ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ປູຕິນ ອອກດຳລັດ ສະເໜີໃຫ້ສັນຊາດຣັດເຊຍ ແກ່ຊາວຢູເຄຣນ ທັງໝົດ


ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ເຂົ້າຮ່ວມກອງປະຊຸມ ຢູ່ດ້ານນອກ ຂອງກອງປະຊຸມສຸດຍອດ ເຂດ ທະເລ ແຄສປຽນ (Caspian Sea) ໃນເມືອງອາສກາບັດ ຂອງເທີກເມນິສຖານ, ວັນທີ 29 ມິຖຸນາ 2022.
ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ເຂົ້າຮ່ວມກອງປະຊຸມ ຢູ່ດ້ານນອກ ຂອງກອງປະຊຸມສຸດຍອດ ເຂດ ທະເລ ແຄສປຽນ (Caspian Sea) ໃນເມືອງອາສກາບັດ ຂອງເທີກເມນິສຖານ, ວັນທີ 29 ມິຖຸນາ 2022.

ຊາວຢູເຄຣນທັງໝົດ ບັດນີ້ສາມາດຂໍສັນຊາດຣັດເຊຍໄດ້ຢ່າງວ່ອງໄວ ອີງຕາມດຳລັດທີ່ໄດ້ລົງນາມໂດຍປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ໃນວັນຈັນວານນີ້.

ກ່ອນໜ້ານີ້ ທາງເລືອກອັນນີ້ ໄດ້ເປີດໃຫ້ແກ່ພຽງພົນລະເມືອງຊາວຢູເຄຣນ ຢູ່ໃນເຂດ​ໂດເນັສ ທາງພາກຕາເວັນອອກ ແລະໃນຂົງເຂດລູຮານສ໌ ເທົ່ານັ້ນ ພ້ອມດ້ວຍພົນລະເມືອງໃນເຂດຊາໂປຣີສເຊຍ ທາງພາກໃຕ້ ແລະຂົງເຂດເຄີຊອນ ຊຶ່ງເປັນພື້ນທີ່ສ່ວນໃຫຍ່ ທີ່ຄວບຄຸມໂດຍຣັດເຊຍ.

ມັນບໍ່ເປັນທີ່ຈະແຈ້ງວ່າ ມີຈັກຄົນທີ່ໄດ້ຍື່ນເອກະສານຂໍສັນຊາດຣັດເຊຍ ແຕ່ໃນລະຫວ່າງປີ 2019 ເມື່ອພົນລະເມືອງຂອງເຂດໂດເນັສ ແລະລູຮານສ໌ ໄດ້ຮັບຂໍ້ສະເໜີດັ່ງກ່າວນັ້ນ ແລະໃນປີ 2022 ນີ້ ມີພົນລະເມືອງປະມານ 18 ເປີເຊັນ ໃນພື້ນທີ່ດັ່ງກ່າວ ຂອງຢູເຄຣນ ທີ່ຄຸ້ມຄ້ອງໂດຍພວກກະບົດ ກໍໄດ້ຮັບໜັງສືເດີນທາງຂອງຣັດເຊຍ.

ໃນເດືອນພຶດສະພາຜ່ານມາ ໂຄງການດັ່ງກ່າວໄດ້ຖືກຂະຫຍາຍອອກໄປໃຫ້ພົນລະເມືອງໃນຂົງເຂດ ຊາໂປຣີສເຊຍ ແລະເຄີຊອນ ນຳດ້ວຍ.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ຍັງບໍ່ທັນໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບດຳລັດຂອງທ່ານປູຕິນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG