ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູຕິນ ແລະ ທ່ານ ສີ ຮຽກຮ້ອງໃຫ້ ເກົາຫຼີເໜືອ ຢຸດການທົດລອງ ລູກສອນໄຟ


ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຊ້າຍ, ຈັບມືກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນລະຫວ່າງ ການພົບປະກັນ ທີ່ວັງເຄຣັມລິນ. ນະຄອນຫຼວງມົສກູ, ຣັດເຊຍ, 4 ກໍລະກົດ, 2017.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຊ້າຍ, ຈັບມືກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນລະຫວ່າງ ການພົບປະກັນ ທີ່ວັງເຄຣັມລິນ. ນະຄອນຫຼວງມົສກູ, ຣັດເຊຍ, 4 ກໍລະກົດ, 2017.

ຣັດເຊຍ ແລະ ຈີນ ໄດ້ຕົກລົງກັນ ກ່ຽວກັບ ຄວາມຈຳ​ເປັນ​ທີ່​ຕ້ອງ​ໄດ້ຢຸດ​ເຊົາໂຄງການລູກ
ສອນໄຟ ແລະນິວເຄລຍຂອງ ເກົາຫຼີເໜືອ ພ້ອມກັບການຊ້ອມລົບຮ່ວມ ທາງທະຫານຂະ
ໜາດໃຫຍ່ ໂດຍ ສະຫະລັດ ແລະ ເກົາຫຼີໃຕ້.

ບໍ່ເທົ່າໃດຊົ່ວໂມງຫຼັງຈາກ ພຽງຢາງ ໄດ້ປະກາດການຍິງລູກສອນໄຟໃນວັນອັງຄານວານ
ນີ້, ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ປະກາດວ່າ ທ່ານຈະປະສານ
ງານກັບຄູ່ຮ່ວມຕຳແໜ່ງຝ່າຍ ຈີນ ທ່ານ ສີ ຈິ່ນຜິງ ເພື່ອສົ່ງເສີມແຜນການຂອງພວກເພິ່ນ
ໃນການຮັບມືກັບໄພຂົ່ມຂູ່ຈາກລູກສອນໄຟທີ່ກຳລັງເພີ່ມຂຶ້ນຂອງ ເກົາຫຼີເໜືອ.

ທ່ານ ປູຕິນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ຫຼັງຈາກການພົບປະ ລະຫວ່າງຜູ້ນຳທັງ
ສອງປະເທດ ທີ່ ມົສກູ ວ່າ “ພວກເຮົາໄດ້ຕົກລົງ ທີ່ຈະສົ່ງເສີມການລິເລີ່ມຮ່ວມກັນຂອງ
ພວກເຮົາຢ່າງເຂັ້ມແຂງ ເພື່ອຊອກຫາການແກ້ໄຂຕໍ່ບັນຫາ ເກົາຫຼີ ອີງຕາມໂຄງການ
ກ້າວຕໍ່ກ້າວ ຂອງ ຣັດເຊຍ, ແລະ ແນວຄິດຂອງ ຈີນ ກ່ຽວກັບ ການຢຸດກິດຈະກຳນິວ
ເຄລຍຂອງ ເກົາຫຼີເໜືອ ພ້ອມໆກັບການຊ້ອມລົບຮ່ວມທາງທະຫານຂະໜາດໃຫຍ່ຂອງ
ສະຫະລັດ ແລະ ເກົາຫຼີໃຕ້.”

ເກົາຫຼີເໜືອ ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ຍິງລູກສອນໄຟຂີປະນາວຸດຂ້າມທະວີບທີ່​ປະ
ສົບຜົນສຳເລັດ, ເຊິ່ງເປັນເລື່ອງສຳຄົນ ໃນຄວາມພະ ຍາຍາມທີ່ຈະພັດທະນາຄວາມສາ
ມາດດ້ານອາວຸດນິວເຄລຍຂອງ ພຽງຢາງ, ເຖິງແມ່ນໄດ້ມ່ີການເຕືອນຈາກນາໆຊາດຊໍ້າ
ແລ້ວຊໍ້າອີກກໍຕາມ.

ລູກສອນໄຟດັ່ງກ່າວ, ເຊິ່ງໄດ້ຖືກຍິງຈາກສະໜາມບິນແຫ່ງໜຶ່ງ ໃກ້ກັບເຂດຊາຍແດນ
ທາງພາກຕາເວັນອອກສຽງເໜືອຕິດກັບ ຈີນ ຂອງເກົາຫຼີເໜືອ, ໄດ້ຕົກລົງໃສ່ເຂດເສດ
ຖະກິດພິເສດຂອງ ຍີ່ປຸ່ນ, ເຊິ່ງໄດ້ກໍ່ໃຫ້ມີຄວາມບໍ່ພໍໃຈເປັນຢ່າງຍິ່ງ ຕໍ່ບັນດາຜູ້ນຳທາງ
ການເມືອງຂອງ ຍີ່ປຸ່ນ ແລະ ໄດ້ຢືນຢັນເຖິງຄວາມບໍ່ສາມາດ ເພື່ອຄວບຄຸມ ພຽງຢາງ
ໄດ້ຂອງ ປັກກິ່ງ.

ໃນທ້າຍສັບປະດານີ້, ສະຫະລັດ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຈະຈັດກອງປະຊຸມສາມຝ່າຍ ຢູ່​
ຂ້າງນອກກອງປະຊຸມສຸດຍອດ ຂອງກຸ່ມ G20 ທີ່ເມືອງ ແຮມເບີກ, ປະເທດ ເຢຍຣະມັນ,
ເຊິ່ງຜູ້ນຳ ຣັດເຊຍ ແລະ ຈີນ ແມ່ນຄາດກັນວ່າຈະເຂົ້າຮ່ວມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Russia China Nokor
please wait
Embed

No media source currently available

0:00 0:01:32 0:00

XS
SM
MD
LG