ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ກາ​ຕ້າ ກ່າວ​ວ່າ ມີ​ຜູ້​ຂໍ​ຊື້​ຄາດ​ ເພື່ອ​ເບິ່ງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ ຫຼາຍກວ່າ 1 ລ້ານ 5 ແສນ​ຄົນ​ແລ້ວ


ແຟ້ມ - ນັ້ນ​ຄືເຄື່ອງ​ໝາຍ​ຢ່າງ​ເປັນ​ທາງ​ການ ຂອງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ທີ່​ກາ​ຕ້າ ປີ 2022 ​ທີ່​ສະ​ໜາມ​ກິ​ລາ ໃນ​ນະ​ຄອນ​ໂດ​ຮາ ປະ​ເທດ​ກາ​ຕ້າ ເມ​ື່ອ​ວັນ​ທີ 3 ກັນ​ຍາ 2019.
ແຟ້ມ - ນັ້ນ​ຄືເຄື່ອງ​ໝາຍ​ຢ່າງ​ເປັນ​ທາງ​ການ ຂອງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ທີ່​ກາ​ຕ້າ ປີ 2022 ​ທີ່​ສະ​ໜາມ​ກິ​ລາ ໃນ​ນະ​ຄອນ​ໂດ​ຮາ ປະ​ເທດ​ກາ​ຕ້າ ເມ​ື່ອ​ວັນ​ທີ 3 ກັນ​ຍາ 2019.

ປະ​ເທດກາ​ຕ້າ​ ກ່າວ​ວ່າ ມີ​ຫຼາຍກວ່າ 1 ລ້ານ 5 ແສນ​ຄົນ​ແລ້ວ ໄດ້​ຍື່ນ​ຄຳ​ຮ້ອງ ຂໍ​ຊື້ຄາດແບບ​ບັງ​ຄັບ ເພື່ອ​ເຂົ້າ​ຊົມ​ການ​ແຂ່ງ​ຂັນ​ຊິງ​ແຊ້ມ​ເຕະ​ບານ​ໂລກ ຫຼື World Cup ທີ່​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 20 ພະ​ຈິກ​ຈະ​ມານີ້.

​ທ່ານ​ຊາ​ອາດ ອາ​ລ-ຊູ​ໄວ​ດີ (Saad Al-Suwaidi) ຫົວ​ໜ້າ​ອົງ​ການ​ບໍ​ລິ​ການ​ຂາ​ຂາຍ​ປີຮາຍ​ຢາ (Hayya) ກ່າວ​ວ່າ ​ເວ​ລານີ້ ມີ​ຜູ້​ຍື່ນ​ສະ​ໝັກ​ຂໍ​ຊື້​ຄາດ​ລະ​ຫວ່າງ 1 ​ລ້ານ 5 ແສນ​ຫາ 1 ລ້ານ 7 ແສນ​ຄົນ ຊຶ່ງ​ຄາດ​ດັ່ງ​ກ່າວ​ແມ່ນ​ເຮັດ​ວຽກ​ຄ້າຍ​ຄື​ກັນ​ກັບ​ວີ​ຊາ ​ບັດເຂົ້າ​ຊົມ​ການ​ແຂ່ງ​ຂັນ ​ປີ້​ສຳ​ລັບ​ການ​ຂົນ​ສົ່ງ ແລະ​ອະ​ນຸ​ຍາດ​ໃຫ້​ຜູ້​ຊົມ​ເຂົ້າ​ຮ່ວມ​ງານ​ຕ່າງໆ​ສຳ​ລັບ​ແຟນໆ​ທີ່​ໄປ​ຮ່ວມ​ການ​ແຂ່ງ​ຂັນ.

ພວກ​ທີ່​ເດີນ​ທາງ​ໄປ​ກາ​ຕ້າ​ທັງ​ໝົດ​ ​ຈຳ​ເປັນ​ຈະ​ຕ້ອງ​ມີ​ບັດ​ດັ່ງ​ກ່າວສຳ​ລັບ​ເຂົ້າ​ປະ​ເທດ ເລີ້ມ​ແຕ່​ວັນ​ທີ 1 ພະ​ຈິກ ບໍ່​ວ່າ​ພວກ​ເຂົາ​ເຈົ້າ​ຕັ້ງ​ໃຈ​ຈະ​ໄປ​ເບິ່ງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ຫຼື​ບໍ່​ກໍ​ຕາມ.

ກາ​ຕ້າ​ກ່າວ​ວ່າ ຕົນ​ຄາດ​ວ່າ​ຈະ​ມີນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍກວ່າ 1 ລ້ານ​ຄົນ ພ້ອມໆ​ກັບ​ແຟນ​ເຕະ​ບານ​ໃນ​ປະ​ເທດ​ອີກ​ຫຼາຍ​ແສນ​ຄົນ​ໄປ​ຮ່ວມ​ການ​ແຂ່ງ​ຂັນເຕະ​ບານ​ໂລກ.

ພວກ​ສະ​ໜັບ​ສະ​ໜຸນ​ລະ​ຫວ່າງ​ປະ​ເທດ​ຕ້ອງ​ໄດ້​ຍື່​ນ​ຄຳ​ຮ້ອງ​ຂໍ​ຊື້​ຄາດດັ່ງ​ກ່າວ​ຫຼັງ​ຈາກ​ໄດ້​ຊື້​ປີ້ ແລະ​ມີ​ບ່ອນ​ພັກ​ເຊົາ​ແລ້ວ.

ສະ​ໜາມ​ບິນ​ສາ​ກົນ 2 ແຫ່ງ​ໃນ​ນະ​ຄອນ​ໂດ​ຮາ ພວມ​ກະ​ກຽມ​ທີ່​ຈະ​ໃຫ້​ການ​ຕ້ອນຮັບ​ຜູ້​ຄົນ​ທີ່​ເດີນ​ທາງ​ເຂົ້າ​ປະ​ເທດ ມື້​ນຶ່ງໆ 150,000 ຄົນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.

ສຳ​ລັບ​ພວກ​ທີ່​ເດີນ​ທາງ​ເຂົ້າ​ປະ​ເທດ​ທາງ​ພາກ​ພື້ນ​ດິນ​ຈາກ​ຊາ​ອຸ​ດີ ອາ​ຣາ​ເບຍ ຕ້ອງ​ເອົາ​ລົດ​ໂດຍ​ສານ​ໄປ​ນ​ະ​ຄອນ​ໂດ​ຮາຫຼື​ຈ່າຍ​ຄ່າ​ທຳ​ນຽບ 1,375 ໂດ​ລາ​ເພື່ອ​ນຳ​ເອົາ​ຂອງ​ໂຕ​ເອງ​ໄປ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕຳ​ຫຼວດ​ຊາຍ​ແດນ​ທີ່​ດ່ານ​ຂ້າມ ອາ​ບູ ຊາມ​ຣາ (Abu Samra) ຈະ​ກວດ​ສອບ​ແລະ​ອອກ​ເອກ​ກະ​ສານ​ໃຫ້​ຜູ້​ເດີນ​ທາງ 4,000 ຄົນ​ຕໍ່​ນຶ່ງ​ຊົ່ວ​ໂມງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG