ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ປະຕິຍານວ່າ ຈະພິມ ເຜີຍແຜ່ ຂໍ້ມູນທີ່ທ່ານ Nemtsov ເກັບກຳ ກ່ຽວກັບຢູເຄຣນ


RUSSIA NEMTSOV VO
please wait
Embed

No media source currently available

0:00 0:00:43 0:00

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຈະ​ພິມ​
ເຜີຍ​ແຜ່​ເອກ​ກະສາ​ນທີ່​ຮວບ​ຮວມຈາກຜູ້ນຳ​ຝ່າຍ​ຄ້ານ ທ່ານ
Boris Nemtsov ກ່ອນຖືກ​ສັງຫານ​ວັນ​ທີ 27 ກຸມພາ ທີ່​ສະແດງ
​ໃຫ້​ເຫັນ​ເຖິງ​ບົດບາດ ການ​ພົວພັນ​ໂດຍ​ຕົງ ຂອງກອງກຳລັງ
ທະຫານຣັດເຊຍ​ໃນ​ຢູ​ເຄຣນ.

ທ່ານ Boris Nemtsov ກ່າວຕໍ່ໂທລະພາບ AP ໃນ Moscow, Russia, 21 ທັນວາ 2011.
ທ່ານ Boris Nemtsov ກ່າວຕໍ່ໂທລະພາບ AP ໃນ Moscow, Russia, 21 ທັນວາ 2011.

ນັກ​ເຄື່ອນ​ໄຫວ Ilya Yashin ຜູ້​ຊຶ່ງ​ເປັນ​ພັນທະ​ມິດ​ທີ່​ໃກ້ຊິດ
​ກັບທ່ານ Nemtsov ໄດ້ກ່າວ​ໃນ​ວັນ​ພຸດ​ວານ​ນີ້ ວ່າ ການ​ເກັບ
​ກັບ​ຂໍ້​ມູນທີ່ຮວບຮວມມາ​ໄດ້​ໂດ​ຍນັກ​ເຄື່ອນ​ໄຫວທີ່​ຖືກ
​ສັງຫານ​ນັ້ນ ​ແມ່ນ​ຮວມທັງລາຍ​ລະອຽດ​ທີ່​ໄດ້​ມາ​ຈາກ​ບັນດາ
​ພໍ່​ແມ່​ຂອງ​ພວກ​ທະຫານຣັດ​ເຊຍ ທີ່​ຖືກ​ສັງຫານ ​ໃນ​ຂະນະ​ທີ່​
ສູ້​ລົບ​ໃນ​ດິນ​ແດນ​ຂອງ​ຢູ​ເຄຣນ ນັ້ນ. ທ່ານ​ໄດ້​ບອກ​ກັບ​ໜັງສືພິມ
The Times ຂອງອັງກິດວ່າ ຫຼັກ​ຖານ​ພິຍານ​ຕ່າງໆ​ນັ້ນ ແມ່ນ
​ໄດ້​ມີການຮັກສາ​ໄວ້​ເປັນ​ຢ່າງ​ດີ ​ແລະ​ບໍ່​ໄດ້​ຕົກ​ເຮ່ຍ ເສຍຫາຍ​
ໄປ​ໃສ ຕອນ​ທີ່​ພວກ​ຕຳຫຼວດ​ໄດ້​ຍຶດ​ເອົາ​ເຄື່ອງ computer
ຂອງ​ທ່ານ Nemtsov ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງຂັ້ນ​ຕອນ
ການສືບສວນກ່ຽວກັບ​ການ​ສັງຫານ​ທ່ານ​ ໃນຄັ້ງນີ້.

​ທ່ານ Nemtsov ​ຜູ້ຊຶ່ງ​ກ້າ​ປາກກ້າ​ເວົ້າ​ແລະ​ຕຳ​ນິຕິ​ຕຽນ
ປະທານາທິບໍດີຣັດ​ເຊຍ Vladimir Putin ທີ່ ​ໄດ້​ຖຶກຍິງ
​ເສ​ຍຊີວິດ ​ໃນ​ແລງ​ວັນ​ສຸກ​ແລ້ວ​ນີ້ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ຍ່າງ​ກັບ​ເພື່ອນ​ຂອງ​ທ່ານ ພຽງ​ແຕ່
​ບໍ່​ເທົ່າ​ໃດ​ບາດ​ກ້າວຫ່າງຈາກວັງ Kremlin. ທ່ານ​ຄວນ​ເປັນ​ຜູ້ນຳ​ພາ​ຂອງຝ່າຍ​ຄ້ານ
ໃນການ​ປະ​ທ້ວງຕໍ່ຕ້ານ Moscow ໃນ​ວັນ​ອາທິດແລ້ວ​ນີ້ ​ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ບັນດາ​ພວກ​ປະທ້ວງ ​ທັງຫຼາຍ​ ກັບໄດ້​ໄປ​ສະ​ແດງ​ຄວາມ​ໄວ້ອາ​ໄລໃນ​ການ​ຈາກ​ໄປຂອງ​ທ່ານ.

XS
SM
MD
LG