ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ປູ​ຕິນ ກ່າວ​ວ່າ ທ່ານ​ເຂົ້າ​ໃຈ ທີ່​ຈີນ '​ກັງ​ວົນ' ກ່ຽວ​ກັບ 'ວິ​ກິດ​ການ' ຢູ​ເຄ​ຣນ


ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ (ຊ້າຍ) ແລະ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປ​ູ​ຕິນ ຖ່າຍ​ຮູບ​ຮ່ວມ​ກັນ ຢູ່​ຂ້າງນອກ​ກອງ​ປ​ະ​ຊຸມ​ສຸດຍອດ ​ອົງ​ການໆ​ຮ່ວມ​ມື​ຊຽງ​ໄຮ້ ທີ່​ຊາ​ມາ​ການ ປະ​ເທດ​ອຸ​ສ​ເບັກ​ກິ​ສ​ຖານ ເມື່ອ​ວັນ​ທີ 15 ກັນ​ຍາ 2022. (Sputnik, Kremlin Pool photo via AP)
ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ (ຊ້າຍ) ແລະ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປ​ູ​ຕິນ ຖ່າຍ​ຮູບ​ຮ່ວມ​ກັນ ຢູ່​ຂ້າງນອກ​ກອງ​ປ​ະ​ຊຸມ​ສຸດຍອດ ​ອົງ​ການໆ​ຮ່ວມ​ມື​ຊຽງ​ໄຮ້ ທີ່​ຊາ​ມາ​ການ ປະ​ເທດ​ອຸ​ສ​ເບັກ​ກິ​ສ​ຖານ ເມື່ອ​ວັນ​ທີ 15 ກັນ​ຍາ 2022. (Sputnik, Kremlin Pool photo via AP)

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ່ານ​ເຂົ້າ​ໃຈ​ດີ​ທີ່​ຈີນ​ໄດ້ “ຕັ້ງ​ຄຳ​ຖາມ​ແລະ​ມີ​ຄວາມ​ກັງ​ວົນ” ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ຣັດ​ເຊຍ​ຢູ່​ໃນ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ທ່ານ​ເລີ້ມ​ການ​ເຈ​ລະ​ຈາ​ຫາ​ລື​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ອຸ​ສ​ເບັກ​ກິ​ສ​ຖານ.

ຈີນ​ໄດ້​ເອົາ​ທ່າ​ທີ​ແບບ​ເປັນ​ກາງ ກ່ຽວ​ກັບ​ການ​ຮຸກ​ຮານເປັນ​ເວ​ລາ 7 ເດືອນ​ຂອງ​ຣັດ​ເຊຍ ໃນ​ຂະ​ນະ​ທີ່​ທ່ານ​ສີ ກ່າວ​ວ່າ ນຶ່ງ​ໃນ​ຈຸດ​ແກນ​ກາງ​ຂອງ​ຫຼັ​ກ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ປັກ​ກິ່ງ ກໍ​ຄື​ວ່າ ປະ​ເທດ​ຕ່າງໆ​ຄວນ​ໃຫ້​ການ​ເຄົາ​ລົບ​ຕໍ່​ເຂດ​ແດນ​ຂອງ​ປະ​ເທດ​ອື່ນ.

ໃນ​ການ​ໃຫ້​ຄວາມ​ເຫັນ​ທາງ​ໂທ​ລະ​ພາບ ເວ​ລາ​ເລີ້ມ​ເປີດ​ການ​ເຈ​ລະ​ຈາ​ຫາ​ລື​ທີ່​ເມືອງ​ຊາ​ມາ​ການນັ້ນ ທ່ານ​ປູ​ຕິນ​ໄດ້​ກ່າວ​ຕໍ່​ທ່ານ​ສີ​ວ່າ “ພວກ​ເຮົາ​ຕີ​ລາ​ຄາ​ສູງ​ ໃນ​ການ​ເອົາ​ທ່າ​ທີ​ແບບ​ກ້ຳ​ເກິ່ງ​ຂອງ​ເພື່ອນ​ມິດ​ຈີນ ກ່ຽວ​ກັບ​ວິ​ກິດ​ການໃນ​ຢູ​ເຄ​ຣນ. ພວກ​ເຮົາ​ເຂົ້າ​ໃຈ​ກ່ຽວ​ກັບ​ຄຳ​ຖາມ​ແລະ​ຄວາມ​ກັງ​ວົນ​ຂອງ​ທ່ານ​ໃນ​ເລື້ອງນີ້ ແລະ​ໃນ​ລະ​ຫວ່າງ​ການ​ປະ​ຊຸມມື້ນີ້ ພວກ​ເຮົາ​ແມ່ນ​ແນ່ນອນ​ຈະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ກ່ຽວ​ກັບ​ເລື້ອງ​ເຫຼົ່າ​ນີ້​ຢ່າງ​ລະ​ອຽດ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ປູ​ຕິນ ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຢູ​ເຄ​ຣນ​ ໃນ​ໄລ​ຍະ​ສອງ​ສາມມື້​ທີ່​ຜ່ານ​ມານີ້ສາ​ມາ​ດ​ຢຶດ​ຄືນ​ດິນ​ແດນ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຕົນ ທີ່​ຖືກ​ຣັດ​ເຊຍ​ຢຶດ​ເອົາ​ໄປ​ ໃນ​ຊຸມ​ອາ​ທິດ​ຕົ້ນໆ​ຂອງ​ສົງ​ຄາມ ຊຶ່ງ​ມົ​ສ​ກູ​ຍັງ​ສືບ​ຕໍ່​ເອີ້ນ​ວ່າ “ເປັນ​ການ​ປະ​ຕິ​ບັດ​ງານ​ພິ​ເສດ​ທາງ​ທະ​ຫານ” ນັ້ນ.

