປງ, ຖ້າຢາທີ່ຖືກບໍລິຈາກແມ່ນຈະກາຍເປັນ “ແຫຼ່ງຊັບພະຍາກອນການສະໜອງຢ່າງຕໍ່ເນື່ອງ ທີ່ສາມາດເປັນສ່ວນເສີມໃຫ້ຄັງຢາ ຈາກຂໍ້ຕົກລົງການຊື້ຂອງ AVAT ແລະ COVAX.”

ກຸ່ມຕ່າງໆແມ່ນໄດ້ຂໍບັນດາຜູ້ບໍລິຈາກໃຫ້ຍຶດໝັ້ນກັບມາດຕະຖານຫຼາຍຢ່າງ ກ່ຽວກັບ ການບໍລິຈາກຢາວັກຊີນເລີ່ມຕົ້ນໃນວັນທີ 1 ມັງກອນ 2022 ນີ້. ການພິຈາ ລະນາຕ່າງໆລວມມີ: ທຳການບໍລິຈາກໃນປະລິມານທີ່ໃຫຍ່ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍການຊື້ຂາຍ, ຮັບປະກັນວ່າຢາວັກຊີນສາມາດເກັບ ໄວ້ໄດ້ຢ່າງໜ້ອຍ 10 ອາທິດ ກ່ອນຖືກສົ່ງໄປຮອດປະເທດຜູ້ຮັບ, ແລະ ແຈ້ງໃຫ້ປະເທດທີ່ວ່ານັ້ນ ຮູ້ ກ່ຽວກັບ ຢາທີ່ມີຢູ່ບໍ່ຕໍ່າກວ່າ 4 ອາທິດກ່ອນການສົ່ງໄປຮອດເຂົາເຈົ້າ.

ກຸ່ມຈັດລະບຽບການດັ່ງກ່າວຍັງໄດ້ຂໍບັນດາຜູ້ບໍລິຈາກ “ໃຫ້ສະໜອງການຕອບຮັບທີ່ວ່ອງໄວ ກ່ຽວ ກັບ ຂໍ້ມູນທີ່ຈຳເປັນ.” ເຂົາເຈົ້າໄດ້ກ່າວວ່າ, “ຂໍ້ມູນໃນນາທີສຸດທ້າຍສາມາດເຮັດໃຫ້ຂັ້ນຕອນຕ່າງໆສັບສົນ, ຂະຫຍາຍຄ່າໃຊ້ຈ່າຍການຊື້ຂາຍ, ຫຼຸດອາຍຸໃນການຈັດເກັບລົງ ແລະ ຂະຫຍາຍຄວາມສ່ຽງຂອງການໝົດອາຍຸ.”

ອີກການຮ້ອງຂໍ້ອັນນຶ່ງສຳລັບຢາວັກຊີນທີ່ຖືກບໍລິຈາກນັ້ນກໍແມ່ນວ່າ ມັນຈະມາພ້ອມກັບ “ວັດສະດຸການສັກຢາ ທີ່ຈຳເປັນຕ່າງໆ,” ລວມມີ ເຂັມສັກຢາ ແລະ ຄ່າສົນຂົນສົ່ງທີ່ຖືກຈ່າຍແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG