ປະທານາທິບໍດີ ຣັດເຊຍທ່ານວະລາດີເມຍ ປູຕິນ ໄດ້ໂອ້ລົມກັບປະທານາທິບໍດີ ດໍໂນລ ທຣຳ ໃນວັນອາທິດວານນີ້ ເພື່ອຂໍຂອບໃຈທ່ານ ສຳລັບຂໍ້ມູນ ທີ່ທ່ານປູຕິນ ໄດ້ກ່າວວ່າ ຊ່ອຍໃຫ້ຣັດເຊຍ ທຳລາຍແຜນການໂຈມຕີກໍ່ການຮ້າຍໄດ້ ໃນຕະຫຼອດໄລຍະວັນພັກບຸນປີໃໝ່ ອີງຕາມວັງເຄຣມລິນ ທີ່ໄດ້ກ່າວໄປນັ້ນ.
ທ່ານປູຕິນ ໄດ້ຂອບອົກຂອບໃຈ ທ່ານທຣຳ ວ່າ “ສຳລັບຂໍ້ມູນທີ່ໄດ້ສົ່ງຜ່ານໜ່ວຍງານພິເສດ ທີ່ໄດ້ຊ່ອຍໃນການສະກັດກັ້ນ ການປະຕິບັດການກໍ່ການຮ້າຍຢູ່ໃນຣັດເຊຍ” ຊຶ່ງວັງເຄຣມລິນ ໄດ້ກ່າວຢູ່ໃນຖະແຫລງການສັ້ນໆທີ່ໄດ້ຖືກນຳລົງໃນເວັບໄຊ້ຂອງຕົນນັ້ນ.
ອີງຕາມຂໍ້ມູນຂອງສະຫະລັດແລ້ວ ກຳລັງຮັກສາຄວາມປອດໄພຂອງຣັດເຊຍ ກໍສາມາດຄວບຄຸມຕົວ ຜູ້ຕ້ອງສົງໄສຊາວຣັດເຊຍສອງຄົນ ໃນການກະກຽມທີ່ຈະປະຕິບັດການກໍ່ການຮ້າຍຢູ່ໃນນະຄອນ ເຊັ້ນ ປີເຕີສະເບີກ ໃນລະຫວ່າງວັນພັກທີ່ກຳລັງຈະມາເຖິງນີ້ ຕາມການລາຍງານຂອງອົງການຂ່າວ Tass ຂອງທາງການ ທີ່ໄດ້ອ້າງເຖິງ ໜ່ວຍງານຮັກສາຄວາມປອດໄພລັດຖະບານກາງ.
ໜ່ວຍງານຮັກສາຄວາມປອດໄພດັ່ງກ່າວນັ້ນ ໄດ້ກ່າວວ່າ ຕົນໄດ້ຮັບຂໍ້ມູນມາຈາກ “ບັນດາຄູ່ຮ່ວມງານຂອງຝ່າຍອາເມຣິກັນ” ຂອງຕົນ. ໜ່ວຍງານນັ້ນ ໄດ້ກ່າວວ່າ ຕົນໄດ້ຍຶດເອົາອຸປະກອນ ຈາກຈາກພວກຜູ້ຕ້ອງສົງໄສ ທີ່ຢັ້ງຢືນວ່າ ພວກເຂົາເຈົ້າກຳລັງກະກຽມເພື່ອກໍ່ການຮ້າຍ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມອີກ.
ຍັງບໍ່ມີການໃຫ້ຄຳເຫັນໃດໆໃນທັນທີເທື່ອ ຈາກທຳນຽບຂາວ.