ປະເທດ Qatar ແລະ Kuwait ຮ່ວມກັບບັນດາປະເທດອຶ່ນໆ
ສັນລະເສີນເຫັນດີນໍາຂໍ້ຕົກລົງ ລະຫວ່າງ ອີຣ່ານ ແລະກຸ່ມປະ
ເທດ ມະຫາອໍານາດຕ່າງໆ ໃນຂະນະທີ່ ອິສຣາແອລ ຕິຕຽນ
ການເຊັນສັນຍາທີ່ວ່ານັ້ນ.
ຂໍ້ຕົກລົງໄດ້ບັນລຸກັນ ໃນກຸງ Geneva ໃນຕອນເຊົ້າວັນອາທິດ
ວານນີ້ຮຽກຮ້ອງໃຫ້ ອີຣ່ານ ຈໍາກັດການຜະລິດ ຜະລິດແຫ່ທາດ
uranium ຂອງຕົນ ແລະຢຸດເຊົາກໍ່ສ້າງເຕົາປັ່ນໄຟທັງໝົດ. ໃນ
ການຕອບສະໜອງນັ້ນ ຫ້າສະມາຊິກຖາວອນຂອງ ສະພາຄວາມ
ໝັ້ນຄົງ ແລະເຢຍລະມັນ ເຫັນດີຜ່ອນຜັນ ການລົງໂທດທາງດ້ານ
ເສດຖະກິດຈໍານວນນຶ່ງຕໍ່ ອີຣ່ານ.
ລັດຖະມົນຕີ ຕ່າງປະເທດ Qatar ໄດ້ຖະແຫລງຄວາມຍິນດີຕໍ່ຂໍ້ຕົກລົງດັ່ງກ່າວໃນຕອນແລງວັນອາທິດວານນີ້ ໂດຍໃຫ້ທັດສະນະວ່າ ເປັນບາດກ້າວຄໍ້າປະກັນ ສັນຕິພາບ ແລະຄວາມປອດໄພຢູ່ໃນຂົງເຂດ. ປະເທດ Qatar ຍັງໄດ້ເອີ້ນເປັນການ ເຮັດໃຫ້ ຕາເວັນອອກກາງ ເປັນເຂດ “ປອດອາວຸດນິວເຄລຍ” ນໍາ.
ນອກນັ້ນ Kuwait ຍັງຍິນດີນໍາຂໍ້ຕົກລົງດັ່ງກ່າວ ໂດຍທີ່ລັດໂະມົນຕີ ການຕ່າງປະເທດ ທ່ານ Khaled Al-Harallah ກ່າວຕໍ່ອົງການຂ່າວ KUMA ຂອງວັນສຸກຜ່ານມາວ່າ ທ່ານຫວັງວ່າ ມັນຈະນໍາໄປສູ່ຂໍ້ຕົກລົງທີ່ຖາວອນ ໃນການປົດເລຶ້ອງຄວາມຕຶງຄຽດ ແລະຄໍ້າປະກັນຄວາມປອດໄພຢູ່ໃນຂົງເຂດນັ້ນ.