ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ເຊັນຮ່າງກົດໝາຍສະບັບນຶ່ງເພື່ອແກ້ໄຂກົດໝາຍກ່ຽວກັບ ສື່ມວນຊົນທີ່ຖືວ່າເປັນ “ເຈົ້າໜ້າທີ່ຂອງຕ່າງປະເທດ” ເຊິ່ງບັນດານັກວິຈານເວົ້າວ່າ ໄດ້ໃຊ້ຖືກເພື່ອປິດປາກການຄັດຄ້ານ, ຈຳກັດຂ່າວທີ່ຫຼາກຫຼາຍ ແລະ ກີດກັນການແລກປ່ຽນຄວາມຄິດເຫັນຢ່າງເສລີ.
ກົດໝາຍໃໝ່ດັ່ງກ່າວ ຈະມອບອຳນາດໃຫ້ເຈົ້າໜ້າທີ່ ສາມາດກຳນົດບັນດານັກຂ່າວຜູ້ທີ່ເຮັດວຽກໃຫ້ອົງການຈັດຕັ້ງທີ່ລົງລາຍຊື່ຢ່າງເປັນທາງການວ່າ “ເຈົ້າໜ້າທີ່ຕ່າງປະເທດນັ້ນ” ເປັນເຈົ້າໜ້າທີ່ຕ່າງປະເທດດ້ວຍເຂົາເຈົ້າເອງ.
ການກຳນົດດັ່ງກ່າວຈະຖືກໃຊ້ກັບບຸກຄົນຜູ້ທີ່ຮ່ວມມືກັບສື່ມວນຊົນຕ່າງປະເທດ ແລະ ໄດ້ຮັບການສະໜັບສະໜູນດ້ານການເງິນ ຫຼື ວັດຖຸອື່ນໆຈາກເຂົາເຈົ້າ.
ອົງການຂ່າວ TASS ໄດ້ລາຍງານວ່າ ຖ້າຂ່າວຂອງສື່ມວນຊົນໃດລ່ວງລະເມີດຕໍ່ກົດລະບຽບຂອງ ຣັດເຊຍ, ກົດລະບຽບໃໝ່ດັ່ງກ່າວ ຈະອະນຸຍາດໃຫ້ລັດຖະບານ ຣັດເຊຍ ປິດເວັບໄຊ້ຂອງອົງການຕ່າງປະເທດນັ້ນ ຫຼື ນິຕິບຸກຄົນທີ່ຖືກຈັດຕັ້ງໂດຍເຂົາເຈົ້າ.
ບັນດານັກວິຈານ ກ່ຽວກັບ ກົດໝາຍດັ່ງກ່າວເວົ້າວ່າ ມັນຈະເຮັດໃຫ້ອົງການຕ່າງໆເສຍຊື່ສຽງດ້ວຍການກຳນົດນັ້ນ ແລະ ຈະເຮັດແບບດຽວກັນ ຕໍ່ບັນດານັກຂ່າວ ຖ້າເຂົາເຈົ້າຖືກກຳນົດເປັນເຈົ້າໜ້າທີ່ຕ່າງປະເທດ.
ປະທານວິທະຍຸ RFE/RL ທ່ານ ເຈມີ ຟລາຍ ໄດ້ກ່າວໃນວັນທີ 21 ພະຈິກ ວ່າກົດໝາຍທີ່ວ່ານັ້ນຈະ “ຮຸກຮານ” ຊີວິດ ແລະ ຄວາມປອດໄພຂອງນັກຂ່າວ ແລະ ເປັນການເຕືອນຄວາມຊົງຈຳ ກ່ຽວກັບ ຊ່ວງເວລາທີ່ມືດທີ່ສຸດໃນອະດີດຂອງ ຣັດເຊຍ.”
ບັນດາເຈົ້າໜ້າທີ່ ຣັດເຊຍ ໄດ້ກ່າວວ່າ ກົດໝາຍນັ້ນແມ່ນ “ການຕອບໂຕ້ທີ່ສົມດຸນ” ຫຼັງຈາກໂທລະພາບ RT ທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກລັດຖະບານຂອງ ຣັດເຊຍ, ເຊິ່ງບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວຫາ ກ່ຽວກັບ ການເຜີຍແຜ່ໂຄສະນາຊວນເຊື່ອນັ້ນ, ໄດ້ຖືກຮຽກຮ້ອງໃຫ້ລົງທະບຽນກັບໜ່ວຍປະຕິບັດການຂອງເຂົາເຈົ້າ ພາຍໃຕ້ກົດໝາຍການລົງທະບຽນຂອງເຈົ້າໜ້າທີ່ຕ່າງປະເທດຂອງ ສະຫະລັດ.