ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຣັດເຊຍ ທ່ານ Putin ພົບປະກັນ ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ Kerry ທີ່ເມືອງ Sochi.


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ກາງ) ແລະ ລັດຖະມົນຕີ ຕ່າງປະເທດ ຣັດເຊຍ (ຊ້າຍ) ທ່ານ Sergey Lavrov.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ກາງ) ແລະ ລັດຖະມົນຕີ ຕ່າງປະເທດ ຣັດເຊຍ (ຊ້າຍ) ທ່ານ Sergey Lavrov.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ມີ​ກຳ
ນົດ​ທີ່​ຈະ​ພົບ​ກັບ ປະທານາທິບໍດີ ຣັດ​ເຊຍ ທ່ານ Vadimir Putin
​ໃນ​ວັນ​ອັງ​ຄານ​ມື້ນີ້ ຢູ່​ ເມືອງຕາກ​ອາກາດ Sochi ເປັນ​ການ​ຢ້ຽມ
ຢາມ ຣັດ​ເຊຍ ​ເທຶ່ອທຳ​ອິດຂອງທ່ານ Kerry ນັບ​ຕັ້ງ​ແຕ່ສຳພັນ
​ທະ​ໄຕ​ຕີ​ ລະຫວ່າງ​ສະຫະລັດ ກັບຣັດ​ເຊຍ​ ໄດ້ຊຸດ​ໂຊມລົງ ​ຍ້ອນ
​ຄວາ​ມຂັດ​ແຍ້​ງກັນ​ກ່ຽວ​ກັບ ຢູ​ເຄຣນ ​ແລະ ຊີ​ເຣຍ.

​ໂຄສົກ ວັງ Kremlin ທ່ານ Dmitri Peskov ​ໄດ້​ຢືນຢັນ​ເຖິງ
ການ​ເຂົ້າ​ຮວມສົນທະນາຂອງ ​ທ່ານ Putin ທີ​ເມືອງ Sochi.
ທ່ານ ​ໄດ້​ກ່າວ​ຕໍ່ອົງການ​ຂ່າວສານ Interfax ຂອງຣັດ​ເຊຍ ວ່າ
​ເລື້ອງການ​ລົງ​ໂທດ​ຂອງນາ​ໆ​ຊາດ​ຕໍ່ ຣັດ​ເຊຍ ທີ່​ພົວພັນ​ກັບການສະໜັບສະໜຸນ​ຂອງຣັດ​ເຊຍ ຕໍ່ພວກແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄຣນ ບໍ່​ຢູ່​ໃນ​ລາຍການ​ປະ​ຊຸ​ມ ຂອງຣັດ​ເຊຍ. ​ແຕ່​ທ່ານ​ກ່າວ​ວ່າ ຖ້າ​ຫາກ​ວ່າ​ເລື້ອງ​ດັ່ງກ່າວ​ຖືກ​ຍົກ​ຂຶ້ນ​ມາ​ເວົ້າ ຣັດ​ເຊຍ ກໍຈະ “ສະ​ແດງ​ ທ່າ​ທີ​ຂອງ​ຕົນ.”

Kerry Meets Putin in Russia
please wait

No media source currently available

0:00 0:00:57 0:00

ກະຊວງ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ທ່ານ Kerry​ ກັບທ່ານ Putin ແລະ ທ່ານ
Sergei Lavrov ລັດຖະມົນຕີຕ່າງປະ​ເທດຣັດ​ເຊຍ ຈະ​ສົນທະນາກັນ ​ໃນ​ວັນ​ອັງ​ຄານ​ມື້​ນີ້
ກ່ຽວ​ກັບ “ບັນຫາສອງ​ຝ່າຍ ແລະບັນຫາ​ໃນຂົງ​ເຂດ” ຫລາຍໆ​ເລື້ອງ ອັນ​ເປັນ​ພາກ​ສ່ວນ​
ຂອງຄວາມ​ພະຍາຍາມ ທີ່ດຳ​ເນີນຢູ່​ຕໍ່​ມາ​ເພື່ອຄຳ້ປະກັນ​ວ່າ ​ທັດສະນະ​ຂອງສະຫະລັດ ໄດ້
ຖືກ​ຖ່າຍ​ທອດອອກ​ມາ ຢ່າງ​ແຈ້ງ​ຂາວ.

​ໂຄສົກ​ຍິງ ກະຊວງຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ການ​ສົນທະນາ​ຍັງ​ຈະ​ເນັ້ນ​ໜັກ​ໃສ່
ການ​ເຈລະຈາ​ນິວ​ເຄລຍ ລະຫວ່າງ ອີຣ່ານ ​ແລະ​ຫົກ​ປະ​ເທດ ທີ່​ຊອກ​ຫາ​ທາງ​ຍັບ​ຍັ້ງ ​ໂຄງ
ການ​ນິວ​ເຄລຍຂອງອິຣ່ານນັ້ນ.

US Russia Ukriane
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG