ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ເນື້ອໃນຂອງຈົດໝາຍຂອງກາຕ້າ ສົ່ງຫາຊາອຸດີ ອາຣາເບຍ ຍັງບໍ່ທັນເປີດເຜີຍວ່າແມ່ນຫຽັງ


ຜູ້ຊາຍຄົນນຶ່ງຂຽນຢູູ່ຮູບແຕ້ມຂອງ Emir Sheikh Tamim bin Hamad Al Thani ແຫ່ງກາຕ້າ ໃນນະຄອນ Doha.

ນັກການທູດ​ສູງ​ສຸດ​ກາ​ຕ້າ ​ໄດ້​ນຳ​ສົ່ງ​ສານ​ຕອບ​ໂຕ້​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ໃ​ນບັນ ຊີຮຽກ
ຮ້ອງທີ່​ໄດ້​ເຮັດໂດຍ ຊາ​ອຸ​ດີ ອາຣາ​ເບຍ ​ແລະ​ບັນດາ​ພັນທະ​ມິດທີ່​ໄດ້​ພົວພັນກັບກາ​ຕ້າ
ຫລັງ​ຈາກ​ໄດ້​ຕໍ່​ກຳນົດ​ເສັ້ນ​ຕາຍ​ເພື່ອ​ໃຫ້​ປະຕິບັດ​ຕາມ​ກຳ​ນົດ 48 ຊົ່ວ​ໂມງ.

ລັດຖະມົນ​ຕີີ​ຕ່າງປະ​ເທດ Qatar ທ່ານ Sheik Mohammed bin Abdulrahman
Al Thani ທີ່​ໄດ້​ຮັບ​ໂດຍ Emir Sheik Sabah Al Ahmad Al Saban ​ໃນວັນ​ຈັນ
​ວານ​ນີ້​ເພື່ອ​ນຳ​ສົ່ງ​ໝັງ​ສື​ທີ່​ຂຽນ​ດ້ວຍ​ມື​ຈາກ Sheik Tamin ຂອງກາ​ຕ້າ​ ອີງ​ຕາມ​ອົງ
ການ​ຂ່າວ​ລັດຖະບານຄູ​ເວດ.

​ເນື້ອ​ເລື່ອງຂອງ​ໜັງ​ສື​ຍັງ​ບໍ່​ທັນ​ໄດ້​ຖືກ​ເປີ​ດ​ເຜີຍ ​ເຖິງ​ແມ່ນ​ວ່າທ່ານ Al Thani​ ​ໄດ້​ກ່າວ​
ໃນ​ຕອນ​ຕົ້ນ​ວ່າຄວາມ​ຮຽກຮ້ອງ​ໄດ້ເປັນ​ທີ່​ແນ່ນອນ​ວ່າ​ຈະ​ຖືກ​ປະຕິ​ເສດ.

ຄູ​ເວດໄດ້ພະຍ​າຍາມ​ຕໍ່​ລອງ​ຢ່າງ​ສັນຕິ​ເພື່ອ​ສິ້ນສຸດ ການ​ກີດ​ກັ້ນ​ຈາກ​ບັນດາ​ປະ​ເທດ​
ອ່າວ​ເປີ​ເຊຍ​ແກ່ກາ​ຕ້າ ທີ່​ໄດ້​ຮຽກຮ້ອງ​ໃຫ້​ຕໍ່​ເສັ້ນ​ຕາຍ​ຮອດ​ວັນ​ອາທິດ ກ່ອນ​ໜ້າເວລາ
ນ້ອຍ​ນຶ່ງ​ແກ່ກາ​ຕ້າ ຕອບຊາ​ອຸດ ທີ່​ນຳພາ​ແນວ​ໂຮມ​ໄດ້​ເຖິງ​ກຳນົດ​ທີ່​ຈະ​ໝົດ​ອາຍຸ.

ການ​ປະສານ​ງານຖະ​ແຫ​ລງການໄດ້​ເຜີ​ບ​ແ​ຜ່​ໃນ​ຕອນ​ເຊົ້າ​ວັນ​ຈັນ​ໂດຍ ບັນດາ​ອົງ
ການ​ຂ່າວ​ລັດຖະບານ​ໃນຄູ​ເວດ ​ແລະຊາ​ອຸ​ດີ ອາຣາ​ເບຍ ທີ່​ໄດ້​ຢືນຢັນ​ເສັ້ນ​ຕາຍໄດ້
​ຕໍ່​ອອກ​ໄປ​ຈົນ​ຮອດ​ມື້​ສຸດ​ທ້າຍ​ຂອງ​ວັນຈັນ.

ຊາ​ອຸ​ດີ​ ອາຣາ​ເບຍ ສະຫະລັດ ອາຣັບ​ເອ​ເ​ມີ​ເຣັສ ບາ​ເຣນ ​ແລະ​ອີ​ຈິບ ​ໄດ້​ທຳລາຍ​
ດ້ານການ​ທູດ ແລະ​ເຊື່ອມ​ໂຍງ​ການ​ຄ້າ​ກັບ ກາ​ຕາ​ໃນ​ວັນ​ທີ 5 ​ມິຖຸນາ ກ່າວ​ຫາ​ລັດ
ຖ​ະບານຢູ່​ໂດຮາ ​ໃຫ້ການ​ສະໜັບ​ສະ​ໜູນ​ກໍ່​ການ​ຮ້າຍ​ທີ່ເປັນ​ພັນທະ​ມິດ​ກັບ​ອີຣ່ານ.

ກາ​ຕ້າ​ໄດ້​ປະຕິ​ເສດການ​ກ່າວ​ຫາ ​ແລະ​ກ່າ​ວ່າການ​ກ່າວ​ຫາ​ບໍ່​ມີ​ຫລັກ​ຖານ. ທ່ານ Al
Thani ​ໄດ້​ກ່າວ​ວ່າ​ຄຳ​ຮຽກຮ້ອງ​ໂດຍ ຊາ​ອຸ​ດີ ​ແລະ​ບັນດາ​ຄູ່​ຕຳ​ແໜ່​ງ ຮວມທັງ​ການ​
ຖອນ​ທະຫານ​ເທີ​ກີ​ຢູ່​ໃນກາ​ຕ້າ ປິດ​ກຸ່ມ​ອົງການ​ຂ່າວ Al Jazeera ທີ່​ລັດຖະບານ
ກາ​ຕ້າ​ເປັນ​ເຈົ້າ​ຂອງ ​ແລະ​ຫລຸດລະດັບ​ຄວາມສຳພັນ​ກັບ​ອີຣ່ານ ທີ່​ອາດ​ເປັນ​ໄປ​ບໍ່​
ໄດ້​ທີ່​ປາກ​ຈະຈາ​ກັບ​ການ​ເສຍ​ສະລະປະຊາທິປະ​ໄຕ​ຂອງ​ກາ​ຕ້າ.

ອ່ານຂ່າວນີ້ເພີ່ີມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG