ຊາອຸດີ ອາຣາເບຍ ແລະປະເທດອື່ນໆຢູ່ອ່າວເປີເຊຍ ທີ່ໄດ້ຕັດສາຍສໍາພັນກັບກາຕາ
ຍ້ອນຄິດວ່າ ກາຕາໃຫ້ການສະໜັບສະໜຸນແກ່ກຸ່ມກໍ່ການຮ້າຍ ໄດ້ຍື່ນຂໍ້ຮຽກຮ້ອງຕ້ອງ
ການຂອງບັນດາປະເທດດັ່ງກ່າວແກ່ກາຕາ.
ຄູເວດ ຊຶ່ງເຮັດໜ້າທີ່ເປັນຜູ້ໄກ່ເກ່ຍ ລະຫວ່າງກາຕາກັບປະເທດອາຣັບສີ່ປະເທດ ຊຶ່ງ
ລວມມີ ຊາອຸດີ ອາຣາເບຍ, ບາຫເຣນ, ສະຫະລັດອາຣັບອາເມີເຣັສ ແລະອີຈິບ ໄດ້ຍື່ນ
ຂໍ້ຮຽກຮ້ອງຕ້ອງການ ຊຶ່ງລວມມີ ການຕັດສາຍສໍາພັນກັບອີຣ່ານ ແລະອັດສໍານັກງານ
ທາງການທູດຂອງກາຕາ ຢູ່ປະເທດນັ້ນລົງ, ປິດສໍານັກງານ ຂອງອົງການຂ່າວ al-
Jazeera ທີ່ຕັ້ງຢູ່ກາຕານັ້ນ ແລະສະຖານີຕ່າງໆ ທີ່ເປັນສາຂາຂອງອົງການຂ່າວດັ່ງ
ກ່າວນີ້ ລົງ.
ຂໍ້ຮຽກຮ້ອງຕ້ອງການນີ້ ຍັງທວງໃຫ້ກາຕາ "ຕັດການພົວພັນກັບທຸກອົງການກໍ່ການຮ້າຍ
ໂດຍສະເພາະແມ່ນ ອົງການພະລາດອນພາບມຸສລິມ, ກຸ່ມລັດອິສລາມ, ເຄືອຂ່າຍອາລ
ຄາຍດາ ແລະກຸ່ມ Hezbollah ຂອງເລບານອນ ນອກນັ້ນແລ້ວຍັງ “ໃຫ້ປະກາດຢ່າງເປັນ
ທາງການວ່າ ກຸ່ມເຫລົ່ານັ້ນແມ່ນກຸ່ມກໍ່ການຮ້າຍ."
ກຸ່ມປະເທດດັ່ງກ່າວຍັງຮຽກຮ້ອງໃຫ້ກາຕາ "ຢຸດເຊົາບໍ່ໃຫ້ມີທະຫານເທີກີ ທີ່ປັດຈຸບັນປະ
ຈໍາຢູ່ກາຕາ ແລະມີການປະຕິບັດງານຮ່ວມກັນ ພາຍໃຕ້ການຮ່ວມມືດ້ານການທະຫານ
ກັບເທີກີຢູ່ໃນກາຕານັ້ນລົງ."
ນອກນັ້ນ ປະເທດເຫລົ່ານີ້ ຍັງຮຽກຮ້ອງໃຫ້ກາຕາ ຢຸດຕິການໃຫ້ທຶນຊ່ວຍເຫລືອແກ່
ບຸກຄົນ, ກຸ່ມ ຫລືອົງການທີ່ໄດ້ຖືກຈັດໂດຍສີ່ປະເທດນີ້, ໂດຍສະຫະລັດ ແລະປະເທດ
ອື່ນໆ ວ່າເປັນພວກກໍ່ການຮ້າຍນັ້ນ.
ບັນດາປະເທດຢູ່ອ່າວເປີເຊຍ ຍັງຮຽກຮ້ອງໃຫ້ກາຕາມອບຕົວ “ຜູ້ກໍ່ການຮ້າຍທີ່ສໍາຄັນ”
ແລະບຸກຄົນອື່ນໆ ທີ່ເປັນທີ່ທາງການຕ້ອງການຕົວໃຫ້ແກ່ປະເທດທີ່ມາຂອງພວກເຂົາ
ຢູ່ໃນກຸ່ມປະເທດດັ່ງກ່າວນີ້.
ບັນດາປະເທດອາຣັບໄດ້ໃຫ້ເວລາແກ່ກາຕາ 10 ວັນ ເພື່ອພິຈາລະນາຮັບເອົາຂໍ້ຮຽກຮ້ອງຕ້ອງການດັ່ງກ່າວ ໂດຍບໍ່ໄດ້ບອກໃຫ້ກາຕາຊາບວ່າ ຈະມີຫຍັງເກີດຂຶ້ນ ຖ້າຫາກກາຕາບໍ່
ເຫັນດີເຮັດຕາມ.
ແຕ່ວ່າ ຖ້າຫາກກາຕາບໍ່ເຫັນດີນໍາບັນດາປະເທດນີ້ ໃນແຕ່ລະເດືອນ ຈະຖືກກວດກາຈາກ
ກຸ່ມປະເທດດັ່ງກ່າວໃນປີທໍາອິດ ຈາກນັ້ນຈະຖືກກວດກາໃນແຕ່ລະສາມເດືອນ ໃນປີທີສອງ
ແລະຈະຖືກກວດກາໃນແຕ່ລະປີ ໃນໄລຍະ10 ປີຕໍ່ຈາກນັ້ນ.