ທ່ານ​ປູ​ຕິນ​ໄດ້​ກ່າວ​ໂຈມ​ຕີ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ຄອບ​ງຳ​ໂລກ​ “ແບບ​ຂົ້ວ​ດຽວ” ຂອງ​ອາ​ເມ​ຣິ​ກາ ທີ່​ທ່ານມອງ​ເຫັນ​ວ່າ ຣັດ​ເຊຍ​ແລະ​ຈີນ ຄວນ​ຮ່ວມ​ກັນ​ເປັນ​ພັນ​ທະ​ມິດ​ຕໍ່​ຕ້ານ.

ທ່ານ​ປູ​ຕິນ​ກ່າວ​ວ່າ “ພວກ​ເຮົາ​ຮ່ວມ​ກັນ​ສ້າງ​ຕັ້ງ​ລະ​ບຽບ​ການ​ຂອງ​ໂລກ​ທີ່​ເປັນ​ທຳ ປະ​ຊາ​ທິ​ປະ​ໄຕ ແລະ​ມີ​ຫຼາຍ​ຂົ້ວ ອີງ​ຕາມ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ​ການ​ມີ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ບໍ່​ແມ່ນ​ກົດ​ລະ​ບຽບ​ທີ່​ບາງ​ຄົນ​ສ້າງ​ຕັ້ງ​ຂຶ້ນ​ມາ ດ້ວຍ​ການ​ແລະ​ພ​ະ​ຍາ​ຍາມ​ບັງ​ຄັບ​ໃຫ້​ຄົນ​ອື່ນ​ປະ​ຕິ​ບັດ ໂດຍ​ປາ​ສະ​ຈາກ​ແມ່ນ​ກະ​ທັງ​ການ​ໃຫ້​ຄຳ​ອະ​ທິ​ບາຍ​ວ່າ​ມັນ​ກ່ຽວ​ກັບ​ຫຍັງ.”

ທ່ານ​ປູ​ຕິນ​ກ່າວ​ຕື່ມ​ວ່າ “ໂດຍ​ທົ່ວ​ໄປ​ແລ້ວ ຂ້າ​ພະ​ເຈົ້າ​ຕ້ອງ​ເວົ້າ​ວ່າ ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຕັ້ງ​ໂລກ​ທີ່​ມີ​ຂົ້ວ​ດຽວນັ້ນ ເມື່ອ​ໄວໆ​ມານີ້ ແມ່ນ​ມີ​ຂຶ້ນ​ໃນ​ຮູບ​ແບບ​ທີ່​ໜ້າ​ຂີ້​ດຽດ​ແລະ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້​ເດັດ​ຂາດ ສຳ​ລັບ​ບັນ​ດາ​ປະ​ເທດ​ສ່ວນ​ໃຫຍ່​ໃນ​ໂລກ​ໜ່ວຍນີ້.”

ສ່ວນ​ປັກ​ກິ່ງ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃນ​ທັນ​ທີ​ໃດໆ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຫາ​ລື ແຕ່ບົດປາ​ໄສ​ເປີດປະ​ຊຸມ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ວັງ​ເຄ​ຣັມ​ລິນ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ສີ ທີ່​ກ່າວ​ວ່າ “ພວກ​ເຮົາ​ພ້ອມ​ແລ້ວ ຮ່ວມ​ກັນ​ກັບ​ເພື່ອນ​ມິດ​ຣັດ​ເຊຍ ທີ່​ຈະ​ເຮັດ​ໃຫ້​ເປັນ​ໂຕ​ຢ່າງ ເຖິງ​ການ​ເປັນ​ມະ​ຫາ​ອຳ​ນາດ​ໂລກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ແລະ​ເອົາ​ບົດ​ບາດ​ນຳ​ພາ ເພື່ອ​ເຮັດ​ໃຫ້​ໂລກມີການ​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ ໄປ​ສູ່ເສັ້ນ​ທາງໃນ​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ ແລະ​ໃນ​ທາງບວກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG