ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ແຣັກສ ທີເລີຊັນ ກ່າວວ່າ ການພົວພັນ ລະຫວ່າງ ສຫລ ກັບ ຣັດເຊຍ ຢູ່ໃນ 'ຈຸດທີ່ຕ່ຳ'


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ພ້ອມກັບ ລັດຖະມົນຕີການຕ່າງປະເທດຣັດເຊຍ
ທ່ານ Sergei Lavrov ກ່ອນໜ້າຈະເຂົ້າກອງປະຊຸມ ສອງຝ່າຍ ຢູ່ບ້ານພັກ Osobnyak ໃນນະຄອນຫຼວງ Moscow ຂອງຣັດເຊຍ, ເມື່ອວັນທີ 12 ເມສາ 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ພ້ອມກັບ ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ກ່ອນໜ້າຈະເຂົ້າກອງປະຊຸມ ສອງຝ່າຍ ຢູ່ບ້ານພັກ Osobnyak ໃນນະຄອນຫຼວງ Moscow ຂອງຣັດເຊຍ, ເມື່ອວັນທີ 12 ເມສາ 2017.

ໃນວັນພຸດວານນີ້ ສະຫະລັດ ແລະ ຣັດເຊຍ ໄດ້ຕົກລົງເຫັນດີ ຈະຮຽກຮ້ອງໃຫ້ນາໆ
ຊາດທຳການສືບສວນສອບສວນ ການໂຈມຕີທີ່ຮ້າຍແຮງ ດ້ວຍອາວຸດເຄມີ ໃນຊີເຣຍ
ເມື່ອສັບປະດາແລ້ວນີ້ ທີ່ກະຕຸ້ນໃຫ້ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ລິເລີ່ມ
ຕອບໂຕ້ດ້ວຍການຍິງລູກສອນໄຟ ຕໍ່ລັດຖະບານຂອງປະທານາທິບໍດີ Bashar
al-Assad.

ຂໍ້ສະເໜີຮ່ວມກັນດັ່ງກ່າວ ເພື່ອໃຫ້ອົງການສະຫະປະຊາຊາດ ແລະ ບັນດານັກຊ່ຽວຊານ
ດ້ານອາວຸດ ສືບສວນ ການໂຈມຕີດ້ວຍແກັສ sarin ທີ່ໄດ້ສັງຫານຫຼາຍກວ່າ 85 ຄົນ
ແລະ ເຮັດໃຫ້ຫຼາຍຮ້ອຍຄົນຕື່ມອີກ ເຈັບປ່ວຍ ນັ້ນ ໄດ້ມີຂຶ້ນ ຫຼັງຈາກທີ່ ລັດຖະມົນຕີ
ການຕ່າງປະເທດ ທ່ານ Rex Tillerson ໄດ້ພົບປະ ກັບລັດຖະມົນຕີການຕ່າງປະເທດ
ຣັດເຊຍ ທ່ານ Sergei Lavrov ໃນນະຄອນຫຼວງມົສກູ ເປັນເວລາຫຼາຍຊົ່ວໂມງ ຊຶ່ງ
ສ່ວນໃຫຍ່ແລ້ວ ເປັນການເຈລະຈາ ທີ່ກໍ່ໃຫ້ເກີດການໂຕ້ຖຽງກັນ ແລະ ຕໍ່ຈາກນັ້ນມາ
ກໍໄດ້ພົບປະກັບ ປະທານາທິບໍດີ Vladimir Putin ນຳດ້ວຍ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ແລະ ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ກຳລັງຈະເຂົ້າໄປໃນຫ້ອງປະຊຸມ ກ່ອນໜ້າການເຈລະຈາ ໃນນະຄອນຫຼວງ Moscow, ວັນທີ 12 ເມສາ 2017.
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ແລະ ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ກຳລັງຈະເຂົ້າໄປໃນຫ້ອງປະຊຸມ ກ່ອນໜ້າການເຈລະຈາ ໃນນະຄອນຫຼວງ Moscow, ວັນທີ 12 ເມສາ 2017.

ທ່ານ Tillerson ນັກການທູດຂັ້ນສູງຄົນໃໝ່ ໄດ້ບອກບັນດານັກຂ່າວ ຢູ່ກອງປະຊຸມ
ຖະແຫລງຂ່າວ ວ່າ ທ່ານໄດ້ບອກທ່ານ Putin ດັ່ງນີ້ “ສະພາບການພົວພັນ ລະຫວ່າງ
ວໍຊິງຕັນ ແລະ ມົສກູ ໃນປັດຈຸບັນນີ້ ແມ່ນຢູ່ໃນຈຸດທີ່ຕ່ຳ. ລະດັບຂອງຄວາມໄວ້ເນື້ອ
ເຊື່ອໃຈ ແມ່ນຢູ່ໃນລະດັບທີ່ຕ່ຳ ລະຫວ່າງສອງປະເທດຂອງພວກເຮົາ.”

ໃນການກ່າວຖະແຫລງຕ່າງຫາກ ຕໍ່ຜູ້ສຳພາດຈາກໂທລະພາບຂອງທາງການຣັດເຊຍ
ຜູ້ນຳວັງ Kremlin ເຫັນດີເຫັນພ້ອມ ທີ່ວ່າ ການພົວພັນລະຫວ່າງ ວໍຊິງຕັນ ກັບ ມົສກູ
ໄດ້ຫລຸດນ້ອຍຖອຍລົງໃນປີນີ້.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ປະທານ ກອງປະຊຸມ ສະພາຄວາມໝັນຄົງແຫ່ງຊາດ ໃນນະຄອນຫຼວງ Moscow, ວັນ ທີ 31 ມີນາ 2017.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ປະທານ ກອງປະຊຸມ ສະພາຄວາມໝັນຄົງແຫ່ງຊາດ ໃນນະຄອນຫຼວງ Moscow, ວັນ ທີ 31 ມີນາ 2017.

ຄວາມຂັດແຍ້ງໃນເວລານີ້ ລະຫວ່າງ ມົສກູ ແລະ ວໍຊິງຕັນ ກໍແມ່ນວ່າ ການໂຈມຕີ ດ້ວຍອາວຸດເຄມີ ໃນຊີເຣຍ ເມື່ອວັນທີ 4 ເດືອນເມສາ ນັ້ນ ວ່າເກີດຂຶ້ນໄດ້ແນວໃດ.
ທ່ານ Tillerson ໄດ້ກ່າວວ່າ ສະຫະລັດ “ໝັ້ນໃຈຫຼາຍ” ວ່າມັນ “ໄດ້ມີການວາງແຜນ
ແລະ ມັນໄດ້ມີການຊີ້ນຳ ແລະ ປະຕິບັດການ ໂດຍ ກຳລັງຂອງລັດຖະບານຊີເຣຍ.”

ແຕ່ທ່ານ Lavrov ບໍ່ໄດ້ໃຫ້ຫລັກຖານ ກ່ຽວກັບການກ່າວອ້າງຂອງຣັດເຊຍ ທີ່ວ່າ
ການໂຈມຕີດ້ວຍສານເຄມີ sarin ນັ້ນ ແມ່ນເປັນການກໍ່ເລື່ອງ ໂດຍພວກຊີເຣຍຕໍ່ຕ້ານ
ລັດຖະບານ ຫຼືວ່າ ໄດ້ເກີດຂຶ້ນ ໃນເວລາ ພວກເຮືອບິນລົບ ຂອງລັດຖະບານຊີເຣຍ
ຖະຫລົ່ມສາງເກັບອາວຸດ ຂອງພວກຕໍ່ຕ້ານລັດຖະບານ ທີ່ມີສານແກັສ sarin ບັນຈຸຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາລາວ

XS
SM
MD
LG