ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກາຕ້າ ຂໍຕໍ່ກຳນົດເວລາເສັ້ນຕາຍ ອອກໄປຕື່ມໄດ້ 48 ຊົ່ວໂມງ ທີ່ກຳນົດໃຫ້ ໂດຍຊາອຸດີ ແລະພັນທະມິດ


ພາບຖ່າຍທາງອາກາດ ຂອງນະຄອນ Doha ບໍລິເວນເຂດ ການທູດ ເມື່ອວັນທີ 21 ມີນາ 2013.
ພາບຖ່າຍທາງອາກາດ ຂອງນະຄອນ Doha ບໍລິເວນເຂດ ການທູດ ເມື່ອວັນທີ 21 ມີນາ 2013.

ຊາອຸດີ ອາເຣເບຍ ແລະ ບັນດາພັນທະມິດຕ່າງໆຂອງຕົນ ທີ່ມີສ່ວນກ່ຽວຂ້ອງກັບ
ບັນຫາ ຂັດແຍ້ງດ້ານການທູດທີ່ແກ່ຍາວມາໄດ້ດົນພໍສົມຄວນ ກັບ ປະເທດກາຕ້າ
ໄດ້ກ່າວໃນວັນຈັນມື້ນີ້ ວ່າ ພວກເຂົາເຈົ້າຈະເລື່ອນກຳນົດເວລາ ຫຼື ເສັ້ນຕາຍ
ອອກໄປຕື່ມ 48 ຊົ່ວໂມງ ເພື່ອໃຫ້ກາຕ້າ ປະຕິບັດຕາມຄໍາຮຽກຮ້ອງຂອງຕົນ.

ຄູເວດ ຊຶ່ງພະຍາຍາມໄກ່ເກ່ຍ ການຂວ້ຳບາດ ປະເທດກາຕ້າ ໂດຍບັນດາປະເທດ
ໃນອ່າວເປີເຊຍ ໃຫ້ຍຸຕິລົງຢ່າງສັນຕິ ໄດ້ຂໍຮ້ອງ ໃນວັນອາທິດວານນີ້ ໃຫ້ເລື່ອນ
ເສັ້ນຕາຍອອກໄປ ບໍ່ດົນກ່ອນກຳນົດເວລານັ້ນ ໃກ້ຈະໝົດກຳນົດລົງ ທີ່ກາຕ້າຈະ
ຕ້ອງໄດ້ຕອບ ກຸ່ມແນວໂຮມນຳພາໂດຍ ຊາອຸດີ ອາຣາເບຍ.

ຖະແຫລງການທີ່ປະສານງານຮ່ວມກັນ ໄດ້ຖືກເປີດເຜີຍ ເມື່ອຕອນເຊົ້າວັນຈັນມື້ນີ້
ໂດຍອົງການຂ່າວຕ່າງໆຂອງທາງການ ໃນຄູເວດ ແລະ ຊາອຸດີ ອາເຣເບຍ ຊຶ່ງໄດ້
ຢືນຢັນວ່າ ກຳນົດເວລາໄດ້ຖືກເລື່ອນອອກໄປຈົນຮອດວັນຈັນມື້ນີ້.

ຊາອຸດີ ອາຣາເບຍ ສະຫະລັດ ອາຣັບເອເມີເຣັສ ບາຫ໌ເຣນ ແລະ ອີຈິບ ໄດ້ຕັດສາຍ
ພົວພັນດ້ານການທູດ ແລະ ການພົວພັນດ້ານພານິດຕ່າງໆ ກັບກາຕ້າ ໃນວັນທີ 5
ມິຖຸນາ ໂດຍກ່າວຫາ ລັດຖະບານ ໃນໂດຫາ ວ່າ ໃຫ້ການສະໜັບສະໜູນການກໍ່
ການຮ້າຍ ໂດຍການເປັນພັນທະມິດກັບອີຣ່ານ.

ລັດຖະມົນຕີການຕ່າງປະເທດ ກາຕ້າ Sheikh Mohammed bin Abdulrahman Al Thani, ໂອ້ລົມ ກັບບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວ ໃນນະຄອນ Rome, ວັນເສົາ ທີ 1 ກໍລະກົດ 2017.
ລັດຖະມົນຕີການຕ່າງປະເທດ ກາຕ້າ Sheikh Mohammed bin Abdulrahman Al Thani, ໂອ້ລົມ ກັບບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວ ໃນນະຄອນ Rome, ວັນເສົາ ທີ 1 ກໍລະກົດ 2017.

ກາຕ້າໄດ້ປະຕິເສດ ທຸກຂໍ້ກ່າວຫາ ແລະ ໄດ້ກ່າວວ່າ ການກ່າວຫາຕ່າງໆນັ້ນ ແມ່ນ
ບໍ່ມີມູນຄວາມຈິງ. ລັດຖະມົນຕີການຕ່າງປະເທດ ກາຕ້າ Sheikh Mohammed bin
Abdulrahman Al Thani ຂອງປະເທດນ້ອຍ ໃນອ່າວເປີເຊຍນັ້ນ ກ່າວວ່າ ຂໍ້ຮຽກ
ຮ້ອງຕ່າງໆ ຂອງຊາອຸດີ ອາຣາເບຍ ແລະ ບັນດາພາຄີຂອງພວກເຂົາເຈົ້າ ປະກອບ
ດ້ວຍ ການຖອນພວກທະຫານຂອງເທີກີ ຢູ່ໃນກາຕ້າ ອອກໄປ, ໃຫ້ປິດກຸ່ມອົງການ
ຂ່າວ Al Jazeera ທີ່ທາງການກາຕ້າເປັນເຈົ້າຂອງ ແລະ ໃຫ້ຫລຸດລະດັບການພົວ
ພັນກັບກັບອີຣ່ານ ເຫຼົ່ານີ້ ແມ່ນບໍ່ສາມາດຮັບເອົາໄດ້ເລີຍ ໂດຍປາດສະຈາກ ການ
ເສຍສະຫລະ ໃນດ້ານອະທິປະໄຕຂອງກາຕ້າ.

ແຕ່ຫາກວ່າ ທ່ານ Al Thani ໄດ້ສົ່ງສັນຍານວ່າ ຂໍ້ຮຽກຮ້ອງທັງຫຼາຍ ຂອງຊາອຸດີ ນັ້ນ
ເປັນທີ່ແນ່ນອນແທ້ໆ ວ່າ ຈະຖືກປະຕິເສດ ຊຶ່ງກາຕ້າ ຍັງບໍ່ໄດ້ໃຫ້ຄຳຕອບຢ່າງເປັນ
ທາງການ ແກ່ກຸ່ມອາຣັບດັ່ງກ່າວ.

ທະຫານສະຫະລັດຈຳນວນນຶ່ງ ຢືນຢູ່ເທິງເຮືອລົບ ຂອງກອງທັບເຮືອ ສະຫະລັດ ໃນລະຫວ່າງ ການຊ້ອມລົບຮ່ວມກັນ ກັບ ທະຫານກາຕ້າ ໃນອ່າວເປີເຊຍ, ປະເທດກາຕ້າ, ວັນທີ 16 ກໍລະກົດ 2017.
ທະຫານສະຫະລັດຈຳນວນນຶ່ງ ຢືນຢູ່ເທິງເຮືອລົບ ຂອງກອງທັບເຮືອ ສະຫະລັດ ໃນລະຫວ່າງ ການຊ້ອມລົບຮ່ວມກັນ ກັບ ທະຫານກາຕ້າ ໃນອ່າວເປີເຊຍ, ປະເທດກາຕ້າ, ວັນທີ 16 ກໍລະກົດ 2017.

ອີຈິບໄດ້ກ່າວໃນວັນອາທິດວານນີ້ ວ່າ ບັນດາລັດຖະມົນຕີການຕ່າງປະເທດ ຈາກ 4
ປະເທດທີ່ໄດ້ຮ່ວມຂວ້ຳບາດກາຕ້າ ຈະປຶກສາຫາລືກ່ຽວກັບສະຖານະການ ກັບ ກາຕ້າ
ຢູ່ນະຄອນຫຼວງ ໄຄໂຣ ໃນວັນພຸດມື້ຮືນີ້.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປຶກສາຫາລື ກ່ຽວກັບສະຖານະການ
ນີ້ ໂດຍຜ່ານທາງໂທລະສັບ ທີ່ທ່ານໄດ້ໂທລົມກັບ ກະສັດ ຊາອຸດີ Salman bin
Abdulaziz Al Saud, ກະສັດ ກາຕ້າ Emir Tamin bin Hamad Al Thani ແລະ
ເຈົ້າຊາຍອົງມົງກຸດ ອາບູ ດາບີ Mohamed bin Zayed Al Nahyan ຕ່າງຫາກ.

Qatar Saudi Dispute
please wait
Embed

No media source currently available

0:00 0:01:31 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG