ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Vladimir Putin ປະກາດ ຈະເພີ້ມ ລູກສອນໄຟຂີປະນາວຸດ ຂຶ້ນອີກ


Putin’s Missile Announcement Draws Muted Response
please wait

No media source currently available

0:00 0:01:46 0:00

​ການ​ປະ​ກາດ​ຂອງປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານ Vladimir
Putin ໃນ​ວັນ​ອັງ​ຄ​ານ​ອາ​ທິດ​ແລ້ວ​ນີ້​ທີ່​ວ່າທ່ານ​ມີ​ຄວາມ​ຕັ້ງ​ໃຈ​
ທີ່​ຈະ​ເພີ້​ມລູກສອນໄຟຂີປະນາວຸດ​ຂ້າມ​ທະ​ວີບຫຼາຍ ກວ່າ 40
ຊ​ະ​ນິດ ເຂົ້າສົມ​ທົບໃສ່ຄັງ​ອາວຸດ​ນິວ​ເຄ​ລຍຂອງ​ຕົນ​ນັ້ນ ​ກຳ​ລັງ
ໄດ້​ຮັບ​ການຕອບ​ໂຕ້ຢ່າງ​ງຽບໆແຕ່​ກໍຍັງຖືກເຕືອນແບບມີເງື່ອນ
ງຳ​ຈາກທຳ​ນຽບ​ຂາວ. Luis Ramirez ນັກ​ຂ່າວວີ​ໂອເອ ​ປະ​ຈຳ
ທຳ​ນຽບ​ຂາວ ມີລາຍ​ງານກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ມັນ​ເປັ​ນ​ການ​ປະ​ກາດ ທີ່ຄາດ​ວ່າ​ຈະ​ສ້າງຄວາມ​ຕື່ນ​ຕົກ​ໃຈ​ ​ໃນ​ໂລກຫລັງຍຸກສົງ​ຄາມ​ເຢັນ​.

​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin​ ​ໄດ້ໃຊ້ງານ​ໂຊອາ​ວຸດ ​ສະ​ແດງໃຫ້​ເຫັນ​ແສນ​ຍາ​ນຸ​ພາບ
ທີ່​ທັນ​ສະ​ໄໝຂອງກອງ​ທັບຣັດ​ເຊຍ ເພື່ອ​ເປັນ​ການ​ສົ່ງຂ່າວຂອງ​ທ່ານ.

ທ່ານ Putin ກ່າວ​ວ່າ “ກຳລັງ​ນິວ​ເຄ​ລຍ​ຂອງ​ພວກ​ເຮົາ ຈະ​ໄດ້​ຮັບ​ການ​ສະ​ໜອງຈະ​ຫລວດ
ຂີປະນາວຸດຂ້າມ​ທະ​ວີບ ຫຼາຍກວ່າ 40 ກວ່າ​ຊະ​ນິດ ທີ່​ສາ​ມາດ​ເອົາ​ຊະ​ນະລະ​ບົບ​ປ້ອງ​ກັນ​
ຕໍ່​ຕ້ານ​ລົດ​ຖັງ ເຖິງ​ແມ່ນ​ວ່າມັນເປັນເທັກ​ນິກ ທີ່​ກ້າວ​ໜ້າ​ທີ່​ສຸດ​ກໍ​ຕາມ.”

ຢູ່ທີ່ທຳ​ນຽບ​ຂາວ ​ແມ່ນມີ​ຄຳ​ຕອບ​ທີ່ງຽບໆ​ແບບ​ໃດ​ແບບ​ນຶ່ງ ຈາກ​ໂຄ​ສົກ ທ່ານ Josh
Earnest.

“ຂ້າ​ພະ​ເຈົ້າ​ເຫັນ​ລາຍ​ງານ​ເ​ຫລົ່າ​ນັ້ນ​ແລ້ວ ຂ້າ​ພ​ະ​ເຈົ້າ ບໍ່​ມີ​ປະ​ຕິ​ກິ​ລິ​ຍາ​ທີ່​ເຈາະ​ຈົງ
ຕໍ່​ລາຍ​ງານເຫລົ່າ​ນັ້ນ.”

