ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດ ແຜ່ນດິນໄຫວ ຮ້າຍແຮງ ໃນເກາະທ່ອງທ່ຽວຂອງ ອິນໂດເນເຊຍ


ຊາວບ້ານຄົນນຶ່ງຍ່າງຜ່ານຊາກຫັກພັງຂອງເຮືອນຫຼັງນຶ່ງ ໃນ
ລະຫວ່າງການຄົ້ນຫາສິ່ງຂອງຂອງນັກທ່ອງທ່ຽວ ມາເລເຊຍ ຜູ້ທີ່ໄດ້ເສຍຊີວິດໃນລະຫວ່າງເຫດແຜ່ນດິນໄຫວ ຢູ່ບ້ານ ເຊັມບາລຸນ ເຊລັອງ ໃນເກາະ ລົມບັອກ ຕີເມີ. ອິນໂດເນເຊຍ. 29 ກໍລະກົດ, 2018.
ຊາວບ້ານຄົນນຶ່ງຍ່າງຜ່ານຊາກຫັກພັງຂອງເຮືອນຫຼັງນຶ່ງ ໃນ ລະຫວ່າງການຄົ້ນຫາສິ່ງຂອງຂອງນັກທ່ອງທ່ຽວ ມາເລເຊຍ ຜູ້ທີ່ໄດ້ເສຍຊີວິດໃນລະຫວ່າງເຫດແຜ່ນດິນໄຫວ ຢູ່ບ້ານ ເຊັມບາລຸນ ເຊລັອງ ໃນເກາະ ລົມບັອກ ຕີເມີ. ອິນໂດເນເຊຍ. 29 ກໍລະກົດ, 2018.

ຈຳນວນຜູ້ເສຍຊີວິດທັງໝົດ ຈາກໄພແຜ່ນດິໄຫວຄວາມແຮງ 6.4 ທີ່ເຂດ ລົມບົກ, ບາຫຼີ
ແລະ ຊຳບາວາ ໃນປະເທດ ອິນໂດເນເຊຍ ຖີບໂຕສູງຂຶ້ນເປັນ 14 ຄົນ ແລະ ບາດເຈັບ
162 ຄົນ.

ບ້ານເຮືອນນັບຫຼາຍຫຼັງໄດ້ເພພັງ ແຕ່ພາກຕາເວັນອອກຂອງເມືອງ ລົມບົກໂດຍສະເພາະ
ແມ່ນໄດ້ຮັບຄວາມເສຍຫາຍຢ່າງໜັກ. ລາຍງານເວົ້າວ່າ ບ້ານເຮືອນຫຼາຍກວ່ານຶ່ງພັນ
ຫຼັງ ໃນເຂດດັ່ງກ່າວເທົ່ານັ້ນແມ່ນໄດ້ຖືກທຳລາຍຢ່າງໜັກ.

ແຜ່ນດິນໄຫວຂັ້ນຕື້ນພຽງ 7 ກິໂລແມັດ ໄດ້ຖະຫຼົ່ມເຂດທ່ອງທ່ຽວ ໃນເຊົ້າວັນອາທິດມື້ນີ້
ເຮັດໃຫ້ຜູ້ຄົນຕ້ອງໄດ້ລຸກອອກຈາກຕຽງນອນ ແລ້ວແລ່ນລົງສູ່ຖະໜົນ ແລະ ເດີ່ນກວ້າງ
ເພື່ອຫຼົບໜີຈາກຕຶກອາຄານທີ່ກຳລັງຫັກພັງລົງ.

ພວກກູ້ໄພ ກຳລັງປະຕິບັດງານຢູ່ ເພື່ອຊອກຄົ້ນຫາ ແລະນຳເອົາ 826 ຄົນໜີພ່າຍຈາກ
ພູເຂົາ ຣິນຈານີ ທີ່ເກາະ ລົມບົກ ລວມທັງພວກຕ່າງດ້າວຫຼາຍໆຮ້ອຍຄົນນຳ. ພວກເຈົ້າ
ໜ້າທີ່ກ່າວວ່າ ພວກນັກທ່ອງທ່ຽວຕ່າງດ້າວ ລວມທັງພວກທີ່ໄປປີນພູ ໄດ້ຖືກນຳອອກໄປ
ຈາກພູເຂົາດັ່ງກ່າວແລ້ວ.

ພວກເຈົ້າໜ້າທີ່ເວົ້າວ່າ ເທົ່າເຖິງດຽວໜີ ເຂດດັ່ງກ່າວໄດ້ຮັບການສັ່ນສະເທືອນ ລຸນຫຼັງ
ແຜ່ນດິນໄຫວ 124 ຄັ້ງແລ້ວ ແຕ່ກໍບໍ່ຮ້າຍແຮງພໍ ຈົນເຖິງຂັ້ນເປັນໄພ ຊຸນະມິ.

ແຜ່ນດິນໄຫວເປັນເລື້ອງທຳມະດາຢູ່ໃນ ອິນໂດເນເຊຍ ເພາະວ່າ ປະເທດດັ່ງກ່າວ ຕັ້ງຢູ່
ໃນເຂດວົງແຫວນຂອງໄຟທຳມະຊາດ, ເຂດລັດສະໝີ ພູໄຟ ໃນຂົງເຂດມະຫາສະໝຸດ
ປາຊີຟິກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG