ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳ ກາຕາ ແລະຊາອຸດີ ຊອກຫາຊ່ອງທາງ ເພື່ອເປີດ ການເຈລະຈາ


ອົງ​ມົງກຸດ​ຣາຊະ​ກຸມມານ ຊາອຸດີ ອາຣາເບຍ ເຈົ້າຊາຍ Mohammed bin Salman ລະຫວ່າງການເດີນສວນ ສະໜາມຂອງພວກທະຫານ ທີ່ເມືອງ Mecca ປະເທດ Saudi Arabia.
ອົງ​ມົງກຸດ​ຣາຊະ​ກຸມມານ ຊາອຸດີ ອາຣາເບຍ ເຈົ້າຊາຍ Mohammed bin Salman ລະຫວ່າງການເດີນສວນ ສະໜາມຂອງພວກທະຫານ ທີ່ເມືອງ Mecca ປະເທດ Saudi Arabia.

ຊາ​ອຸ​ດີ ອາຣາ​ເບຍ ກ່າວ​ວ່າ ຕົນ​ໄດ້ໂຈະການ​ສົນທະນາ​ໃດໆ​ ກັບກາ​ຕາ ​ໂດ​ຍກ່າວ​ຫາ
ກາ​ຕາ​ວ່າ “ບິດ​ເບືອນ​ຄວາມ​ຈິງ.” ​ຫລັງຈາກມີ​ລາຍ​ງານ​ວ່າ ຜູ້ນຳຊາ​ອຸ​ດີ ​ແລະ​ກາ​ຕາ ​ໄດ້
​ໂອ້​ລົມກັນ​ທາງ​ໂທລະສັບ ​ແລະ​ເຫັນ​ພ້ອມ​ທີ່​ຈະ​ເປີດ​ການ​ເຈລະ
ຈາ​ກັນ.

ອົງການ​ຂ່າວ​ ຂອງຊາ​ອຸ​ດີອາຣາ​ເບຍ ກ່າວໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້​ວ່າ ກາ​ຕາ ລາຍ
ງານ​ກ່ຽວ​ກັບ ​ການ​ໂທລະສັບ​ລະຫວ່າງ Emir ຂອງ​ກາ​ຕາ Tamin Hamad al-Thani
​ແລະ​ອົງ​ມົງກຸດ​ຣາຊະ​ກຸມມານ Mohammed bin Salman ຂອງຊາ​ອຸ​ດີ ນັ້ນວ່າ “ບໍ່​ມີ
​ຄວາມ​ຈິງ.”

​ແຫລ່ງຂ່າ​ວກາ​ຕາລາ​ຍງານ​ວ່າ ທັງສອງ​ທ່ານ​ເຫັນ​ພ້ອມທາງ​ໂທລະ​ສັບທີ່​ຈະ​ແຕ່​ງ ຕັ້ງ
ທູດ​ພິ​ເສດ ທີ່​ອາດ​ເປັນ​ໄປ​ໄດ້ ​ໃນ​ການເຈລະຈາເພື່ອແກ້​ໄຂ​ການ​ຂັດ​ແຍ້​ງກັນ​ລະຫວ່າ
ກາ​ຕາ ​ແລະ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ຕົນ.

ອີງ​ຕາມ​ອົງການ​ຂ່າວ​ຊາ​ອຸ​ດີ ກາ​ຕາເປັນ​ຜູ້​ລິເລີ້ມການ​ໂທລະສັບ ​ແລະ​ຂໍ​ໃຫ້​ມີ​ການ​ສົນ
ທະນາ​ກັບ​ຊາ​ອຸ​ດີ ອາຣາ​ເບຍ ບາ​ເຣນ ອີ​ຈິບ ​ແລະ​ສະ​ຫະລັດ ອາຣັບ​ເອ​ເມີ​ເຮັສ. ລັດ​ຖະ
ບານເຫລົ່ານີ້ ​ນີ້​ໄດ້​ຕັດສຳພັນທາງ​ການ​ທູດ​ກັບກາ​ຕາ ​ໃນ​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ​ ​ໂດຍ
ກ່າວ​ຫາ​ກາ​ຕາ​ວ່າ ​ໃຫ້ການ​ສະໜັບສະໜູນ​ພວກ​ຫົວ​ຮຸນ​ແຮງຈັດ ​ແລະ​ຜູກ​ສຳພັນ​ກັບ​
ອີຣ່ານ.

ຫລັງ​ຈາກ​ການ​ໂທລະສັບ ​ໃນ​ວັນ​ສຸກ​ວານ​ນີ້ ​ແລະລາຍ​ງານທີ່ຂັດ​ແຍ້​ງກັນແລ້ວ​ ອົງການ
ຂ່າວຂອງ​ຊາ​ອຸ​ດີ ກ່າວ​ວ່າ “ຣາ​ຊະ​ອານາຈັກ​ຊາ​ອຸ​ດີ ​ອາ​ຣາເບຍ ​ໄດ້ປະກາດ​ວ່າ ການ​ສົນ
ທະນາ​ໃດໆ ​ຫລື​ການ​ຕິດ​ຕໍ່ ​ກັບ​ເຈົ້າ​ໜ້າ​ທີ່​ກາ​ຕາຈະຕ້ອງ​ໄດ້ຖືກໂຈະ ຈົນ​ກວ່າຈະມີ​ການ
​ອະທິບາ​ຍຢ່າງ​ຈະແຈ້ງ ກ່ຽວກັບທ່າທີ​ຂອງ​ຕົນໃຫ້ປະຊາຊົນໄດ້ຮູ້ແລະຖະ​ແຫລ​ງການທີ່ ເປັນການເປີດເຜີຍຂອງຕົນ ຈະສອດຄ່ອງກັບພັນທະຂອງຕົນ.”

Emir ຂອງປະເທດກາຕາ Sheikh Tamim bin Hamad Al-Thani ເຂົາຮ່ວມກອງປະຊຸມສຸດຍອດ ປະເທດອາຣັບ ໃນອ່າວເປີເຊຍ ທີ່ Doha, Qatar.
Emir ຂອງປະເທດກາຕາ Sheikh Tamim bin Hamad Al-Thani ເຂົາຮ່ວມກອງປະຊຸມສຸດຍອດ ປະເທດອາຣັບ ໃນອ່າວເປີເຊຍ ທີ່ Doha, Qatar.

​ໃນ​ວັນ​ສຸກ​ວານ​ນີ້ ປະທານາທິບໍດີ​ດໍໂນລ ທຣໍາ ​ໄດ້​ໂທລະສັບ​ໄປ​ຫາ​ກາ​ຕາ ຊາ​ອຸ​ດີ ອາ
ຣາ​ເບຍ ​ແລະ​ສະຫະລັດ ອາຣັບ​ເອ​ເມີ​ເຣັສ ນຶ່ງ​ມື້​ ຫລັງ​ຈາກ​ກ່າວ​ວ່າ ທ່ານເຕັມ​ໃຈ​ທີ່​ຈະ
​ຊ່ວຍ​ຫລຸດ​ຜ່ອນ​ການ​ຂັດ​ແຍ້​ງລະຫວ່າງ ກາ​ຕາ ​ແລະ​ບັນດາ​ປະ​ເທດ​ເພື່ອນ​ບ້ານ.

ກອງ​ປະຊຸມ​ຖະແຫຼງຂ່າວ​ຮ່ວມ​ກັບ Emir ຂອງ​ຄູ​ເວດ Sabah al-Ahmed al-Jaber
al-Sabah ປະທານາທິບໍດີ​ກ່າວ​ວ່າ ທ່ານເຕັມ​ໃຈ​ທີ່​ຈະ​ໄກ່​ເກ່ຍໃຫ້ເປີດການເຈລະຈາ.

ປະທານາທິບຊດີທຣໍາ ຈັບມືກັບ Amir ແຫ່ງຄູເວດ Sheikh Sabah Al Ahmad Al Saba ລະຫວ່າງການພົບປະກັນ ທີ່ທຳນຽບຂາວ ທີ 7 ການຍາ, 2017. ,
ປະທານາທິບຊດີທຣໍາ ຈັບມືກັບ Amir ແຫ່ງຄູເວດ Sheikh Sabah Al Ahmad Al Saba ລະຫວ່າງການພົບປະກັນ ທີ່ທຳນຽບຂາວ ທີ 7 ການຍາ, 2017. ,

ປະ​ທາ​ນາ​ທິບໍດີທຣໍາກ່າວ​ວ່າ “ຂ້າພະ​ເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດໃນສິ່ງດັ່ງກ່າວ ​ແລະ​ຂ້າພະ
​ເຈົ້າ​ຄິດ​ວ່າ ທ່ານ​ຈະ​ສາມາດ ບັນລຸການຕົກລົງ​ ໃນເວລາທີ່ວ່ອງ​ໄວ. ຂ້າພະ​ເຈົ້າ​ຄິດ​ວ່າ
​ບາງ​ສິ່ງ​ບາງ​ຢ່າງຈະ​ໄດ້ຮັບການແກ້​ໄຂຢ່າງ​ງ່າຍດາຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG