ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດ​ຫຸ້ມ​ເກາະ​​ທະຫານ ​ທີ່​ປັກ​ທຸງຣັດ​ເຊຍ ​​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ Sloviansk ຂອງ​ຢູ​ເຄຣນ (ວີ​ດີ​ໂອ/ສະ​ໄລ​ດ໌)


Armed Pro-Russian Separatists Seize Ukrainian Military Vehicles
please wait

No media source currently available

0:00 0:01:58 0:00

ວີ​ດີ​ໂອ: ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ ທີ່​ນິຍົມຣັດ​ເຊຍ ຍຶດ​ເອົາ​ລົດ​ຫຸ້ມ​ເກາະ ຂອງ​ກອງທັບ​ຢູ​ເຄຣນ, ວັນ​ທີ 16 ​ເມສາ 2014.

ລົດ​ຫຸ້ມ​ເກາະ​ບັນທຸກ​ທະຫານຫລາຍ​ຄັນ ທີ່​ມີ​ຜູ້​ຊາຍ​ຖື​ອາວຸດ
ນັ່ງ​ມາ​ເທິງ​ຫລັງຄາ​ລົດ ​ທີ່​ປັກ​ທຸງຊາດຣັດ​ເຊຍ ​ໄດ້​ແລ່ນ​ເຂົ້າ​
ໄປ​ໃນ​ເມືອງ Sloviansk ຂອງ​ຢູ​ເຄຣນ ​ໃກ້​ກັບຊາຍ​ແດນ
ຣັດ​ເຊຍ ​ໃນ​ວັນ​ພຸດ​ມື້​ນີ້.

ພວກ​ຜູ້​ຊາຍ​ເຫລົ່າ​ນັ້ນຈຳນວນ​ນຶ່ງ ອ້າງ​ວ່າ​ ເຂົາ​ເຈົ້າ​ເປັນ​
ທະຫານ​ຢູ​ເຄຣນ ທີ່​ໄດ້​ປ່ຽນໄປ​ເຂົ້າ​ຂ້າງ​ກັບ​ພວກ​ນິຍົມຣັດ​
ເຊຍ ທີ່​ໄດ້​ເຂົ້າ​ຄວບ​ຄຸມ​ຕຶກ​ລັດຖະບານ​ຫລາຍໆ​ຫລັງ
​ຢູ່​ໃນ​ເມືອງແລ້ວ​ນັ້ນ​.

ນອກ​ນີ້ ພວກ​ນິຍົມຣັດ​ເຊຍ​ທີ່​ຖື​ອາວຸດ​ຍັງ​ໄດ້​ເຂົ້າ​ຄວບ​ຄຸມ
​ຫ້ອງການ​ຂອງ​ເຈົ້າ​ເມືອງແລະຕຶກ​ສະພາ​ປົກຄອງ​ເມືອງ ​ຢູ່​ໃນ Donetsk ຊຶ່ງ​ເປັນ​ອີກ
​ເມືອງ​ນຶ່ງ​ທີ່​ພວກ​ຢາກ​ແຍກ​ດິນ​ແດນ ​ໄດ້​ຮຽກຮ້ອງ​ໃຫ້​ຈັດການ​ລົງ​ປະຊາ​ມະຕິ​ຂຶ້ນ ​ກ່ຽວ
​ກັບ​ວ່າ ຈະ​ແຍກ​ອອກ​ຈາກ​ຢູ​ເຄຣນ​ໄປ​ເຂົ້າ​ຮ່ວມ​ກັບຣັດ​ເຊຍ ຫລື​ບໍ່​ນັ້ນ.
Click to enlarge
Click to enlarge


ຢູ​ເຄຣນ​ໄດ້​ລົງມື​ດຳ​ເນີນ​ການ ​ໃນ​ອັນ​ທີ່​ຕົນ​ເອີ້ນ​ວ່າ ການ​ປະ
ຕິບັດ​ງານ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ ​ໃນ​ວັນ​ອັງຄານ​ວານ​ນີ້ ​
ເພື່ອພະຍາຍາມ​ຈະ​ຍຶດ​ເອົາ​ຕຶກ​ໂຮງ ການ ທີ່​ພວກ​ປະ​ທ້ວງ​
ໄດ້​ເຂົ້າ​ຄອບ​ຄອງ​ນັ້ນ ຄືນ​ມາ.

ມີ​ລາຍ​ງານ​ຫລາຍ​ກະ​ແສ​ທີ່​ຂັດ​ແຍ້​ງກັນ ກ່ຽວ​ກັບ​ວ່າ ​ໄດ້​ມີ
​ການ​ຍິງ​ຕໍ່ສູ້​ກັນ​ຫລື​ບໍ່ ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ ຫລື​ວ່າ​ຝ່າຍ
​ໃດ​ຄວບ​ຄຸມ​ບ່ອນ​ໃດ ​ໃນ​ເວລາ​ນີ້.

ປະ​ທາ​ນາ​ທິບໍດີ ຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ ວິ​ກິດ​ການທີ່​ທະວີ​ຮຸນ​ແຮງ​ຂຶ້ນ
​ໃນຢູ​ເຄຣນ ​ໄດ້​ນຳ​ປະ​ເທດ​ເຂົ້າໄປໃກ້ ສົງຄາມ​ກາງ​ເມືອງ.

Photo Gallery
ວັງ Kremlin ກ່າວ​ວ່າ ທ່ານ Putin ​ໄດ້​ມີ​ຄວາມ​ເຫັນ​ດັ່ງກ່າ​ວ ​ໃນ​ລະຫວ່າງການ​ສົນທະ
ນາ​
ທາງໂທລະສັບ ກັບ ນາ​ຍົກ​ລັດຖະມົນ​ຕີ ​ເຢຍລະ​ມັນ ທ່ານ​ນາງ Angela Merkel.

ປະທານາທິບໍດີ Putin ​ໄດ້ກ່າວ​ຫາລັດຖະບານຢູ​ເຄຣນ ວ່າ ດຳ​ເນີນ​ໄປຕາມ “ເສັ້ນທາງ
​ທີ່​ຂັດ​ກັນ​ກັບລັດຖະທຳ​ມະນູນ” ​ໂດຍ​ໃຊ້​ກຳລັງ​ຕ້ານ ພວກ​ປະ​ທ້ວງ​ທີ່ສະໜັບສະໜູນ
ຣັດ​ເຊຍ ຜູ້​ທີ່​ເຂົ້າ​ຍຶດ​ເອົາ​ ຕຶກ​ຕ່າງໆ​ຂອງລັດຖະບານ ຢູ່​ໃນ ​10 ​ໂຕເ​ມື​ອງ ນ້ອຍ​ແລະ​ໃຫຍ່ ທາງພາກ​ຕາ​ເວັນ​ອອກສຽງ​ໃຕ້ ຂອງຢູ​ເຄຣນ.
ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin.
ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin.

ວັງ Kremlin ກ່າວ​ວ່າ ບັນດາ​ຜູ້ນຳ ຣັດ​ເຊຍ ​ແລະ ​ເຢຍລະ​ມັນ ຫວັງ​ວ່າ ການເຈລະຈາ​
ກັນໃນ​ວັນ​ພະຫັດມື້​ອື່ນ ​ທີ່ນະຄອນ​ເຈ​ນີວາ ​ລະຫວ່າງ ສະຫະພາບຢູ​ໂຣບ ຣັດ​ເຊຍ ຢູ
​ເຄຣນ ​ແລະ ສະຫະລັດ ຈະ​ສະ​ແດງໃຫ້​ເຫັນເຖິງ​ຄວາມ​ສຳຄັນ ​ໃນ​ການຫາ​ທາງແກ້​ໄຂ
ວິ​ກິດ​ການຢ່າງ​ສັນຕິ.
XS
SM
MD
LG