ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ປູ​ຕິນ ຂົ່ມ​ຂູ່ ສ​ຫລ ດ້ວຍ​ອາ​ວຸດ ຊະ​ນິດ​ໃໝ່ ຖ້າ​ມີ​ການ​ຕິດ​ຕັ້ງ ລູກ​ສອນ​ໄຟ ໃນ ຢູ​ໂຣບ


Residents fan themselves as they chat with each other outside a residential complex in Beijing, China.
Residents fan themselves as they chat with each other outside a residential complex in Beijing, China.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ປີ ຕໍ່​ສະ​ພາ​ແຫ່ງ​ຊາດ​ ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 20 ກຸມ​ພາ
ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​
ຕອບ​ໂຕ້ຕໍ່​ປະ​ເທດ​ຕາ​ເວັນ​ຕົກແລະໂດຍ​ສະ​ເພາະ​ແລ້ວແມ່ນຕໍ່​ສະ​ຫະ​ລັດໃນ​ວິ​ທີ​ທີ່​ແຕກ
​ຕ່າງ​ອອກ​ໄປ ຖ້າ​ວໍ​ຊິງຕັນຫາກ​ຕັດ​ສິນ​ໃຈ ທີ່​ຈະ​ຕິດ​ຕັ້ງ​ລູກສອນ​ໄຟນິວ​ເຄ​ລຍໄລ​ຍະ​ກາງ
ຢູ່​ຢູ​ໂຣບ. ໃນ​ການ​ຂົ່ມ​ຂູ່​ແລະ​ຕ້ອງ​ ຕິ​ຈຳ​ນວນ​ນຶ່ງທີ່​ແນ​ໃສ່​ກຸ່ມ​ພັນ​ທະ​ມິດ​ເນ​ໂຕ້ນັ້ນ ຜູ້​ນຳ
​ຂອງ​ຣັດ​ເຊຍ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ ຈະ​ບໍ່​ໃຊ້​ການ​ປະ​ເຊີນ​ໜ້າ ແຕ່​ແນວ​ໃດ​ກໍ​ຕາມ
ໃນ​ທີ່​ສຸດ​ ກໍ​ຈ​ະ​ແນ​ເປົ້າ​ໝາຍ​ໃສ່ “ສູນ​ກາງ​ເຮັດ​ການ​ຕັດ​ສິນ​ໃຈ” ໃນ​ປະ​ເທດ​ຕາ​ເວັນ​ຕົກ
ຖ້າ​ຫາກ​ສະ​ຫະ​ລັດບໍ່ຮັບ​ເອົາ​ຄວາມ​ເປັນ​ຫ່ວງ​ຂອງ​ມົ​ສ​ກູ. ເພື່ອ​ເປັນ​ການ​ຕອບ​ໂຕ້ຕໍ່​ການ
​ໃຫ້​ຄວາມເຫັນ ​ຂອງ​ທ່ານ​ປູ​ຕິນນັ້ນ ອົງ​ການ​ເນ​ໂຕ້​ກາວ​ວ່າ ການ​ຂົ່ມ​ຂູ່​ແບບນີ້​ແມ່ນ​ເປັນ​
ທີ່ຮັບ​ເອົາ​ບໍ່​ໄດ້. Igor Tsikhanenka ມີ​ລາຍ​ງານ​ ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ໄພ​ສານ ຈະນຳ
ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນຶ່ງ​ໃນ​ຄຳ​ປາ​ໄສ ທີ່​ຖື​ວ່າ​ເປັນ​ການ​ປະ​ເຊີນ​ໜ້າ​ແຮງ​ທີ່​ສຸດ ທີ່​ແນ​ໃສ່​ປະ​ເທດຕາ​ເວັນ​ຕົກໃນ
​ຮອບ​ສອງ​ສາມ​ປີ ​ທີ່​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາດີ​ເມຍ ປູ​ຕິນ ​ໄດ້​ກ່າວ​
ໂຈມ​ຕີ​ສະ​ຫະ​ລັດ ທີ່​ໄດ້​ຖອນ​ຕົວອອກ​ຈາກ​ສົນ​ທິ​ສັນ​ຍາ ວ່າ​ດ້ວຍກຳ​ລັງ​ນິວ​ເຄ​ລຍໄລ​ຍະ
​ປານ​ກາງ.

ທ່ານ​ປູ​ຕິນ ພວກ​ຜູ້ນ​ຳ​ຂອງສະ​ຫະ​ລັດ ກ່ຽວ​ກັບ​ການ​ຕິດ​ຕັ້ງ​ ລະ​ບົບ​ລູກ​ສອນ​ໄຟ​ ໄລ​ຍະ​
ປານ​ກາງ ໃນ​ຢູ​ໂຣບ ຊຶ່ງ​ທ່ານ​ປູ​ຕິນ ກ່າວ​ວ່າ:

“ສະ​ຫະ​ລັດ ​ບໍ່​ເອົາ​ໃຈ​ໃສ່ ແລະ​ຕັ້ງ​ໃຈ​ ບໍ່​ເອົາ​ຫົວ​ຊາ​ຕໍ່​ເນື້ອ​ໄນ ​ທີ່​ໄດ້​ກ່າວ​ເຖິງ​ບົດ​ບາດ​ ຊຶ່ງ​
ໄດ້ກຳ​ນົດ​ໄວ້ຢູ່​ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກຳ​ລັງ​ນິວ​ເຄ​ລຍ​ໄລ​ຍະ​ປານກາງ. ໂດຍ​ສະ​ເພາະ​
ແລ້ວອີງ​ຕາມ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ອ້າງ​ຄຳ​ເວົ້​າທີ່​ກ່າວ​ວ່າ “ແຕ່​ລະ​ຝ່າຍຈະ​ຕ້ອງ​
ກຳ​ຈັດ​ລູກ​ສອນ​ໄຟ​ໄລ​ຍະ​ປານ​ກາງ​ແລະ​ຖານຍິງຂອງ​ພວກເຂົາ​ເຈົ້າ.”

ຮູບ​ທີ່​ບໍ່​ໄດ້​ບອກວັນ​ເວ​ລາ ທີ່​ໄດ້​ຈາກວີ​ດີ​ໂອ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ກ່ຽວ​ກັບ​ການ​ຍິງທົດ​ລອງ ​ໂດ​ຣນໃຕ້​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ ຂອງ​ຣັດ​ເຊຍ (Russian Defense Ministry Press Service via AP)
ຮູບ​ທີ່​ບໍ່​ໄດ້​ບອກວັນ​ເວ​ລາ ທີ່​ໄດ້​ຈາກວີ​ດີ​ໂອ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ກ່ຽວ​ກັບ​ການ​ຍິງທົດ​ລອງ ​ໂດ​ຣນໃຕ້​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ ຂອງ​ຣັດ​ເຊຍ (Russian Defense Ministry Press Service via AP)

ໃນ​ການ​ຖະ​ແຫລງ ​ຕໍ່​ກອງ​ປະ​ຊຸມ​ ຂອງ​ສະ​ພາ​ທັງ​ສອງ ​ຄື​ສະ​ພາ​ສະ​ຫະ​ພັນ​ ໃນລະ​ຫວ່າງ​
ການ​ລາຍ​ງານ​ປະ​ຈຳ​ປີ ກ່ຽວ​ກັບ​ສະ​ພາບ​ ຂອງ​ປະ​ເທດ​ຊາດ ເມື່ອ​ວັນທີ 20 ກຸມ​ພາ​ຜ່ານ
​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍກ່າວ​ວ່າ ມົ​ສ​ກູ​ຈະ​ບໍ່​ພຽງ​ແຕ່ແນ​ເປົ້າ​ໝາຍ​ໃສ່​ປະ​ເທດ​ຕ່າງໆ
ຊຶ່ງ​ໃຫ້​ອາ​ເມ​ຣິ​ກັນ ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ເທົ່າ​ນັ້ນ​ ແຕ່ຍັງຈະ​ແນ​ເປົ້າ​ໝາຍ ​ໃສ່​ສະ​ຫະ​ລັດ​ນຳ
​ດ້ວຍ. ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ກ່າວ​ວ່າ:

“ຣັດ​ເຊຍ​ຈະ​ຖືກ​ບັງ​ຄັບ​ໃຫ້​ສ້າງ ແລະ​ຕິດ​ຕັ້ງ​ອາ​ວຸດ ທີ່​ແນ​ເປົ້າ​ໝາຍ​ໃສ່​ບໍ່​ພຽງແຕ່​ດິນ​ແດນ
ຊຶ່ງ​ເປັນ​ທີ່​ຕັ້ງ ​ຂອງ​ລະ​ບົບ​ລູກ​ສອນ​ໄຟ ທີ່​ຂົ່ມ​ຂູ່​ຕໍ່​ພວກ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຈະ​ແນ​ໃສ່​ ສະ​
ຖານ​ທີ່​ຕ່າງໆ ບ່ອນ​ທີ່​ເຮັດ​ການ​ຕັດ​ສິນ​ໃຈ ເພື່ອ​ນຳໃຊ້​ລູກ​ຈະ​ຫຼວດ​ເຫຼົ່າ​ນັ້ນ​ຕໍ່​ພວກ​ເຮົາ​ນຳ​
ດ້ວຍ."

Putin Vows to Target US If Washington Deploys Missiles in Europe
please wait

No media source currently available

0:00 0:01:57 0:00


ເມື່ອ​ວັນ​ທີ 2 ກຸມ​ພາຜ່ານ​ມາ ​ຫຼັງ​ຈາກ​ໄດ້​ມີ​ການ​ກ່າວ​ຫາ ຢ່າງ​ຮ້າຍ​ແຮງ​ ໂດຍສະ​ຫະ​ລັດ
ແລະ​ກຸ່ມ​ພັນ​ທະ​ມິດ​ເນ​ໂຕ້​ວ່າ ມົ​ສ​ກູ​ໄດ້​ລະ​ເມີດ​ຕໍ່​ຂໍ້​ຕົ​ກ​ລົງສະ​ໄໝສົງ​ຄາມ​ເຢັນ​ສະ​ບັບ​ນີ້
ໂດຍ​ທີ່​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ໂຈະ​ການປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ລູກ
​ສອນ​ໄຟ​ໄລ​ຍະ​ປານ​ກາງຊຶ່ງ​ເປັນ​ຂໍ້​ຕົກ​ລົງຄວບ​ຄຸມ​ອາ​ວຸດ​ນິວ​ເຄ​ລຍ​ທີ່​ສຳ​ຄັນ​ກັບ​ຣັດ​ເຊຍ.

ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວວ່າ “ຣັດ
ເຊຍ​ໄດ້​ເຮັດ​ໃຫ້​ຜົນ​ປະ​ໂຫຍດ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດຕົກ​ຢູ່​ໃນ​ອັນ​ຕະ
​ລາຍ ແລະ​ພວກ​ເຮົາ​ຈະ​ບໍ່​ຖືກ​ຈຳ​ກັດ ໂດຍ​ສົນ​ທິ​ສັນ​ຍາ​ສະ​ບັບນີ້​ອີກ​ຕໍ່​ໄປ​ແລ້ວ ໃນ​ຂະ
​ນະ​ທີ່​ຣັດ​ເຊຍ​ໄດ້​ລ່ວງ​ລະ​ເມີດ​ຕໍ່​ສົນ​ທິ​ສັນ​ຍາ​ສະ​ບັບ​ດັ່ງກ່າວ​ແບ​ບ​ບໍ່​ມີ​ຢ​າງ​ອາຍ.”

ວໍ​ຊິງ​ຕັນ​ໄດ້​ໃຫ້​ເວ​ລາ 6 ເດືອນ​ແກ່​ມົ​ສ​ກູ ເພື່ອ​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກຳ​ລັງ​
ນິວ​ເຄ​ລຍ​ໄລ​ຍະ​ປານ​ກາງໂດຍ​ເຕັມ ກ່ອນ​ທີ່​ຕົນ​ຈະ​ຖອນ​ຕົວ​ອອກ​ຈາກ​ສົນທິ​ສັນ​ຍາ​ດັ່ງ​
ກ່າວ​ໃນ​ວັນ​ທີ 2 ສິງ​ຫາ​ປີນີ້. ອົງ​ການ​ເນ​ໂຕ້ ​ກ່າວ​ວ່າ ຣັດ​ເຊຍ ໄດ້​ລະເມີດ ສົນ​ທິ​ສັນ​ຍາ
ຍ້ອນ​ການ​ພັດ​ທະ​ນາ​ ແລະ​ຕິດ​ຕັ້ງລະ​ບົບ​ລູກ​ສອນ​ໄຟ 9M729 ດັ່ງ​ທີ່​ກຸ່ມ​ພັນ​ທະ​ມິດ​ຕາ​
ເວັນ​ຕົກ​ໂຕ້​ແຍ້ງວ່າ “ເປັນ​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນຕໍ່​ຄວາມ​ປອດໄພ​ຂອງ​ຢູ​ໂຣບ ແລະ​ເຂດ​ມະ
​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG