ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາໄດ້ກ່າວສັນລະເສີນປະເທດກາຕາໃນ
ວັນອັງຄານວານນີ້ ທີ່ໄດ້ພະຍາຍາມຍຸຕິການໃຫ້ທຶນຕໍ່ພວກກໍ່ການຮ້າຍ ຊຶ່ງເປັນເວລາ
ໄດ້ເກືອບນຶ່ງປີແລ້ວ ພາຍຫລັງທີ່ທ່ານໄດ້ກ່າວຫາ ປະເທດຢູ່ໃນເຂດອ່າວເປີເຊຍແຫ່ງ
ນັ້ນ ວ່າໄດ້ໃຫ້ທຶນສະໜັບສະໜຸນແກ່ພວກຫົວຮຸນແຮງຈັດ “ໃນລະດັບສູງ.”
ການກ່າວເຊັ່ນນັ້ນຂອງທ່ານ ມີຂຶ້ນໃນຂະນະທີ່ທ່ານພົບກັບ ອາເມຍ ທາມິມ ບິນ ຮາ
ມາດ ອາລ-ທານີ (Emir Tamim bin Hamad Al-Thani) ທີ່ທໍານຽບຂາວ.
ຍ້ອນວ່າ ມີການຕໍາໜິຂອງທ່ານທຣໍາ ຕໍ່ກາຕາ ໃນໄລຍະທີ່ຜ່ານມາ ປະເທດດັ່ງ ກ່າວ
ຈຶ່ງໄດ້ມີການປຸກລະດົມຢ່າງເຂັ້ມແຂງເພື່ອສ້າງຊື່ສຽງຂອງຕົນຢູ່ໃນສະຫະລັດ ໃຫ້ກັບ
ຄືນມາອີກ ແລະພິສູດໃຫ້ເຫັນວ່າ ຕົນເປັນປະເທດພັນທະມິດທີ່ກາງຕໍ່ອາໄສໄດ້.
ທ່ານທຣໍາກ່າວຕໍ່ທ່ານ ອາເມຍວ່າ "ບັດນີ້ ທ່ານໄດ້ກັບກາຍມາເປັນຜູ້ທີ່ໃຫ້ຄວາມສະ
ໜັບສະໜຸນທີ່ຍິ່ງໃຫຍ່ປະເທດນຶ່ງ ແລະພວກເຮົາສັນລະເສີນການທີ່ທ່ານເຮັດເຊັ່ນນັ້ນ
ເປັນຢ່າງສູງ." "ມີຫລາຍປະເທດທີ່ໃຫ້ທຶນຕໍ່ພວກກໍ່ການຮ້າຍ ແລະພວກເຮົາໄດ້ເຮັດໃຫ້
ການເຮັດແນວນັ້ນຍຸຕິລົງໄດ້. ມັນໄດ້ຍຸຕິລົງ ແລະຍຸຕິລົງຢ່າງວ່ອງໄວ."
ນຶ່ງປີກ່ອນໜ້ານີ້ ທ່ານທຣໍາໄດ້ເຮັດຄືກັນກັບຊາອຸດີ ອາຣາເບຍ ແລະສະຫະລັດ ອາຣັບ
ເອເມີເຣດ ໃນການເອົາມາດຕະການໜັກຕໍ່ກາຕາ ໂດຍບອກໃຫ້ປະເທດດັ່ງກ່າວວ່າ
ຕ້ອງໄດ້ຫລຸດຜ່ອນການພົວພັນກັບອີຣ່ານ ແລະຍຸຕິການໃຫ້ທຶນແກ່ ພວກກໍ່ການຮ້າຍ.
ທ່ານທຣໍາ ໃນຕອນທໍາອິດໄດ້ພະຍາຍາມ ຂໍສຽງສະໜັບສະໜຸນໃຫ້ໃຊ້ມາດຕະການສະກັດກັ້ນທາງເສດຖະກິດຕໍ່ກາຕາ ແຕ່ວ່າ ພວກທີ່ປຶກສາຂອງທ່ານ ໃນທີ່ສຸດກໍສາ
ມາດເຮັດໃຫ້ທ່ານໃຊ້ວິທີການທີ່ມີຄວາມຮຸນແຮງລະດັບປານກາງ ເມື່ອຄິດເຖິງຄວາມ
ສໍາຄັນທາງຍຸດທະສາດຂອງຖານທັບທະຫານອາກາດ ອາລ ອູເດດ (Al Udeid) ຢູ່
ນອກນະຄອນ ໂດຮາ ສຳລັບການປະຕິບັດງານຂອງສະ ຫະລັດ ຢູ່ໃນພາກຕາເວັນ
ອອກກາງ.
ອາເມຍ (Emir) ເວົ້າວ່າ "ພວກເຮົາບໍ່ໄດ້ ແລະກໍຈະບໍ່ມີການປະນິປະນອມຕໍ່ຄົນໃດ
ກໍຕາມທີ່ໃຫ້ເງິນສະໜັບສະໜຸນພວກກໍ່ການຮ້າຍ. ພວກເຮົາໄດ້ໃຫ້ການຮ່ວມມືກັບ
ສະຫະລັດອາເມຣິກາ ເພື່ອເຮັດໃຫ້ການສະໜອງເງິນສະໜັບສະໜຸນພວກກໍ່ການ
ຮ້າຍຢູ່ທົ່ວຂົງເຂດ ຍຸຕິລົງ."
ວິກິດການຢູ່ໃນຂົງເຂດດັ່ງກ່າວ ທີ່ມີມາເປັນເວລານຶ່ງປີ ແມ່ນປະກອບດ້ວຍການຕັດ
ການເຊື່ອມຕໍ່ທາງທາງອາກາດ, ທາງທະເລແລະທາງບົກຂອງປະເທດເພື່ອນບ້ານ ກັບ
ກາຕາ ທີ່ຍັງດໍາເນີນຕໍ່ໄປ. ໄດ້ຫລາຍເດືອນມາແລ້ວທີ່ ທີ່ລັດຖະບານທ່ານທຣໍາໄດ້ພັກ
ດັນໃຫ້ຫາຊ່ອງທາງ ແກ້ໄຂວິກິດການດັ່ງກ່າວ ໂດຍສະເພາະພາຍຫລັງການດໍາເນີນ
ຄວາມພະຍາຍາມທີ່ຈະໄກ່ເກ່ຍແກ້ໄຂບັນຫາໃນເມື່ອກ່ອນ ທີ່ບໍ່ໄດ້ຮັບຄວາມສົນໃຈ
ຫລາຍ.