ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາຕ້າ ຖີ້ມໂທດໃສ່ ຊາອຸດີ ອາຣາເບຍ ແລະ ສະຫະລັດ ອາຣັບ ເອເມີເຣັສ ໃນວິກິດການ ທີ່ເກີດຂຶ້ນ


ລັດຖະມົນຕີຕ່າງປະເທດ Qatar ທ່ານ Sheikh Mohammed bin Abdulrahman al-Thani ກ່າວຕໍ່ບັນດານັກຂ່າວ.
ລັດຖະມົນຕີຕ່າງປະເທດ Qatar ທ່ານ Sheikh Mohammed bin Abdulrahman al-Thani ກ່າວຕໍ່ບັນດານັກຂ່າວ.

ລັດຖະມົນຕີ​ຕ່າງປະ​ເທດ​ກາ​ຕ້າ ​ໄດ້​ຖິ້ມ​ໂທດ​ໃສ່ ຊາ​ອຸ​ດີ ອາຣາເບຍ ​ແລະ​ສະ ຫະລັດ
ອາຣັບ ​ເອເມີ​ເຣັສ ທີ່​ໃຫ້​ມີ​ການ​ຂວ້ຳ​ບາດ​ຕໍ່​ກາ​ຕ້າ ​ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງ​ເປັນມື້​ດຽວກັນ
​ກັບກຸ່ມ​ປະ​ເທດ​ທີ່​ຕັດ​ສຳພັນ​ກັບກາ​ຕ້າ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ ສະ​ແດງ​ຄວາມ​
ຜິດ​ຫວັງ ກ່ຽວ​ກັບ “ການ​ຕອບ​ຮັບໃນ​ທາງ​ລົບ ​ຕໍ່​ຄຳ​ຮຽກ ຮ້ອງ​ຂອງເຂົາ​ເຈົ້າ.

Sheik Mohammed bin Abdulrahman al-Thani ກ່າວ​ຕໍ່​ບັນດາ​ຜູ້​ຟັງ​ຢູ່ ທີ່
Chatham House ​ໃນ​ນະຄອນລອນ​ດອນວ່າ “ພວກ​ເຮົາ​ເຊື່ອ​ວ່າການ​ປຸກ ລະດົມ
ທັງ​ໝົດ​ນີ້ ​ແມ່ນ​ເຮັດ​ຂຶ້ນ​ໂດຍ ຊາ​ອຸດີ ອາ​ຣາ​ເບຍ ​ແລະ​ສະຫະລັດ ອາ​ຣັບ ​ເອ​ເມີ​ເຣັສ.
ນີ້​ແມ່ນ​ປະເທດ​ທີ່​ພວກ​ເຮົາ​ຕ້ອງການ​ພົວພັນ ​ເພື່ອ​ຢາກ​ຮູ້ຈັກ​ວ່າ​ບັນຫາ​ທີ່​ແທ້​ຈິງ​ນັ້ນ
​ແມ່ນ​ຫຍັງ ​ແລະ​ຄວາ​ມບໍ​ພໍ​ໃຈ​ນັ້ນ​ແມ່ນ​ຫຍັງ.”

ທະຫານເທີກີ ກຳລັງຂົນລົດອອກຈາກເຮືອບິນ ຢູ່ຖານທັບເຂົາເຈົ້າທີ່ Doha ປະເທດ Qatar.
ທະຫານເທີກີ ກຳລັງຂົນລົດອອກຈາກເຮືອບິນ ຢູ່ຖານທັບເຂົາເຈົ້າທີ່ Doha ປະເທດ Qatar.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານມີ​ຂຶ້ນນຶ່ງ​ເດືອນ​ ຫລັງ​ຈາກ​ສີ່​ປະ​ເທດ​ໄດ້​ຕັດ​ສຳພັນ​
ທາງ​ການ​ທູດ ​ແລະ​ການ​ຄ້າ​ກັບກາ​ຕ້າ ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ປະ​ເທດ​ອຸດົມ​ຮັ່ງ​ມີ
ດ້ວຍ​ນໍ້າມັນດັ່ງກ່າວ ​ໃຫ້ການ​ສະ​ໜັບສະ​ໜູນພວກ​ຫົວ​ຮຸນ​ແຮງ. ກາ​ຕ້າ​ໄດ້​ປະ​ຕິ​ເສດ​
ຕໍ່ການ​ກ່າວ​ຫາ​ດັ່ງກ່າວ.

Trump Calls for Solution of Qatar Crisis
please wait

No media source currently available

0:00 0:02:10 0:00

ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຈິບທ່ານ Sameh Soukry
​ເປັນ​ເຈົ້າພາບ​ຕ້ອນຮັບ​ຜູ້ຕາງໜ້າ​ຈາກ​ຊາ​ອຸ​ດີ ອາຣາ​ເບຍ ສະຫະລັດ​ອາຣັບ​ເອ​ເມີ
​ເຣສ ​ແລະ​ບາ​ເຣນ ທີ່​ໃຈກາງ​ນະຄອນຫຼວງ​ໄຄ​ໂຮ ​ເພື່ອ​ກະກຽມ​ການ​ເຄື່ອນ​ໄຫວ
​ໃນ​ຂັ້ນຕໍ່​ໄປ​ຂອງ​ພວກ​ເຂົາ​ເຈົ້າ ຫລັງ​ຈາກ​ໄດ້​ມີ​ການຕອບ​ຮັບ​ຕໍ່ຄວາມ​ຮຽກຮ້ອງ
ຂອງ​ພວກ​ເຂົາ​ເຈົ້າ​ໂດຍ​ກາ​ຕ້າ.

ຈາກຊ້າຍໄປຫາຂວາ ລັດຖະມົນຕີຕ່າງປະເທດ ຊາອຸດີ ທ່ານ Adel al-Jubeir ລັດຖະມົນຕີຕ່າງປຫະເທດ ສະຫະລັດເອເມີເຣັສ ທ່ານ Abdullah bin Zayed al-Nahyan ລັດຖະມົນຕີຕ່າງປະເທດອີຈິບ ທ່ານ Sameh Shoukry ແລະລັດຖະມົນຕີຕ່າງປະເທດ Bahrain ທ່ານ Khalid bin Ahmed al-Khalifa.
ຈາກຊ້າຍໄປຫາຂວາ ລັດຖະມົນຕີຕ່າງປະເທດ ຊາອຸດີ ທ່ານ Adel al-Jubeir ລັດຖະມົນຕີຕ່າງປຫະເທດ ສະຫະລັດເອເມີເຣັສ ທ່ານ Abdullah bin Zayed al-Nahyan ລັດຖະມົນຕີຕ່າງປະເທດອີຈິບ ທ່ານ Sameh Shoukry ແລະລັດຖະມົນຕີຕ່າງປະເທດ Bahrain ທ່ານ Khalid bin Ahmed al-Khalifa.

ທ່ານ Soukry ກ່າວ​ ​ໂດຍອ່ານຖະ​ແຫລ​ງການຮ່ວມວ່າ “ຄໍາ​ຕອບ​ທີ່​ພວກ​ເຮົາ​ໄດ້​
ຮັບ​ທັງ​ໝົດ​ນັ້ນ ແມ່ນເປັນ​ໄປ​ໃນທາງ​ລົບ ​ແລະ​ຂາດ​ເນື້ອໄນ​. “ພວກ​ເຮົາ​ພົບ​ເຫັນ​ວ່າ
​ມັນ​ບໍ່​ໄດ້​ໃຫ້​ພື້ນຖານ​ແກ່​ກາ​ຕ້າ ທີ່​ຈະ​ຖອຍຈາກ​ນະ​ໂຍບາຍ​ຂອງ​ຕົນ.”

ກຸ່ມ​ດັ່ງກ່າວ​ບໍ່​ໄດ້​ປະກາດ​ການ​ລົງ​ໂທດ​ໃໝ່​ໃດໆ​ຕໍ່​ກາ​ຕ້າ ​ແຕ່​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ ​ທີ່​
ຈະກົດ​ດັນທາງ​ດ້ານ​ເສດຖະກິດ ຈົນ​ກວ່າ​ວ່າ Doha ຈະຍິນ​ຍອມ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Qatar Gulf Crisis
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG