ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ຈະຖືກໂດດດ່ຽວ ຈາກນາໆຊາດ ຖ້າຍັງລະເມີດ ກົດໝາຍສາກົນ


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່າວ ໃນກອງປະຊຸມຖະແຫລງຂ່າວ ໃນຕອນທ້າຍຂອງກອງປະຊຸມສຸດຍອດ G20 ທີ່ນະຄອນ Brisbane ປະເທດອອສເຕຣເລຍ, ວັນທີ 16 ພະຈິກ 2014.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່າວ ໃນກອງປະຊຸມຖະແຫລງຂ່າວ ໃນຕອນທ້າຍຂອງກອງປະຊຸມສຸດຍອດ G20 ທີ່ນະຄອນ Brisbane ປະເທດອອສເຕຣເລຍ, ວັນທີ 16 ພະຈິກ 2014.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ​ ໂອ​ບາ​ມາ ກ່າວ​ວ່າ
ຣັດ​ເຊຍ​ ຈະ​ຍັງ​ຄົງ​ຖືກໂດດ​ດ່ຽວຈາກ​ປະຊາ​ຄົມນາໆ​ຊາດ ຖ້າ​
ປະທານາທິບໍດີ Vladimir Putin ຍັງ​ສືບ​ຕໍ່​ລະ​ເມີດ​ກົດໝາຍ
​ສາກົນ ແລະ ​ສົນທິສັນຍາ​ຕ່າງໆ ທີ່​ແນ​ໃສ່​ ເພື່ອຍຸດຕິບັນຫາ
ຂັດ​ແຍ້​ງ ​ໃນຢູເຄຣນນັ້ນ.

ທ່າ​ນ ​ໂອ​ບາ​ມາ ຖະ​ແຫລງໃນ​ວັນ​ອາທິດ​ມື້​ນີ້ ຢູ່​ທີ່ນະຄອນ Brisbane ປະ​ເທດ​ອອສ​ເຕຣ​ເລຍ​ ໃນຕອນທ້າຍ​ຂອງ​ກອງ​ປະຊຸມສຸດ​ຍອດ ຂອງກຸ່ມ G-20 ວ່າ ການລົງ​ໂທດຕ່າງໆ ໃນ​ ປັດຈຸ​ບັນນີ້ ຕໍ່ຣັດ​ເຊຍ ​ແມ່ນ “ກຳລັງ ​ສ້າງຄວາມເຈັບປວດ​ພໍ​ສົມ​ຄວນ.” ຜູ້ນຳສະຫະ​ລັດ ກ່າວວ່າ “ພວກ​ເຮົາ​ມີ​ທີ​ມງານ​ຂອງພວກ​ເຮົາ ທີ່​ຕິດຕາມ​ເບິ່ງກົນ​ໄກ​ຕ່າງໆ​ ຢ່າງ​
ສະ​ໝ່ຳສະ​ເໝີ ຊຶ່ງ​ຈະເພີ້ມຄວາມ​ກົດ​ດັນ​ຂຶ້ນຕື່ມ​ ຖ້າຫາກ​ມີ​ຄວາມ​ຈຳ​ເປັນ.”

ທ່ານ Putin ​ໄດ້​ເດີນທາງ​ອອກ​ຈາກ​ອອສ​ເຕຣ​ເລຍ ​ໃນ​ວັນ​ອາທິດມື້​ນີ້​ ກ່ອນ​ໝາຍກຳນົດ​ການ​ທີ່ໄດ້ວາງໄວ້ ທ່ານກ່າວ​ວ່າ ​ທ່ານຕ້ອງການ​ ຈະ​ລັບ​ນອນ​ນ້ອຍ​ນຶ່ງ. ເຖິງ​ຢ່າງ​ໃດ​ກໍ່ຕາມ ການ ພົບປະ​ຫຼາຍໆ​ຄັ້ງ ກັບ​ບັນ​ດາ​ຜູ້ນຳຄົນ​ອື່ນໆນັ້ນ ​ແມ່ນ​ເປັນໄປແບບມີ ການໂຕ້ຖຽງ ລວມທັງ​ ການພົບ​ປະກັບ ​ນາຍົກລັດຖະມົນຕີກາ​ນາ​ດາ ທ່ານ​ Stephen Harper ທີ່ໄດ້ ບອກ​ຜູ້​ນຳ​ຣັດ​ເຊຍຢ່າງແຈ້ງໆວ່າ “​ໃຫ້​ອອກ​ໄປ​ຈາກ​ຢູ​ເຄຣນສະ.” ທ່ານ Putin ບອກ​ກັບ ອົງການ​ຂ່າວ Ria Novosti ວ່າ ການເດີນທາງກັບ ຄືນປະເທດລ່ວງ​ໜ້ານັ້ນ ບໍ່ມີ​ຫຍັງເລີຍ ກ່ຽວພັນ​ກັບ​ຄວາມ​ເຄັ່ງ​ຕຶງ​ໃນ​ຢູ​ເຄຣນ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ (ຜູ້ທີ 2 ຈາກຂວາ) ໂອລົມກັບຄູ່ຕຳແໜ່ງ ທ່ານ ເວີລາດີເມຍ ປູຕິນ (ຊ້າຍ) ໃນລະຫວ່າງ ກອງປະຊຸມຊຸດຍອດ ການຮ່ວມມື ດ້ານເສດຖະກິດ ເອເຊຍປາຊີຟິກ ຫຼື APEC ໃນປັກກິ່ງ, ວັນທີ 11 ພະຈິກ 2014.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ (ຜູ້ທີ 2 ຈາກຂວາ) ໂອລົມກັບຄູ່ຕຳແໜ່ງ ທ່ານ ເວີລາດີເມຍ ປູຕິນ (ຊ້າຍ) ໃນລະຫວ່າງ ກອງປະຊຸມຊຸດຍອດ ການຮ່ວມມື ດ້ານເສດຖະກິດ ເອເຊຍປາຊີຟິກ ຫຼື APEC ໃນປັກກິ່ງ, ວັນທີ 11 ພະຈິກ 2014.

​ໃນ​ຂະນະ​ດຽວ​ກັນ ປະທານາທິບໍດີຢູ​ເຄຣນ ທ່ານ Petro
Poroshenko ​ໄດ້​ອອກ​ດຳລັດ ຫຼາຍສະ​ບັບ ​ສັ່ງປິດສະ​ຖາ​ບັນ
ຕ່າງໆ ຂອງ​ລັດຖະບານ​ ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
ທີ່​ນິຍົມຣັດ​ເຊຍນັ້ນ.

ການເຄື່ອນ ​ໄຫວຂອງທ່ານ Poroshenko ໃນ​ວັນ​ເສົາ​ວານ​ນີ້
​ແມ່ນໄດ້ ແຍ​ກ​ເຂດ Donetsk ​ແລະ Luhansk ທີ່ຄວບຄຸມ
ໂດຍ​ພວກ​ນິຍົມ​ຣັດ​ເຊຍ ອອກ​ໄປຈາກສ່ວນທີ່ເຫລືອ ຂອງ​
ປະ​ເທດ ຕື່ມອີກ.

​ໃນ​ເຫດການອີກ​ດ້ານ​ນຶ່ງນັ້ນ ​ໂທລະພາບ​ຂອງ​ທາງ​ການຣັດ​ເຊຍ ​ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ອອກ​ອາກາດ​ພາບຕ່າງໆ ທີ່​ສະແດງ​ໃຫ້​ເຫັນ ໃນອັນ​ທີ່​ທາງ​ໂທລະພາບ ກ່າວ​ວ່າ ​ເປັນ​ຫລັກຖານທີ່​ເຮືອບິນ​ລົບ​ອາຍ​ພົ່ນ ຂອງຢູ​ເຄຣນ ໄດ້ຍິງ​ຖ້ຽວ​ບິນ 17 ຂອງ​ສາຍ​ການບິນ​ມາ​ເລ​ເສຍ​ຕົກ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ. ສາ​ເຫດ​ຂອງ​ອຸບັດ​ຕິ​ເຫດດັ່ງກ່າວ ທີ່​ໄດ້​ສັງຫານ​ຜູ້​ໂດຍສານ​ພ້ອມ​ດ້ວຍ​ລູກ​ເຮືອ​ທັງ​ໝົດ 298 ຄົນ ​ແມ່ນ​ຍັງ​ບໍ່​ສາມາດ​ຢັ້ງຢືນ​ໄດ້​ເລີຍ. ​ແຫ​ລ່ງຂ່າວ​ຂອງຢູ​ເຄຣນ ກ່າວ​ວ່າ ພາບ​ຕ່າງໆ​ເຫຼົ່າ​ນັ້ນ ​ແມ່ນ​ພາບ​ທີ່ມີການ​ປອມ​ແປງ.

ບັນດາເຈົ້າໜ້າທີ່ບໍ່ສາມາດພິສູດໄດ້ວ່າໃຜເປັນຜູ້ຮັບຜິດຊອບໃນການຍິງເຮືອບິນດັ່ງກ່າວ
ທີ່ໄດ້ສັງຫານຜູ້ໂດຍສານ ແລະ ພະນັກງານທັງໝົດ 298 ຄົນຢູ່ເທິງເຮືອບິນ. ບັນດາປະເທດ ຕາເວັນຕົກສ່ວນໃຫຍ່ ໄດ້ຖິ້ມໂທດໃສ່ ພວກກະບົດນິຍົມຣັດເຊຍ ກ່ຽວກັບເຫດຮ້າຍນີ້.

ການດຳ​ເນີນ​ງານ ​ໄດ້ເລີ້ມຂຶ້ນໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ຍົກຍ້າຍ ຊາກຫັກ​ພັງ​ຂອງ​ເຮືອບິນ
​ໂດຍສານອອກມາເລເຊຍ ​ຊຶ່ງເປັນ​ເວລາ​ສີ່​ເດືອນ​ຜ່ານ ມາແລ້ວ ຫຼັງຈາກທີ່​ໄດ້ຖືກ​ຍິງ​ຕົກ.

UKRAINE CNPK
please wait
Embed

No media source currently available

0:00 0:02:04 0:00

U.S. President Barack Obama says Russia will remain isolated by the international community if President Vladimir Putin continues to violate international law and treaties aimed at ending the conflict in Ukraine.

Mr. Obama, speaking Sunday in Brisbane, Australia, at the end of the G-20 economic summit said the current sanctions against Russia are "biting plenty good."The U.S. leader said (- in his words -) "we have our teams constantly looking at mechanisms in which to turn up additional pressure as necessary."

Mr. Putin flew out of Australia Sunday earlier than previously planned, saying he needed to get some sleep.However, many of his meetings with other leaders were contentious, including one with Canadian Prime Minister Stephen Harper who bluntly told the Russian leader to "get out of Ukraine."Mr. Putin told the Ria Novosti news agency that his early exit had nothing to do with tensions over Ukraine.

Meanwhile, Ukrainian President Petro Poroshenko has issued several decrees shutting down state institutions in pro-Russian eastern Ukraine.

Mr. Poroshenko's move on Saturday further separates Ukraine's separatist-dominated Donetsk and Luhansk regions from the rest of the country.

In another development, Russian state-run television aired photos Saturday showing what it said was proof a Ukrainian fighter jet shot down Flight 17 over eastern Ukraine in July.Ukrainian sources say the photos are forged.

Authories have never been able to prove who is responsible for shooting down the aircraft, killing all 298 people on board.Western countries largely blame pro-Russian separatists for the incident.

Work began Sunday to remove the wreckage of the passenger jet.

XS
SM
MD
LG