ການ​ປະ​ກາດ​ຂອງ ​ທ່ານ Putin ​ມີ​ຂື້ນ​ຫລັງ​ຈາກຣັດ​ເຊຍ​ໄດ້​ເຕືອນ ກ່ຽວ​ກັບ​ແຜນ​ຂອງສະ​
ຫະ​ລັດ ທີ່​ຈະ​ສົ່ງອຸບ​ປະ​ກອນ ແລະ​ທະ​ຫານ​ ໄປ​ປະ​ຈຳ​ການ​ໃນຢູ​ໂຣບ​ຕາ​ເວັນ​ອອກ ແລະ
ເຂດ​ທະ​ເລ Baltic ຫລັງ​ຈາກມົ​ສ​ກູ ຍັງ​ສືບ​ຕໍ່​ເຂົ້າ​ພົ​ວ​ພັນ​ຢູ່​ໃນຢູ​ເຄ​ຣນ ຊຶ່ງຣັດ​ເຊຍກ່າ​ວວ່າ
ອາດ​ຈະ​ມີ​ຜົນ​ຕິດ​ຕາມ​ມາ​ທີ່​ເປັນໄພອັ​ນ​ຕະ​ລາຍ​.

​ທ່ານ Josh Earnest ​ໄດ້​ເຕືອນ​ມົ​ສ​ກູ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມານີ້​ວ່າ.

“ສະ​ຫະ​ລັດ ຍັງ​ຈະ​ສືບ​ຕໍ່ ​ດຳ​ເນີນບາດ​ກ້າວ​ ທີ່​ພວ​ກ​ເຮົາ​ເຊື່ອ​ວ່າມີ​ຄວາມ​ຈຳ​ເປັນ
ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ ດິນ​ແດນ​ຂອງ​ພວກ​ເຮົາ ​ອະ​ທິ​ປ​ະ​
ໄຕຂອງ​ພວກ​ເຮົາ ແລະ​ພວກ​ເຮົາ​ຖືວ່າ​ ສິ່ງ​ທັງ​ໝົດ​ເຫລົ່າ​ນັ້ນ ​ເປັນ​ເລື້ອງ​ທີ່​ຈິງ​ຈັງ​.”

​ສະ​ຫະລັດ ໄດ້ໃຫ້​ການຢືນ​ຢັນ​ອີກ​ຄັ້ງ​ນຶ່ງເຖິງຄວາມ​ໝັ້ນ​ໝ​າຍ​ຂອງ​ຕົນ ເພື່​ອ​ຊ່ວຍ​ປ້ອງ​ກັນ
ພັນ​ທະ​ມິດ​ຂອງອົງການ NATO ທີ່ໄດ້​ຕື່ນ​ຕົກ​ໃຈໂດຍການ​ປະ​ກາດ​ຂອງ​ທ່ານ Putin.
ເລ​ຂາ​ທິ​ການ​ໃຫ​ຍ່ຂອງອົງການ NATO ທ່ານ Jens Stoltenberg ກ່າວ​ວ່າ:

“ການ​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ກຳ​ລັງນິວ​ເຄ​ລຍຂອງຣັດ​ເຊຍດັ່ງກ່າວ​ນີ້ ​ແມ່ນບໍ່​ມີເຫດຜົນ
ພຽງພໍ. ມັນເຮັດ​ໃຫ້​ເກີດ​ຄວາມ​ບໍ່​ມີ​ຄວາມທຸ່ນທ່ຽງ ​ແລະ​ເປັນ​ອັນຕະລາຍ.”

ແລະ​ ບັນ​ດາ​ເຈົ້າ​ໜ້າ​ທີ່ອົງການ NATO ກ່າ​ວວ່າ ມັນ​ເປັນ​ເຫດ​ຜົນ​ທີ່ວ່າ ​ເປັນ​ຫ​ຍັງເຂົາ
​ເຈົ້າຈຶ່ງເພີ້ມ​ການ​ກຽມ​ພ້ອມ ​ກຳ​ລັງ​ຂ​ອງເຂົາ​ເຈົ້າ.

​ຢູ່​ໃນ​ປະ​ເທດ​ໂປ​ແລນ ອາ​ທິດ​ນີ້ ກອງ​ກຳ​ລັງ​ເຄື່ອນ​ຢ່າງວ່ອງໄວຂອງ​ອົງການ NATO
ໄດ້​ທຳ​ການ​ຊ້ອມ​ລົມ​ເຕັມ​ທີ່​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ໄດ້​ສ້າງ​ຂື້ນ​ມາ​ໃນ​ປີ​ແລ້ວ​ນີ້ ເພື່ອ
​ເປັນ​ການຕອບ​ໂຕ້​ຕໍ່ວິ​ກິດ​ການ​ໃນຢູ​ເຄ​ຣນ.

XS
SM
MD
LG